ຫາດຊາຍຟອງ ຫວນຄືນມູນເຊື້ອປີສາມັກຄີ ລາວ-ຫວຽດນາມ ແລະ ມອບໃບຢັ້ງຢືນ 4 ບຸກ

    ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ຈັດປາຖະກະຖາມູນເຊື້ອປີສາມັກຄີລາວ-ຫວຽດນາມ ຫວຽນາມ-ລາວ ວັນເຊັນສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 45 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດລະຫວ່າງລາວ-ຫວຽດນາມຄົບຮອບ 60 ປີ ຕິດພັນກັບການປະກາດການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ ແລະ ມອບໃບຢັ້ງຢືນ 4 ບຸກ ປະຈໍາປີ 2021 ໃຫ້ກັບຄະນະບໍລິຫານງານຊາວໜຸ່ມເມືອງຫາດຊາຍຟອງ ວັນທີ 24 ສິງຫາ 2022 ທີ່ສະໂມສອນປົກຄອງເມືອງ ມີທ່ານ ຄໍາແກ່ງ ດວງພະຈັນ ເຈົ້າເມືອງຫາດຊາຍຟອງ ທ່ານ ຫຸມແພງ ສີສົມບັດ ຮອງເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ນະຄອນຫຼວງວຽງຈັນ ທ່ານ ບຸນລ້ຽມ ແກ້ວດວງສີ ເລຂາຊາວໜຸ່ມເມືອງຫາດຊາຍຟອງ.

    ທ່ານ ຫຸມແພງ ສີສົມບັດ ໄດ້ຍົກໃຫ້ເຫັນປະຫວັດໂດຍຫຍໍ້ ຄວາມໝາຍສຳຄັນ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງສາຍພົວພັນລາວ-ຫວຽດນາມ ຄືຄວາມສາມັກຄິພິເສດທີ່ມີຊີວິດຊີວາຂອງມິດຕະພາບອັນຍິ່ງໃຫຍ່ ທີ່ເປັນສັນຍະລັກ ແລະ ຄວາມຊົງຈຳທີ່ຈະບໍ່ມີວັນລືມໄດ້ ຍາມໃດ ພວກເຮົາກໍຈະຈາລຶກຄຸນງາມຄວາມດີຂອງພັກ-ລັດ ແລະ ປະຊາຊົນສອງຊາດລາວຫວຽດນາມ ເປັນອ້າຍນ້ອງທີ່ໄດ້ໃຫ້ການຊ່ວຍເຫຼືອອັນໃຫຍ່ຫຼວງ ແລະ ລ້ຳຄ່າໃນໄລຍະການຕໍ່ສູ້ປົດປ່ອຍຊາດ ກໍຄືພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາ ສປປ ລາວ ທີ່ປະກອບສ່ວນຂອງປະຊາຊົນລາວບັນດາເຜົ່າ ທ້ອນໂຮມປະເທດຫວຽດນາມໃຫ້ເປັນອັນໜື່ງດຽວກັນ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ສສ ຫວຽດນາມ ໃນປັດຈຸບັນ ພ້ອມນັ້ນ ຍັງໄດ້ລາຍງານຜົນການເຄື່ອນໄຫວຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກຂອງຊາວໜຸ່ມ ຂໍ້ ແຂ່ງຂັນ 3 ດີ 4 ຮູ້ ຂອງເຍົາວະຊົນທັນວາ ປະຈໍາປີ 2021 ແລະ ທິດທາງແຜນການປະຈໍາປີ 2022 ເຊິ່ງຍົກໃຫ້ເຫັນວ່າ: ໂດຍຢຶດໝັ້ນໃນທັດສະນະຊີ້ນໍາຂອງພັກ ທີ່ຖືເອົາວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດ ເປັນກົກບົນພື້ນຖານດັ່ງກ່າວ ຄະນະບໍລິຫານງານຊາວໜຸ່ມເມືອງຫາດຊາຍຟອງ ໄດ້ຕັ້ງໜ້ານໍາພາເປັນແບບຢ່າງ ແລະ ນໍາເອົາແນວທາງນະໂຍບາຍ ມະຕິຄໍາສັ່ງ ຂໍ້ກໍານົດ ກົດລະບຽບ ກົດໝາຍ ແລະ ມູນເຊື້ອວັນສໍາຄັນຕ່າງໆຂອງຊາດ ຂອງພັກ ມາຈັດຕັ້ງເສີມຂະຫຍາຍເຜີຍແຜ່ໃຫ້ກັບຊາວໜຸ່ມໄວໜຸ່ມໃນຂອບເຂດຄວາມຮັບຜິດຊອບ ເພື່ອຮໍ່າຮຽນ ຮັບຮູ້ ພ້ອມເຂົ້່າໃຈເລິກເຊິ່ງຕໍ່ມູນເຊື້ອຄຸນງາມທີ່ດີຂອງຜູ້ນຳລາວ ກໍຄືແນວທາງຂອງພັກ ທີ່ຍາມໃດກໍຢາກໃຫ້ຊາວໜຸ່ມລາວມີຄວາມຕັ້ງໜ້າຝຶກຝົນຮໍ່າຮຽນຫຼໍ່ຫຼອມຕົນເອງໃຫ້ກາຍເປັນຄົນດີ ທີ່ມີຄວາມຮູ້ ຄວາມສາມາດໃນຫຼາຍດ້ານ ມີຄຸນສົມບັດ ຄຸນນະພາບ ສາມາດສືບຕໍ່ພາລະກິດປະຕິວັດໄລຍະໃໝ່ນີ້ໃຫ້ພົ້ນເດັ່ນກວ່າເກົ່າ ແລະ ເປັນໜໍ່ແໜງຂອງປະເທດຊາດໃນອະນາຄົດ.

    ໂອກາດດຽວກັນນີ້ ທ່ານ ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ປະຊາຊົນປະຕິວັດລາວ ນະຄອນຫຼວງວຽງຈັນ ຍັງໄດ້ມອບໃບຢັ້ງຢືນ 4 ບຸກ ປະຈຳປີ 2021 ໃຫ້ແກ່ຊາວໜຸ່ມ ປປລ ເມືອງຫາດຊາຍຟອງ ທີ່ມີຜົນງານພົ້ນເດັ່ນໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນດັ່ງກ່າວ ແລະ ພ້ອມນັ້ນ ໄດ້ມອບໃບຍ້ອງຍໍສັນລະເສີນສະມາຊິກຊາວໜຸ່ມ ປປລ ໃຫ້ກັບຫ້ອງການ ແລະ ໜ່ວຍຮາກຖານພາຍໃນເມືອງ ທີ່ມີຜົນງານພົ້ນເດັ່ນໃນການນຳຈັດຕັ້ງປະຕິບັດຂໍ້ແຂ່ງຂັນດັ່ງກ່າວອີກເຊັ່ນກັນ ເຊີ່ງມີທັງໝົດ 23 ທ່ານ ຍິງ 8 ທ່ານ ກັບ 21 ໜ່ວຍຮາກຖານ.

error: Content is protected !!