ເມືອງສາລະວັນ ກຽມຈັດແຂ່ງຂັນບຸນຊ່ວງເຮືອ ປະຈຳປີ 2022

    ທ່ານ ໜູຄຳ ສີສະຫວັດ ຮອງເຈົ້າເມືອງສາລະວັນ ປະທານຄະນະກຳມະການຈັດງານບຸນຊ່ວງເຮືອ ປະຈຳປີ 2022 ທີ່ເມືອງສາລະວັນ ໃຫ້ສໍາພາດຕໍ່ສື່ມວນຊົນແຂວງສາລະວັນໃນທ້າຍອາທິດຜ່ານມາວ່າ: ພາຍຫຼັງໄດ້ມີການກະກຽມເນື້ອໃນລາຍການ ແຕ່ງຕັ້ງບັນດາອະນຸກຳມະການດ້ານຕ່າງໆ ແລະ ກຳນົດວັນເວລາ ຈັດສັນສະຖານທີ່ຈັດງານບຸນຊ່ວງເຮືອ ປະຈຳປີ 2022 ເຊິ່ງໄດ້ມີຄວາມພ້ອມກຽມຈັດງານດັ່ງກ່າວ ແລະ ຈະໄດ້ຈັດຫຼາຍກິດຈະກຳສະເຫຼີມສະຫຼອງ ເພື່ອເຮັດໃຫ້ບັນຍາກາດງານບຸນດັ່ງກ່າວມີຄວາມເບີກບານມ່ວນຊື່ນ ແລະ ເປັນການສືບສານ ອະນຸຮັກ ຮັກສາປະເພນີອັນດີງາມຂອງຊາດຂອງທ້ອງຖິ່ນ ທັງເປັນການສົ່ງເສີມຜະລິດຕະພັນສິນຄ້າໂອດ໋ອບຂອງເມືອງ ດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງແຂວງ ຮ່ວມທ່ຽວຊົມຫຼາຍຂຶ້ນ ສ້າງເງື່ອນໄຂໃນການແລກປ່ຽນ ຊື້ຂາຍສິນຄ້າປະເພດຕ່າງໆຂອງພໍ່ແມ່ປະຊາຊົນ ຜູ້ປະກອບທັງພາຍໃນ ມີບັນຍາກາດຟົດຟື້ນ ເຊີ່ງຈະຈັດງານ ເລີ່ມແຕ່ວັນທີ 1–10 ກັນຍາ 2022.

    ການແຂ່ງຂັນຊ່ວງເຮືອປີນີ້ ແມ່ນໄດ້ກຳນົດເອົາ 2 ວັນ ຄື:ວັນທີ 9 ກັນຍາ 2022 ເຊິ່ງການແຂ່ງຂັນແບບເປີດກວ້າງຈາກພະແນກການ ກົມກອງ ບ້ານຕ່າງເມືອງ ແລະ ຕ່າງແຂວງ ຄາດຄະເນຈະມີເຮືອເຂົ້າຮ່ວມແຂ່ງຂັນ 38 ລຳ ປະກອບມີປະເພດເຮືອໃຫຍ່ 30-35 ສີພາຍ ກາງ 25-29 ສີພາຍ,ປະເພດເຮືອນ້ອຍ 12 ສີພາຍ ສໍາລັບວັນທີ 10 ກັນຍາ 2022 ເປັນມື້ແຂ່ງຂັນຊ່ວງເຮືອພາຍໃນເມືອງ ເຊິ່ງຈະມີເຮືອຈາກບ້ານຕ່າງໆ ກົມກອງອ້ອມຂ້າງເມືອງ ນອກຈາກຈະແຂ່ງຂັນຊ່ວງເຮືອແລ້ວ ກໍຈະໄດ້ຈັດງານວາງສະແດງສິນຄ້າໂອດ໋ອບຂອງເມືອງສາລະວັນ ການວາງສະແດງຈໍາໜ່າຍຜະລິດຕະພັນສິນຄ້າຕະຫຼາດນັດ ສິນຄ້າພາຍໃນ ແລະ ຮ່ວມຊົມຮ່ວມທ່ຽວງານຢ່າງມ່ວນຊື່ນ ນອກຈາກນັ້ນ ກໍໄດ້ຈັດສັນສະຖານທີ່ຕ່າງໆພາຍໃນງານ ເພື່ອຄວາມສະດວກສະບາຍ ແລະ ບໍ່ແອອັດ ເປັນຕົ້ນ: ຈຸດຂາຍເຄື່ອງຕ່າງໆຂອງພໍ່ຄ້າແມ່ຄ້າຊາວຂາຍ ສະຖານທີ່ຝາກລົດ ຈັດສັນທາງຍ່າງ ແລະ ອື່ນໆ ທັງໄດ້ແຕ່ງຕັ້ງອະນຸກຳມະການປ້ອງກັນຄວາມສະຫງົບ ຮັກສາເວນຍາມໃນແຕ່ລະຈຸດ ເພື່ອຕິດຕາມສະພາບການຕ່າງໆ ໂດຍສະເພາະ ການຂັບຂີ່ພາຫະນະ ການກິນດື່ມ ມ່ວນຊື່ນ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ.

    ເທສະການບຸນຊ່ວງເຮືອເມືອງສາລະວັນ ທຸກໆປີຈະໄດ້ຈັດຂຶ້ນໃນລະຫວ່າງຂຶ້ນ 14-15 ຄ່ຳເດືອນ 10 ລາວ ຫຼື ກົງກັບບຸນຫໍ່ເຂົ້າສະຫຼາກ ແຕ່ລະປີແມ່ນມີບັນຍາກາດຄຶກຄື້ນ ມ່ວນຊື່ນ ແລະ ມີເຮືອຊ່ວງຈາກຕ່າງແຂວງ ຕ່າງເມືອງ ແລະ ຫຼາຍບ້ານ ເຂົ້າຮ່ວມແຂ່ງຂັນຢ່າງເປັນຂະບວນຟົດຟື້ນ ໄລຍະ 3 ປີຜ່ານມານີ້ ຍ້ອນສະພາບດິນຟ້າອາກາດຝົນຕົກຕໍ່ເນື່ອງ ເກີດໄພນ້ຳຖ້ວມ ແລະ ອີກ 2 ປີຕໍ່ມາ ແມ່ນຢູ່ໃນໄລຍະເຝົ້າລະວັງ ແລະ ປ້ອງກັນການແຜ່ລະບາດພະຍາດໂຄວິດ-19 ຈຶ່ງບໍ່ສາມາດຈັດງານດັ່ງກ່າວໄດ້ ແລະ ປະຕິບັດຕາມຮີດຄອງປະເພນີ ເທົ່ານັ້ນ.

error: Content is protected !!