ແຂວງຫູໜານ ສປ ຈີນ ມອບເຄື່ອງຊ່ວຍເຫຼືອຕ້ານໂຄວິດ-19

     ວັນທີ 5 ມິຖຸນາ 2020 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ທ່ານ ສົງ ເຈ່ເຟິງ ປະທານ ບໍລິສັດ ລາວ-ຊຽງເຟິງ ບີຈີເນສ ທ່ອງທ່ຽວພັດທະນາຈໍາກັດ ໄດ້ຕາງໜ້າໃຫ້ອໍານາດການປົກຄອງແຂວງຫູໜານ ສປ ຈີນ ມອບເຄື່ອງຊ່ວຍເຫຼືອຕ້ານພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ (COVID-19) ໃຫ້ອົງການປົກຄອງນະຄອນຫຼວງວຽງຈັນ ຕາງໜ້າຮັບຂອງທ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ເຄື່ອງທີ່ນໍາມາມອບຄັ້ງນີ້ ປະກອບມີຜ້າອັດປາກ N95 ຈໍານວນ 5.000 ອັນ ຜ້າອັດປາກແພດນໍາໃຊ້ທົ່ວໄປ 10.000 ອັນ ເຄື່ອງວັດແທກອຸນຫະພູມ 50 ເຄື່ອງ ແລະ ຊຸດປ້ອງກັນພະຍາດໂຄວິດ-19 ຈໍານວນ 1.000 ຊຸດ ມູນຄ່າ 250.400 ຢວນ ປະມານ 3 ຮ້ອຍລ້ານກວ່າກີບ.

# ຂ່າວ & ພາບ: ຂັນທະວີ

error: Content is protected !!