ເຮຶອ ນວ ຄວ້າແຊັມບຸນຊ່ວງເຮືອເດືອນ 9 ຫໍ່ເຂົ້າປະດັບດິນ ທີ່ແຂວງຫຼວງພະບາງ

    ງານແຂ່ງຂັນຊ່ວງເຮຶອ ເດືອນ 9 ຫໍ່ເຂົ້າປະດັບດິນ ທີ່ສະໜາມຍຶງຄານ ນະຄອນຫຼວງພະບາງ ແຂວງຫຼວງພະບາງ ໃນວັນທີ 26 ສິງຫາ 2022 ມີເຮືອຊ່ວງປະເພນີເຂົ້າຮ່ວມທັງໝົດ 25 ລຳ ໃນປະເພດ 55 ສີພາຍ ການແຂ່ງຂັນຮອບຊີງຊະນະເລີດ ທີມເຮືອຊ່ວງນະຄອນຫຼວງວຽງຈັນ ພົບກັບ ທີມເຮືອຊ່ວງແຂວງໄຊຍະບູລີ 1 ໂດຍບໍ່ສາມາດປ່ອຍເຮືອອອກມາໄດ້ ມີການຟາວຫຼາຍຄັ້ງ ຈົນສຸດທ້າຍ ທີມເຮືອຊ່ວງແຂວງໄຊຍະບູລີ 1 ບໍ່ຍ້ອມແຂ່ງຂັນຕໍ່ ສົ່ງຜົນໃຫ້ທີມເຮືອຊ່ວງນະຄອນຫຼວງ ຄວ້າແຊັມໄປຄອງ ຮັບຂັນຄອງ 1,5 ກິໂລ ຮັບຂັນເງິນ ນໍ້າໜັກ 1 ກິໂລ ພ້ອມເງິນລາງວັນ 17 ລ້ານກີບ. ຮອງແຊັມ ທີມເຮືອຊ່ວງແຂວງໄຊຍະບູລີ 1 ຮັບຂັນເງິນ ນໍ້າໜັກ 0,8 ກິໂລ ພ້ອມເງິນລາງວັນ 16 ລ້ານກີບ ອັນດັບ 3 ທະນາຄານພັດທະນາລາວ (LDB) ແຊັມທະລຸຟ້າ ຮັບຂັນເງິນ ນໍ້າໜັກ 0,5 ກິໂລ ພ້ອມເງິນລາງວັນ 15 ລ້ານກີບ ອັນດັບ 4 ທີມເຮືອຊ່ວງ ວັດຊຽງທອງ 2 ຮັບເງິນລາງວັນ 14 ລ້ານກີບ ອັນດັບ 5 ທີມເຮືອຊ່ວງເມືອງຊຽງເງິນ ຮັບເງິນລາງວັນ 13 ລ້ານກີບ ອັນດັບ 6 ທີມເຮືອຊ່ວງ ບ້ານນູນສະຫວາດ ຮັບເງິນລາງວັນ 12,5 ລ້ານກີບ ອັນດັບ 7 ທີມເຮືອຊ່ວງ ນາວາຜານາກ ເມືອງປາກອູ ຮັບເງິນລາງວັນ 12 ລ້ານກີບ ອັນດັບ 8 ທີມເຮືອຊ່ວງ ບ້ານສັງຄະໂລກ ລາວແກັສ ຮັບເງິນລາງວັນ 11,5 ລ້ານກີບ. ອັນດັບ 9 ຮ່ວມມີ: ທີມເຮືອຊ່ວງ ວັດໃຫມ່-ສວນລາດແລງ ບ້ານປ່າຂາມ ທີມເຮືອຊ່ວງ ບ້ານໂພນສະອາດ ທີມເຮືອຊ່ວງ ບ້ານຫາດຮ່ຽນ ແລະ ທີມເຮືອຊ່ວງ ພະແນກສຶກສາທິການ ແລະ ກີລາ ແຂວງຫຼວງພະບາງ ຮັບເງິນລາງວັນ ລຳລະ 11 ລ້ານກີບ ອັນດັບ 13 ຮ່ວມມີ: ທີມເຮືອຊ່ວງ ບ້ານຊຽງລ້ອມ ທີມເຮືອຊ່ວງ ວັດຊຽງທອງ 1 ທີມເຮືອຊ່ວງ ບ້ານຖິ່ນຊົມ ແລະ ທີມເຮືອຊ່ວງ ບ້ານພັນຫຼວງ ຮັບເງິນລາງວັນ ລຳລະ 10,5 ລ້ານກີບ ອັນດັບທີ 17 ຮ່ວມ ມີທີມເຮືອຊ່ວງບ້ານຈອມງົວ ທີມເຮືອຊ່ວງ ພະທາດຫມາກໂມ ກຸ່ມວິຊຸນ ທີມເຮືອຊ່ວງ ບ້ານຄົກມັນ ທີມເຮືອຊ່ວງ ບ້ານປາກເຊືອງ ທີມເຮືອຊ່ວງ ບ້ານສະເລື່ອນ ທີມເຮືອຊ່ວງ ບ້ານຄອຍ ສະຖາບັນການເງິນຈຳປາລາວ ທີມເຮືອຊ່ວງ ບ້ານທາດຫລວງ ກຸ່ມວັດທາດ ຮັບເງິນບລາງວັນ ລຳລະ 10 ລ້ານກີບ. ສໍາລັບລາງວັນເຮືອງາມ ອັນດັບທີ 1 ເຮືອຊ່ວງ ວັດຊຽງທອງ 2 ຮັບເງິນ 3,5 ລ້ານກີບ ອັນດັບທີ 2 ເຮືອຊ່ວງ ວັດໃໝ່-ສວນລາດແລງ ບ້ານປ່າຂາມ ຮັບເງິນ 2,5 ລ້ານກີບ ແລະ ອັນດັບທີ 3 ເຮືອຊ່ວງ ພະທາດໝາກໂມ ກຸ່ມວິຊຸນ ຮັບເງິນ 1,5 ລ້ານກີບ.

error: Content is protected !!