ຄະນະຜູ້ແທນຂັ້ນສູງ ຢ້ຽມຄຳນັບ ພົບປະກັບການນໍາຂັ້ນສູງນະຄອນໂຮ່ຈີມິງ

    ວັນທີ 29 ສິງຫາ 2022 ຄະນະຜູ້ແທນຂັ້ນສູງນະຄອນຫຼວງວຽງຈັນ ນຳໂດຍສະຫາຍ ອາດສະພັງທອງ ສີພັນດອນ ກຳມະການສູນກາງພັນ ຮອງເລຂາຄະນະພັກ ເຈົ້າຄອງນະຄອນຫຼວງວຽງຈັນ ແຂວງສະຫວັນນະເຂດນໍາໂດຍສະຫາຍ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ແລະ ແຂວງຈໍາປາສັກ ນຳໂດຍສະຫາຍ ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຈຳປາສັກ ພ້ອມດ້ວຍພັນລະຍາ ໄດ້ເຂົ້າຢ້ຽມຄໍານັບພົບປະກັບສະຫາຍ ຫງວຽນ ວັນເນນ ກຳມະການກົມການເມືອງສູນກາງພັກ ເລຂາຄະນະພັກນະຄອນໂຮ່ຈີມິງ ສສ ຫວຽດນາມ ເນື່ອງໃນໂອກາດທີ່ຄະນະເດີນທາງມາຢ້ຽມຢາມ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງສອງວັນປະຫວັດສາດລາວ-ຫວຽດນາມຄື:ວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບການຮ່ວມມື ຄົບຮອບ 45 ປີ ຈັດຂຶ້ນຢູ່ນະຄອນໂຮ່ຈີມິງ ມີການນຳຂັ້ນນະຄອນໂຮ່ຈີມິງ ທ່ານ ນາງ ພິມມາ ແກ້ວມີໄຊ ກົງສູນໃຫຍ່ລາວປະຈຳນະຄອນໂຮ່ຈີມິງ ແລະ ການນໍາຂັ້ນສູງນະຄອນໂຮ່ຈີມິງເຂົ້າຮ່ວມ. 

    ໂອກາດນີ້ ສະຫາຍເລຂາຄະນະພັກນະຄອນໂຮ່ຈີມິງ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຂອງຄະນະຜູ້ແທນຂັ້ນສູງນະຄອນຫຼວງວຽງຈັນ ແຂວງສະຫວັນນະເຂດ ແລະ ແຂວງຈຳປາສັກ ເຊິ່ງເປັນການປະກອບສ່ວນເສີມຂະຫຍາຍສາຍພົວພັນຮ່ວມມືພິເສດຮອບດ້ານ ລະຫວ່າງສອງພັກ ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ເວົ້າລວມ ເວົ້າສະເພາະນະຄອນໂຮ່ຈີມິງກັບນະຄອນຫຼວງວຽງຈັນ ແຂວງສະຫວັນນະເຂດ ແລະ ແຂວງຈໍາປາສັກ ທີ່ມີມູນເຊື້ອມາແລ້ວນັ້ນ ໃຫ້ນັບມື້ແຕກດອກອອກຜົນຍິ່ງຂຶ້ນ ທັງເປັນການທົບທວນຫວນຄືນສາຍພົວພັນຮ່ວມມືລະຫວ່າງສອງຊາດລາວ-ຫວຽດນາມ ແລະ ເປັນການປຸກລະດົມໃຫ້ຄົນຮຸ່ນຫຼັງໄດ້ສືບທອດມໍລະດົກຕົກທອດຂອງການຮ່ວມມືຂອງຊາດຕະຫຼອດໄປ ນະຄອນໂຮ່ຈີມິງ ຍາມໃດກໍໃຫ້ການຮ່ວມມື ແລະ ຊ່ວຍເຫຼືອນະຄອນຫຼວງວຽງຈັນ ແລະ ສອງແຂວງໃນທຸກສະພາບ ບໍ່ວ່າໃນຍາມຫຍຸ້ງຍາກ ເພື່ອເປັນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ນອກນີ້ ນະຄອນໂຮ່ຈີມິງ ຍັງໄດ້ຊຸກຍູ້ສົ່ງເສີມໃຫ້ນັກທຸລະກິດນະຄອນໂຮ່ຈີມິງໄປລົງທຶນຢູ່ ສປປ ລາວ ກໍຄືຢູ່ນະຄອນຫຼວງວຽງຈັນ ແລະ ສອງແຂວງ ຊຸກຍູ້ຊ່ວຍເຫຼືອນັກສຶກສາລາວທີ່ມາຮຽນຢູ່ນະຄອນໂຮ່ຈີມິງຕະຫຼອດໄລຍະຜ່ານມາ ພ້ອມນີ້ ສະຫາຍເລຂາຄະນະພັກນະຄອນໂຮ່ຈີມິງ ຍັງໄດ້ອວຍໃຫ້ຄະນະຜູ້ແທນຈົ່ງປະສົບຜົນສຳເລັດຢ່າງຈົບງາມ ໃນການມາຢ້ຽມຢາມນະຄອນໂຮ່ຈີມິງຄັ້ງນີ້ຕື່ມອີກ. 

    ຈາກນັ້ນ ສະຫາຍເຈົ້າຄອງນະຄອນຫຼວງວຽງຈັນ ເຈົ້າແຂວງສະຫວັນນະເຂດ ແລະ ເຈົ້າແຂວງຈຳປາສັກ ຍັງໄດ້ຜັດປ່ຽນກັນມີຄຳເຫັນຕີລາຄາສູງຕໍ່ການເຊື້ອເຊີນຂອງການນໍານະຄອນໂຮ່ຈີມິງມາຮ່ວມພິທີສະເຫຼີມສະຫຼອງສອງວັນປະຫວັດສາດລາວ-ຫວຽດນາມ ຈັດຂຶ້ນຢູ່ນະຄອນໂຮ່ຈີມິງ ພ້ອມທັງສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອຂອງນະຄອນໂຮ່ຈີມິງໃນໄລຍະຜ່ານມາ ເປັນຕົ້ນ ການຊ່ວຍເຫຼືອວຽກງານປ້ອງກັນຊາດ ເສດຖະກິດ ການຄ້າມະນຸດ ວັດທະນະທຳ-ສັງຄົມ ການກໍ່ສ້າງຊັບພະຍາກອນມະນຸດ ແລະ ອື່ນໆ ທີ່ເປັນຂອງຂວັນອັນລໍ້າຄ່າ ພ້ອມທັງອວຍພອນເນື່ອງໃນໂອກາດວັນຊາດຫວຽດນາມ 2 ກັນຍາ 1945 ທີ່ຈະມາເຖິງ ແລະ ເຊື້ອໝັ້ນວ່າ ພາຍໃຕ້ການຊີ້ນໍາ-ນໍາພາຂອງພັກກອມມູນິດຫວຽດນາມ ປະເທດຊາດຫວຽດນາມຈະໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ ແລະ ອວຍພອນໃຫ້ມິດຕະພາບການພົວພັນຮ່ວມມືລະຫວ່າງສອງຊາດລາວ-ຫວຽດນາມຈົ່ງຍືນຍົງທະນົງແກ່ນຕະຫຼອດໄປ. ພ້ອມນີ້ ສະຫາຍເລຂາຄະນະພັກນະຄອນໂຮ່ຈີມິງຍັງໄດ້ໃຫ້ກຽດຈັດງານລ້ຽງຕ້ອນຮັບຄະນະຜູ້ແທນຂັ້ນສູງນະຄອນຫຼວງວຽງຈັນ ແຂວງສະຫວັນນະເຂດ ແລະ ແຂວງຈຳປາສັກຕື່ມອີກ.

error: Content is protected !!