ເມືອງສັງທອງ ສ້າງຂະບວນການຂີ່ລົດຖີບຕ້ອນຮັບວັນເກີດວິລະຊົນສີທອງ

    ກຸ່ມລົດຖີບມິດຕະພາບ ແລະ ສຸຂະະພາບ ຂອງເມືອງສັງທອງ ຮ່ວມກັບກຸ່ມຂີ່ລົດຖີບມິດຕະພາບນະຄອນຫຼວງວຽງຈັນ ແລະ ເມືອງສັງທອງ ໄດ້ສ້າງກິດຈະກຳຂີ່ລົດຖີບຂຶ້ນໃນວັນທີ 28 ສິງຫາ 2022 ເພື່ອສ້າງຂະບວນການສະເຫຼີມສະຫຼອງວັນສໍາຄັນຊອງຊາດ ເຊັ່ນ: ວັນຄ້າຍວັນເກີດຂອງວິລະຊົນສີທອງ (ວິລະຊົນແຫ່ງຊາດ) ຄົບຮອບ 97 ປີວັນຢຶດອຳນາດທົ່ວປະເທດ 23 ສິງຫາ ຄົບຮອບ 47 ປີ ວັນສ້າງຕັ້ງເມືອງສັງທອງ ຄົບຮອບ 29 ປີ ແລະ ວັນຄ້າຍວັນເກີດຂອງວິລະຊົນແຫ່ງຊາດ ຄົບຮອບ 97 ປີ. ກິດຈະກຳດັ່ງກ່າວ ໄດ້ມີການຈັດສະແດງຮູບພາບ ການເຄື່ອນໄຫວຂອງຂະບວນການຂີ່ລົດຖີບ ແລະ ພາບການຊ່ວຍເຫຼືອສັງຄົມຢູ່ສະຖານທີ່ຕ່າງຂອງກຸ່ມລົດຖີບ ມີການແຈກເສື້ອໂລໂກຮູບຂອງວິລະຊົນສີທອງ ທີ່ທ່ານ ສະຫຼອງ ສີທຸມທອງ ລູກຊາຍຂອງວິລະຊົນສີທອງ ອຸປະຖຳ ຈຳນວນ 200 ຜືນ ມູນຄ່າ 9,6 ລ້ານກີບ ນອກນີ້ ຄະນະກຸ່ມລົດຖີບ ຈໍານວນ 29 ຄະນະ ຍັງໄດ້ມອບເງິນສົດ ແລະ ອຸປະກອນການຮຽນ ເພື່ອສົມທົບທຶນປະກອບສ່ວນ ຊື້ອຸປະກອນການຮຽນການສອນ ໃຫ້ກັບໂຮງຮຽນໃນແຫ່ງຕ່າງໆທີ່ຢູ່ຫ່າງໄກສອກຫຼີກຂອງເມືອງສັງທອງ ເປັນອຸປະກອນການຮຽນການສອນ ມູນຄ່າ 5,5 ລ້ານກີບ ແລະ ເງິນສົດ 13.970.000 ກີບ.

     ໃນພິທີ ຍັງໄດ້ຂີ່ລົດຖີບຮ່ວມກັນໃນໄລຍະທາງ 45 ກິໂລແມັດ ທ່າມກາງບັນຍາກາດການເອົາໃຈໃສ່ປ້ອງກັນຂອງກຳລັງ ປກຊ-ປກສ ຂອງເມືອງຢ່າງຕໍ່ເນື່ອງຂອງໄລຍະທາງ ເຈົ້າເມືອງສັງທອງ ຍັງໄດ້ມອບໃບຍ້ອງຍໍໃຫ້ກັບກຸ່ມລົດຖີບທີ່ຊ່ວຍເຫຼື່ອສັງຄົມ ກໍຄືຊຸກຍູ້ເຫຼືອວັດຖຸ ເງິນສົດ ອື່ນໆໃຫ້ກັບໂຮງຮຽນໃນແຫ່ງຕ່າງໆ ທີ່ຫ່າງໄກສອກຫຼີກຢູ່ເມືອງສັງທອງ.

    ເປັນກຽດເຂົ້າຮ່ວມໃນງານສ້າງຂະບວນການດັ່ງກ່າວ ມີທ່ານ ພົງສະຫັວນ ສິລິພັນ ເຈົ້າເມືອງສັງທອງພ້ອມຄະນະ ມີທ່ານ ກາບຊ້ອນ ສຸວັນນະລາດ ເລຂາສະຫະພັນລົດຖີບແຫ່ງຊາດລາວ ທ່ານ ສະຫຼອງ ສີທຸມທອງ ລູກຊາຍຂອງ ວິລະຊົນສີທອງ ຄະນະກຸ່ມລົດຖີບ ເພື່ອມິດຕະພາບ ສຸຂະພາບ ເມືອງສັງທອງ ແລະ ກຸ່ມຂີ່ລົດຖີບຍິງ-ຊາຍ ມິດຕະພາບ ນະຄອນຫຼວງສັງທອງ ຈຳນວນ 29 ຄະນະ ເຂົ້າຮ່ວມ.

error: Content is protected !!