ຄະນະຜູ້ແທນຂັ້ນສູງ ນວ ຢ້ຽມຢາມອະດີດການນໍາຫວຽດນາມ

    ເພື່ອຕອບສະໜອງຕາມຄຳເຊີນຂອງສະຫາຍ ຟາຍ ວັນມາຍ ກຳມະການສູນກາງພັກ ຮອງເລຂາຄະນະພັກ ປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈີມິງ ສສ ຫວຽດນາມ ຄະນະຜູ້ແທນຂັ້ນສູງນະຄອນຫຼວງວຽງຈັນ (ນວ) ນຳໂດຍສະຫາຍ ອາດສະພັງທອງ ສີພັນດອນ ກຳມະການສູນກາງພັກ ຮອງເລຂາຄະນະພັກ ເຈົ້າຄອງ ນວ ພ້ອມດ້ວຍພັນລະຍາ ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນໂຮ່ຈີມິງ ສສ ຫວຽດນາມ ວັນທີ 27 ສິງຫາ ຫາວັນທີ 1 ກັນຍາ 2022 ພາຍຫຼັງເດີນທາງເຖິງສະໜາມບິນນະຄອນໂຮ່ຈີມິງ ຖືກຕ້ອນຮັບໂດຍສະຫາຍ ໂງ່ ເຫວີນເຈົ່າ ຮອງປະທານຄະນະກໍາມະການປະຊາຊົນນະຄອນໂຮ່ຈີມິງ ແລະ ທ່ານຮອງຫົວໜ້າພະແນກການຕ່າງປະເທດນະຄອນໂຮ່ຈີມິງ.

    ວັນທີ 28 ສິງຫາ 2022 ຄະນະຜູ້ແທນຂຶ້ນສູງ ນວ ນໍາໂດຍສະຫາຍ ອາດສະພັງທອງ ສີພັນດອນ ກຳມະການສູນກາງພັກ ຮອງເລຂາຄະນະພັກ ເຈົ້າຄອງ ນວ ແລະ ແຂວງຈໍາປາສັກ ນໍາໂດຍສະຫາຍວິໄລວົງ ບຸດດາຄຳ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຈໍາປາສັກ ພ້ອມດ້ວຍພັນລະຍາ ໄດ້ເຂົ້າຢ້ຽມຢາມສະຫາຍ ຫງວຽນ ມິງ ຈຽດ ອະດີດກຳມະການກົມການເມືອງສູນກາງພັກ ອະດີດເລຂາຄະນະພັກນະຄອນໂຮ່ຈິມິງ ອະດີດປະທານປະເທດຫວຽດນາມ ພ້ອມດ້ວຍພັນລະຍາ ຢູ່ເຮືອນພັກຂອງເພີ່ນທີ່ແຂວງບິ່ງເຢືອງ ມີສະຫາຍເລຂາພັກແຂວງ ແລະ ສະຫາຍຮອງປະທານສະພາປະຊາຊົນແຂວງບິ່ງເຢືອງ ພ້ອມດ້ວຍສະຫາຍກົງສູນຫວຽດນາມປະຈຳ 4 ແຂວງພາກໃຕ້ຂອງລາວເຂົ້າຮ່ວມ.

    ໂອກາດນີ້ ສະຫາຍ ອາດສະພັງທອງ ສີພັນດອນ ແລະ ສະຫາຍ ວິໄລວົງ ບຸດດາຄຳ ໄດ້ຜັດປ່ຽນກັນຂຶ້ນມີຄຳເຫັນວ່າ: ການມາຢ້ຽມຢາມຂອງຄະນະຜູ້ແທນຄັ້ງນີ້ ເນື່ອງໃນໂອກາດສະເຫຼີມສະຫຼອງ 2 ວັນປະຫັວດສາດລາວ-ຫວຽດນາມ ຄືວັນສ້າງຕັ້ງສາຍພົວພັນການທູດຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາຮ່ວມມືມິດຕະພາບ ຄົບຮອບ 45 ປີ ເຊິ່ງການມາຢ້ຽມຢາມອະດີດການນຳຂັ້ນສູງຫວຽດນາມຄັ້ງນີ້ ເພື່ອເປັນການສະແດງເຖິງຄວາມກະຕັນຍູຮູ້ບຸນຄຸນຜູ້ທີ່ມີຜົນງານໃນການຊີ້ນຳ-ນຳພາສອງພັກສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ຕະຫຼອດຜ່ານມາ ຈົນກາຍເປັນມູນມໍລະດົກຕົກທອດອັນລ້ຳຄ່າຈົນເຖິງປັດຈຸບັນ ພວກເຮົາການນຳຮຸ່ນສືບທອດ ຂໍປະຕິຍານວ່າຈະຢືດໝັ້ນ ແລະ ເສີມຂະຫຍາຍການພົວພັນຮ່ວມມືພິເສດຮອບດ້ານຂອງສອງສອງລັດ ແລະ ສອງຊາດລາວ-ຫວຽດນາມ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ຈະລີນຮຸ່ງເຮືອງຂຶ້ນໄປເລື້ອຍໆ ພ້ອມນີ້ ສະຫາຍເຈົ້າຄອງ ນວ ແລະ ສະຫາຍເຈົ້າແຂວງຈຳປາສັກ ຍັງໄດ້ອວຍພອນໃຫ້ທ່ານອະດີດການນຳຫວຽດນາມ ຈົ່ງມີສຸກຂະພາບເຂັ້ມແຂງ ມີພາລະໄມສົມບູນ ແລະ ສືບຕໍ່ຊີ້ນຳ-ນຳພາ ຊຸກຍູ້ສົ່ງເສີມການພົວພັນຮ່ວມມືບັນດາແຂວງ ແລະ ນະຄອນຂອງສອງປະເທດລາວ-ຫວຽດນາມໃຫ້ນັບມື້ຈະເລີນງອກງາມຍິ່ງໆຂຶ້ນ.

     ຕອນທ້າຍ ສະຫາຍອະດີດປະທານປະເທດຫວຽດນາມ ໄດ້ສະແດງຄວາມຕ້ອນຮັບ ແລະ ຂອບໃຈຕໍ່ການເດີນທາງມາຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງ ນວ ແລະ ແຂວງຈໍາປາສັກຄັ້ງນີ້ ເປັນການສະແດງໃຫ້ເຫັນເຖິງໝາກຜົນຂອງການຮ່ວມມືຂອງສອງພັກ ສອງລັດ ກໍຄືສອງຊາດລາວ-ຫວຽດນາມ ທີ່ໄດ້ຮັບການພັດທະນາ ແລະ ສືບຕໍ່ຜັນຂະຫຍາຍໃຫ້ນັບມື້ມີປະສິດທິຜົນ ແລະ ໝັ້ນຄົງທະນົງແກ່ນຕະຫຼອດໄປ ພ້ອມນີ້ ສະຫາຍອະດີດການນຳ ຍັງໄດ້ຝາກຄວາມຢ້ຽມຢາມຖາມຂ່າວຜ່ານຄະນະໄປຍັງການນຳ ແລະ ອະດີດການນຳຂັ້ນສູງພັກ-ລັດຂອງລາວ ແລະ ອວຍພອນໃຫ້ຄະນະຜູ້ແທນທັງສອງ ຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນໂຮ່ຈິມິງ ຈົ່ງປະສົບຜົນສຳເລັດ ແລະ ເດີນທາງກັບຄືນປະເທດຂອງຕົນດ້ວຍຄວາມສະຫັວດດີພາບ.

error: Content is protected !!