ຢ້ຽມຊົມສະຖານທີ່ທ່ອງທ່ຽວປະຫວັດສາດອຸໂມງກຸຈິ ນະຄອນໂຮ່ຈີມິງ

    ວັນທີ 28 ສິງຫາ 2022 ຄະນະຜູ້ແທນຂັ້ນສູງນະຄອນຫລວງວຽງຈັນ (ນວ) ນໍາໂດຍສະຫາຍ ອາດສະພັງທອງ ສີພັນດອນ ກຳມະການສູນກາງພັກ ຮອງເລຂາຄະນະພັກ ເຈົ້າຄອງ ນວ ພ້ອມດ້ວຍພັນລະຍາ ແລະ ນັກທຸລະກິດ ໄດ້ໄປຢ້ຽມຊົມສະຖານທີ່ທ່ອງທ່ຽວປະຫວັດສາດອຸໂມງກຸຈິ (ເຂດປະຫວັດສາດຂອງນະຄອນໂຮ່ຈີມິງ) ສສ ຫວຽດນາມ ທີ່ຕັ້ງຢູ່ຫ່າງຈາກຕົວເມືອງນະຄອນໂຮ່ຈີມິງປະມານ 70 ກິໂລແມັດ ນຳພາໂດຍທ່ານຫົວໜ້າການເມືອງ ກອງບັນຊາການທະຫານນະຄອນໂຮ່ຈີມິງພ້ອມຄະນະ ໃນໂອກາດທີ່ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນໂຮ່ຈີມິງ ວັນທີ 27 ສິງຫາ ຫາວັນທີ 1 ກັນຍາ 2022.     ການໄປຢ້ຽມຊົມສະຖານທີ່ທ່ອງທ່ຽວປະຫວັດສາດຄັ້ງນີ້ ໄດ້ຮັບຟັງການບັນລະຍາຍປະຫວັດຄວາມເປັນມາຂອງສະຖານທີ່ທ່ອງທ່ຽວແຫ່ງນີ້ຈາກຜູ້ຮັບຜິດຊອບ ເຊິ່ງເຫັນວ່າສະຖານທີ່ທ່ອງທ່ຽວແຫ່ງນີ້ເກີດຂຶ້ນໃນສະໄໝສົງຄາມຕໍ່ສູ້ກູ້ຊາດ ຕ້ານຈັກກະພັດລ່າເມືອງຂຶ້ນແບບໃໝ່ ໂດຍແມ່ນກອງຫຼອນ ແລະ ປະຊາຊົນເມືອງກຸຈິເປັນຜູ້ສ້າງອຸໂມງໃຕ້ດິນຂຶ້ນມາເພື່ອເປັນບ່ອນລີ້ໄພ ແລະ ສູ້ຮົບກັບສັດຕູໃນເວລານັ້ນ ອຸໂມງມີຄວາມເລິກຈາກໜ້າດິນລົງໄປມີຢູ່ 3 ລະດັບຄື: ລະດັບທີ 1 ມີຄວາມເລິກ 2-3 ແມັດ ລະດັບທີ 2 ມີຄວາມເລິກ 4-5 ແມັດ ແລະ ລະດັບທີ 3 ມີຄວາມເລິກ 6-12 ແມັດ ພາຍໃນອຸໂມງ ປະກອບມີທາງຍາວ 48 ກິໂລແມັດ ຫ້ອງປະຊຸມ ຫ້ອງຄົວກິນ ຫ້ອງເກັບອາວຸດ ແລະ ສະບຽງອາຫານ ບ່ອນພັກເຊົາ ນ້ຳສ້າງ ບ່ອນປີ່ນປົວຄົນເຈັບ ບ່ອນສູ້ຮົບ ມີເສັ້ນທາງທະລຸໃສ່ແມ່ນ້ຳໄຊງ່ອນ ເພື່ອຫຼົບໜີໃນກໍລະນີຖ້າມີສັດຕູຮູ້ທີ່ຕັ້ງຂອງອຸໂມງ ນອກນີ້ ຢູ່ໜ້າດິນຍັງສ້າງບ່ອນຂຶ້ນລົງອຸໂມງ ປ່ອງລະບາຍອາກາດ ບ່ອນສູ້ຮົບຫຼາຍຈຸດ ສ້າງກັບດັກເປັນຂຸມ ແລະ ອື່ນໆ ເຊິ່ງຂະບວນການຕໍ່ສູ້ຂອງກອງຫຼອນ ແລະ ປະຊາຊົນເມືອງກຸຈິ ສົມທົບກັບທະຫານກອງທັບຫວຽດນາມ ສາມາດເອົາຊະນະສັດຕູ ແລະ ປົດປ່ອຍປະເທດຊາດໃນປີ 1975 ຈາກຜົນງານດັ່ງກ່າວ ຈຶ່ງເຮັດໃຫ້ກອງຫຼອນ ແລະ ປະຊາຊົນເມືອງກຸຈິຫຼາຍຄົນ ໄດ້ຮັບນາມມະຍົດກາຍເປັນວິລະຊົນແຫ່ງຊາດ ນັກຮົບແຂ່ງຂັນ ປັດຈຸບັນ ສະຖານທີ່ແຫ່ງນີ້ໄດ້ກາຍເປັນສະຖານທີ່ທ່ອງທ່ຽວປະຫວັດສາດຂອງນະຄອນໂຮ່ຈີມິງ ກໍຄືຫວຽດນາມ ແຕ່ລະວັນ ຈະມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໄປທ່ຽວຊົມເປັນຈຳນວນຫຼວງຫຼາຍ ສາມາດສ້າງລາຍຮັບທາງກົງ ແລະ ທາງອ້ອມໃຫ້ເມືອງກຸຈິກໍຄືນະຄອນໂຮ່ຈີມິງ.

error: Content is protected !!