ໂຄງການ “ກ້າໄມ້ ແຕກໃບ ສົດໃສ ຢືນຕົ້ນ ໃຫຍ່ງາມ” ເປັນການຮ່ວມມືລະຫວ່າງບໍລິສັດ ຣາຊ-ລາວ ບໍລິການ ຈຳກັດ ແລະ ກົມພັດທະນາວິຊາຊີບຊາວໜຸ່ມ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ (ສຊປລ) ສະໜັບສະໜູນເງິນທຶນໝູນວຽນຈຳນວນໜຶ່ງ ໃຫ້ແກ່ສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ເພື່ອສ້າງໂອກາດ ແລະ ມອບທຶນບໍ່ມີດອກເບ້ຍ ດ້ານການພັດທະນາ ຍົກລະດັບຄວາມຮູ້ດ້ານວິຊາການ ທັກສະສີມືແຮງງານສຳລັບປະກອບອາຊີບ ໃຫ້ແກ່ນັກຮຽນທີ່ຈົບການສຶກສາ ຈາກສູນເຝິກອົບຮົມວິຊາຊີບຊາວໜຸ່ມຜູ້ທີ່ດ້ອຍໂອກາດ ບໍ່ມີວຽກເຮັດງານທຳໃຫ້ມີອາຊີບທີ່ໝັ້ນຄົງ ໂດຍໄດ້ເລີ່ມຮ່ວມມືນຳກັນມາແຕ່ຕົ້ນເດືອນເມສາ 2012 ເປັນຕົ້ນມາ.

ໃນວັນທີ 4 ມີຖຸນາ 2020 ທີ່ເມືອງກາສີ ແຂວງວຽງຈັນ ຈັດພິທີມອບ-ຮັບທຶນໂຄງການ “ກ້າໄມ້ ແຕກໃບ ສົດໃສ ຢືນຕົ້ນ ໃຫຍ່ງາມ” ຈຳນວນ 10 ລ້ານກີບ ໃຫ້ແກ່ທ້າວ ເຄນ ໂສລັດຕະນະວົງ ຊາວໜຸ່ມບ້ານປຸງຫຼັກ ເມືອງກາສີ ແຂວງວຽງຈັນ ຜູ້ໄດ້ຮັບທຶນ ອັນດັບທີ 43 ຂອງປະເທດ ຕາງໜ້າມອບທ່ານນາງ ແສງອ່ອນ ປວງມະນີວັນ ຮອງຫົວໜ້າກົມພັດທະນາວິຊາຊີບຊາວໜຸ່ມ ສຊປລ ພ້ອມດ້ວຍທ່ານ ນະລົງວິດ ຄອງສິນ ຜູ້ຈັດການອົງກອນສຳພັນ ບໍລິສັດ ຣາຊ-ລາວ ບໍລິການ ຈຳກັດ ມີທ່ານ ທອງໄຊ ຮັກມະນີ ເລຂາຄະນະບໍລິຫານງານຊາວໜຸ່ມ ເມືອງກາສີ ແຂວງວຽງຈັນ ພ້ອມດ້ວຍອຳນາດການປົກຄອງບ້ານປຸງຫຼັກ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
