ລາວ-ເກົາຫຼີ ຮ່ວມມືກັນໃນການຈັດສົ່ງແຮງງານລາວໄປເຮັດວຽກຕາມລະດູການ

    ກົມການຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການ-ສັງຄົມ ສປປ ລາວ (ຮສສ) ຮ່ວມເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບການຈັດສົ່ງງານແຮງງານຕາມລະດູການ  ກັບເມືອງ ແຮງຊ້ອງ  ແຂວງ ກັງວອນ ສ.ເກົາຫຼີ ໃນວັນທີ 26 ສິງຫາ 2022 ໃນໂອກາດເຄື່ອນໄຫວຢ້ຽມຢາມແຮງງານທີ່ໄປເຮັດວຽກຢູ່ປະເທດດັ່ງກ່າວ.

     ຕາງໜ້າກະຊວງ ຮສສ ຮ່ວມລົງນາມໂດຍທ່ານນາງ ອານຸສອນ ຄຳສິງສະຫວັດ ຫົວໜ້າກົມການຈັດຫາງານ ກະຊວງ ຮສສ ແລະ ທ່ານ Kim Myung-gi ເຈົ້າເມືອງແຮງຊ້ອງ ໂດຍມີຄະນະທີ່ກ່ຽວຂ້ອງທັງສອງຝ່າຍຮ່ວມເປັນສັກຂີພິຍານ.

    ບົດບັນທຶກຄັ້ງນີ້ ແມ່ນເພື່ອສົ່ງເສີມຄວາມເຂົ້າໃຈ ແລະ ການຮ່ວມມືກັນລະຫວ່າງທັງສອງຝ່າຍ ແລະ ການຈັດສົ່ງຜູ້ອອກແຮງງານຕາມລະດູການ ເພື່ອເຮັດວຽກໃນຂົງເຂດກະສິກຳເປັນໄລຍະ 3-5 ເດືອນ ໃນປະເທດສາທາລະນະລັດເກົາຫຼີ ແລະ ການຈັດຕັ້ງປະຕິບັດເນື້ອໃນບົດບັນທຶກຄວາມເຂົ້າໃຈສະບັບນີ້ ແມ່ນມີຄວາມສອດຄ່ອງກັບກົດໝາຍ ແລະ ລະບຽບການຂອງສອງປະເທດ ອີງຕາມແຜນງານຈັດສົ່ງຜູ້ອອກແຮງງານຕາມລະດູການຂອງສອງປະເທດ ລວມແລ້ວ ປະມານ 500 ຄົນຕໍ່ປີ.

    ໃນບົດບັນທຶກ ໄດ້ລະບຸຢ່າງລະອຽດກ່ຽວກັບມາດຕະການລະເມີດ ນອກນັ້ນ ເມືອງແຮງຊ້ອງຈະຕ້ອງຮັບຜິດຊອບກ່ຽວກັບຂັ້ນຕອນທີ່ຈຳເປັນກ່ຽວຂ້ອງທັງໝົດສຳລັບຜູ້ອອກແຮງງານຕາມລະດູການຈາກ ສປປ ລາວ ເພື່ອຮັບວີຊາອອກອອກແຮງງານຢູ່ ສ ເກົາຫຼີ ພ້ອມນັ້ນ ຍັງຈະຕ້ອງນຳສົ່ງຜູ້ອອກແຮງງານໃຫ້ແກ່ຜູ້ໃຊ້ແຮງງານ ລວມທັງສະໜອງຂໍ້ມູນຂ່າວສານ ການເຝິກອົບຮົມ ການແນະນໍາ ໃຫ້ຄໍາປຶກສາ ແລະ ການຊ່ວຍເຫຼືອດ້ານອື່ນໆທີ່ກ່ຽວຂ້ອງ ເຊິ່ງບົດບັນທຶກຄວາມເຂົ້າໃຈສະບັບນີ້ ແມ່ນມີກຳນົດໄລຍະເວລາ 1 ປີ ແລະ ມີຜົນບັງຄັບໃຊ້ນັບແຕ່ວັນທີ່ລົງລາຍເຊັນເປັນຕົ້ນໄປ.

error: Content is protected !!