ຮອງນາຍົກ ຕິດຕາມຜົນ​ເສຍ​ຫາຍ​ຈາກນ້ຳຖ້ວມຢູ່ແຂວງອຸດົມໄຊ

    ວັນທີ 29 ສິງຫາ 2022 ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ພ້ອມຄະນະ ໄດ້ເດີນທາງມາເຄື່ອນໄຫວຕິດຕາມສະພາບນ້ຳຖ້ວມຢູ່ແຂວງອຸດົມໄຊ ໂດຍ​ມີທ່ານ ບຸນຄົງ ຫຼ້າຈຽມພອນ ເຈົ້າແຂວງອຸດົມໄຊ ພ້ອມດ້ວຍການນຳຂອງແຂວງໃຫ້​ການ​ຕ້ອນ​ຮັບ. 

    ທ່ານ ບຸນຄົງ ຫລ້າຈຽມພອນ ເຈົ້າແຂວງອຸດົມໄຊ ໄດ້ລາຍງານໃຫ້ຮູ້ວ່າ: ໃນວັນທີ 26 ສິງຫາ 2022 ​ພາ​ຍຸ​ລະ​ດູ​ຮ້ອນ​ມາ​ອອນ (MA ON) ໄດ້​ພັດ​ເຂົ້າ​ແຂວງ​ອຸ​ດົມ​ໄຊ ເຮັດ​ໃຫ້​ເກີດ​ມີ​ຝົນ​ຕົກ​ໜັກຕິດ​ຕໍ່​ກັນຫຼາຍ​ຊົ່ວ​ໂມງ ເຮັດ​ໃຫ້​ເກີດ​ນ້ຳ​ຖ້ວມ​ໄຫຼ​ຊຸ​ແຮງ ໄດ້​ສ້າງຜົນເສຍຫາຍໃຫ້ແກ່ 4 ເມືອງຄື: ເມືອງໄຊ, ເມືອງນາໝໍ້, ເມືອງງາ ແລະ ເມືອງຫຼາ ແລະ ສ້າງຄວາມເສຍຫາຍຢ່າງໜັກໜ່ວງໃຫ້ແກ່ປະຊາຊົນທີ່ອາໄສຢູ່ລຽບຕາມແຄມນໍ້າກໍ (ເມືອງໄຊ), ນໍ້າພາກ (ເມືອງຫຼາ), ນໍ້າແຊ (ເມືອງນາໝໍ້), ນໍ້າຫ້ວຍຊານ (ເມືອງງາ) ແລະ ບັນດາຫ້ວຍ​ຮ່ອງຕ່າງໆ ອັນເປັນສາເຫດນໍາຄວາມເສຍຫາຍຫຼາຍດ້ານເຊັ່ນ: ພື້ນຖານໂຄງລ່າງ, ຊີວິດ, ຊັບສິນ, ເຮືອນຊານບ້ານຊ່ອງ, ສັດລ້ຽງ, ເນື້ອທີ່ທໍາການຜະລິດ, ເສັ້ນທາງຄົມມະນາຄົມ, ໄຟຟ້າ, ນໍ້າປະປາ, ນໍ້າລິນ, ໂຮງຮຽນ, ໂຮງໝໍ, ການສື່ສານ ແລະ ອື່ນໆ ແມ່ນບໍ່ສາມາດນໍາໃຊ້ໄດ້. ຜົນກະທົບດັ່ງກ່າວ ສ້າງຄວາມຫຍຸ້ງຍາກໃຫ້ແກ່ປະຊາຊົນເປັນຕົ້ນ ເຂົ້າກິນ, ນໍ້າດື່ມ-ນໍ້າໃຊ້, ຢາປົວພະຍາດ, ທີ່ພັກອາໄສຊົ່ວຄາວ, ເຄື່ອງນຸ່ງຫົ່ມ ແລະ ອື່ນໆ. ເຫດການດັ່ງກ່າວ ເປັນການຖ່ວງດຶງໃນການພັດທະນາເສດຖະກິດ-ສັງຄົມຂອງຄອບຄົວ ຂອງເມືອງ ແລະ ຂອງແຂວງອີກດ້ວຍ. 

    ພາຍຫຼັງເກີດເຫດ ຂະແໜງແຮງງານ ແລະ ສະຫວັດດີການສັງຄົມແຂວງ ໄດ້ສົມທົບກັບພາກສ່ວນກ່ຽວຂ້ອງ ລົງເກັບກໍາຂໍ້ມູນຜົນກະທົບ ແລະ ຜົນເສຍຫາຍໃນ 4 ເມືອງ ໃນນັ້ນ ມີບ້ານທີ່ໄດ້ຮັບຜົນກະທົບ ແລະ ເສຍຫາຍທັງໝົດ 25 ບ້ານ ມີ 469 ຫຼັງຄາເຮືອນ ມີພົນລະເມືອງ 2.324 ຄົນ ຍິງ 900 ຄົນ ມີຜູ້ເສຍຊີວິດ 2 ຄົນ ບາດເຈັບ 3 ຄົນ ມີເຮືອນຖືກຜົນກະທົບຈໍານວນ 66 ຫຼັງ ໃນນັ້ນ ເຮືອນຖືກນໍ້າພັດ​ຊຸໄຫຼ ຈໍານວນ 58 ຫຼັງ ດິນເຊາະເຈື່ອນ 2 ຫຼັງ ແລະ ເລົ້າເຂົ້າ 23 ຫຼັງ ນອກ​ຈາກ​ນີ້ ຍັງມີເສົາໄຟຟ້າເສຍຫາຍຈໍານວນ 301 ຕົ້ນ ເສົາໄຟຟ້າ 8 ແມັດເສຍຫາຍ 6 ຕົ້ນ ຄອນສາຍເສຍຫາຍ 231 ຄອນ ດອກກັນໄຟເສຍຫາຍ 327 ດອກ ແລະ ສາຍໄຟຟ້າເສຍຫາຍ 24.900 ແມັດ ນໍ້າຖ້ວມອັ່ງຖະໜົນຫົນທາງມີຫຼາຍຈຸດ ເສັ້ນທາງເລກທີ 2E ເມືອງໄຊ ຫາ ເມືອງຫຼາ ລະຫວ່າງກິໂລແມັດ 15-24 ຖຶກຕັດຂາດ 4 ຈຸດ ຂົວຖືກຕັດຂາດ 4 ແຫ່ງ ເປເພ່ 3 ແຫ່ງ ດິນເຈື່ອນຖົມທາງ 15 ຈຸດ ແລະ ເສັ້ນທາງຊົນນະບົດໄດ້ເປ່ເພ ແລະ ຂົວຖືກຕັດຂາດ 11 ແຫ່ງ ເຄື່ອງວັດແທກລະດັບນໍ້າແບບອັດ​ຕະ​ໂນ​ມັດຈຸດວັດແທກຂົວນໍ້າກໍ ບ້ານກໍນ້ອຍເມືອງໄຊ ໄດ້ຮັບຜົນກະທົບ ແລະ ເສຍຫາຍທັງໝົດ ມູນຄ່າ 65 ລ້ານກີບ ຫຼາວັດແທກລະດັບນໍ້າກໍ ຈຸດວັດແທກບ້ານໂຮມໄຊ ຈຸດວັດແທກຂົວນໍ້າກໍ 2 ບ້ານເຈງ ຈຸດວັດແທກບ້ານຫ້ວຍຂຸມ ໄດ້ຮັບຜົນກະທົບ ແລະ ເສຍຫາຍ ລວມມູນຄ່າທັງໝົດ ຈໍານວນ 79 ລ້ານກີບ ໂຮງຮຽນປະຖົມຖືກຜົນກະທົບ (ນໍ້າຖ້ວມ) ມີຈໍານວນ 5 ແຫ່ງ ລະບົບນໍ້າລິນເປ່ເພ ທັງໝົດ ຈໍານວນ 7 ຈຸດ ເນື້ອທີ່ທໍາການຜະລິດເສຍຫາຍທັງໝົດ 35 ເຮັກຕາ ໃນນັ້ນເນື້ອທີ່ນາເສຍຫາຍຈໍານວນ 20 ເຮັກຕາ ເຂົ້າເນີນສູງ 8 ເຮັກຕາ ແລະ ເນື້ອທີ່ສວນ 7 ເຮັກຕາ. 

     ສໍາລັບມູນຄ່າເສຍຫາຍຢູ່ເມືອງນາໝໍ້ໃນເບື້ອງຕົ້ນ ມີຈໍານວນ 6,2 ຕື້ກວ່າກີບ ສ່ວນເມືອງອື່ນໆແມ່ນຍັງບໍ່ທັນໄດ້ປະເມີນມູນຄ່າເສຍຫາຍ. ປັດຈຸບັນ ຄະນະກໍາມະການຄຸ້ມຄອງໄພພິບັດແຕ່ລະຂັ້ນ ຍັງສືບຕໍ່ເກັບກໍາຂໍ້ມູນຜົນເສຍຫາຍຕື່ມອີກ. 

    ຕໍ່ກັບເຫດການດັ່ງກ່າວ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງໄດ້ຊຸກຍູ້ບັນດາຄະນະກໍາມະການຄຸ້ມຄອງໄພພິບັດ ແລະ ພາກສ່ວນຕ່າງໆ ໃນການຕອບໂຕ້ເຫດການສຸກເສີນໄພພິບັດຢູ່ໃນ 4 ເມືອງ ໂດຍການລະດົມກໍາລັງພົນຈາກກອງບັນຊາການ ປກສ, ປກຊ ແລະ ຊາວໜຸ່ມຕະລຸມບອນ ໃນການຊ່ວຍເຫຼືອຂົນຍ້າຍປະຊາຊົນ ເຄື່ອງຂອງຄົວເຮືອນ ແລະ ອະນາໄມເຮືອນຊານບ້ານຊ່ອງຂອງປະຊາຊົນໃນ 3 ເມືອງຄື: ເມືອງໄຊ ເມືອງຫຼາ ແລະ ເມືອງນາໝໍ້ ຄົ້ນຫາຜູ້ສູນຫາຍ ສັນນະສູດຊາກສົບຜູ້ເສຍຊີວິດຢູ່ເມືອງຫຼາ ສໍາລັບເມືອງງາແມ່ນເສຍຫາຍແຕ່ເນື້ອທີ່ທໍາການຜະລິດ ໄດ້ນໍາເອົາເຄື່ອງອຸປະໂພກ-ບໍລິໂພກໄປຊ່ວຍເຫຼືອສຸກເສີນເປັນຕົ້ນແມ່ນ ເຂົ້າສານໜຽວ ຈໍານວນ 105 ກິໂລ ໝີ່ຈໍານວນ 7 ແກັດ ນໍ້າດື່ມ 400 ແພັກ ເຄື່ອງບໍລິໂພກແບບປະສົມ ຈໍານວນ 7 ເປົາ ແລະ ເກືອ ຈໍານວນ 12 ຖົງ ຊ່ວຍເຫຼືອໃຫ້ແກ່ 7 ຫຼັງຄາເຮືອນ ບັນດາຂະແໜງການຕ່າງໆໄດ້ສຸມໃສ່ແກ້ໄຂສຸກເສີນ ເປັນຕົ້ນແມ່ນຖະໜົນຫົນທາງ (ເພື່ອແກ້ໄຂສຸກເສີນ) ສ້ອມແປງລະບົບໄຟຟ້າ ນໍ້າປະປາ ນໍ້າລິນ ສ້ອມແປງລະບົບການສື່ສານ ແລະ ອື່ນໆ. 

    ໂອກາດັ່ງກ່າວ ທ່ານ ຮອງນາຍົກລັດ​ຖະ​ມົນ​ຕີ ໄດ້ສະແດງຄວາມເປັນຫ່ວງເປັນໄຍຕໍ່ປະຊາຊົນຊາວແຂວງອຸດົມໄຊ ໂດຍສະເພາະແມ່ນຜູ້ທີ່ໄດ້ຮັບຜົນກະທົບຈາກເຫດການນ້ຳຖ້ວມໃນຄັ້ງນີ້ ພ້ອມທັງສະແດງຄວາມຊົມເຊີຍຕໍ່ອົງການປົກຄອງທຸກຂັ້ນ ທີ່ໄດ້ສຸມທຸກກຳລັງໃຫ້ການຊ່ວຍເຫຼືອບັນດາຄອບຄົວທີ່ໄດ້ເສຍຫາຍ. ທ່ານຮອງນາຍົກລັດ​ຖະ​ມົນ​ຕີ ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ໄດ້ຕາງໜ້າຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ນຳເອົາເຂົ້າສານໜຽວຈຳນວນ 20 ໂຕນ ສັງກະສີຈຳນວນ 2.000 ແຜ່ນ ເຫຼັກຕະປູຈຳນວນ 500 ກັບ ແລະ ເງິນກອງທຶນນ້ຳມັນຈຳນວນ 200 ລ້ານກີບ ລວມມູນຄ່າ 462 ລ້ານກວ່າກີບ ມອບ​ໃຫ້​ແຂວງ​ອຸ​ດົມ​ໄຊ ແລະ ຕາງໜ້າໃຫ້ແກ່ກະຊວງປ້ອງກັນປະເທດ ມອບເງິນສົດຈຳນວນ 200 ລ້ານກີບ ເພື່ອຊ່ວຍເຫຼືອໃຫ້ແກ່ປະຊາຊົນທີ່ປະສົບໄພພິບັດຢູ່ແຂວງອຸດົມໄຊໃນຄັ້ງນີ້ດ້ວຍ. 

    ໃນການມາເຄື່ອນໄຫວຕິດຕາມສະພາບນ້ຳຖ້ວມຢູ່ແຂວງອຸດົມໄຊຄັ້ງນີ້ ທ່ານ ພ້ອມຄະນະ ຍັງໄດ້ລົງກວດກາເບິ່ງສະພາບພື້ນທີ່ເກີດໄພພິບັດ ຢູ່ບ້ານສາມັກຄີໄຊ, ບ້ານໂພນໄຊ ແລະ ບ້ານຫ້ວຍຫຼາ ເມືອງຫຼາ ຕື່ມອີກ.

error: Content is protected !!