ລາວ-ຍີ່ປຸ່ນ ຮ່ວມມືກັນເຝິກອົບຮົມ ແລະ ສົ່ງອອກແຮງງານລາວດ້ານການເບິ່ງແຍງຜູ້ສູງອາຍຸໄປປະເທດຍີ່ປຸ່ນ

    ທ້າຍອາທິດຜ່ານມາ ທີ່ສະຖາບັນພັດທະນາສີມືແຮງງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ທ່ານ ກະຊູຕະກະ ນາກາໂອະ ຜູ້ອຳນວຍການສະມາຄົມສູນເຝິກອົບຮົມບຸຄະລາກອນດ້ານທຸລະກິດການດູແລຮັບໃຊ້ແຫ່ງປະເທດຍີ່ປຸ່ນ ແລະ ທ່ານນາງຈັນທະສອນ ອິນທະວົງ ຜູ້ອຳນວຍການສູນພັດທະນາສີມືແຮງງານ ແລະ ຈັດຫາງານຫ້ວຍຫົງ (ສພຮຫ) ເຂົ້າພົບປະທ່ານ ພົງໄຊຊັກ ອິນຖາລາດ ຮອງລັດຖະມົນຕີກະຊວງ ຮສສ ມີທ່ານ ບຸນມີ ສິດທິໂສມ ຫົວໜ້າສະຖາບັນພັດທະນາສີມືແຮງງານ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

    ຈຸດປະສົງຂອງການເຂົ້າຢ້ຽມຢາມຂອງຄະນະດັ່ງກ່າວ ເພື່ອລາຍງານໃຫ້ທ່ານຮອງລັດຖະມົນຕີຊາບ ເຖິງຄວາມຄືບໜ້າຂອງແຜນການຈັດຕັ້ງໂຄງການເຝິກອົບຮົມສີມືແຮງງານດ້ານການເບິ່ງແຍງຜູ້ສູງອາຍຸເພື່ອສົ່ງອອກໄປເຮັດວຽກຢູ່ປະເທດຍີ່ປຸ່ນ ແລະ ສພຮຫ ທີ່ກຳລັງຮ່ວມກັນຂຶ້ນແຜນ ແລະ ທົດລອງຈັດຕັ້ງປະຕິບັດຢູ່ໃນປັດຈຸບັນ ໂອກາດນີ້ ທ່ານ ກະຊູຕະກະ ນາກາໂອະ ໄດ້ລາຍງານໃຫ້ຮູ້ວ່າ ໂຄງສ້າງປະຊາກອນຂອງປະເທດຍີ່ປຸ່ນ ແມ່ນມີຄົນສູງອາຍຸຈຳນວນຫຼວງຫຼາຍ ສະນັ້ນ ລັດຖະບານປະເທດຍີ່ປຸ່ນ ຈື່ງມີຄວາມຈຳເປັນ ແລະ ຕ້ອງການນຳເຂົ້າແຮງງານ ໂດຍສະເພາະ ແຮງງານດ້ານການເບິ່ງແຍງຜູ້ສູງອາຍຸເປັນຈຳນວນຫຼາຍຈາກຕ່າງປະເທດ ໂດຍສະເພາະຈາກບັນດາປະເທດອາຊຽນ ໃນນັ້ນ ມີປະເທດລາວ ພ້ອມກັນນັ້ນ ກໍໄດ້ສະເໜີຂໍໃຫ້ຂະແໜງການກ່ຽວຂ້ອງຈົ່ງພິຈາລະນາສະໜັບບສະໜູນ ແລະ ສົ່ງເສີມໃຫ້ມີການຮຽນ-ການສອນພາສາຍິ່ປຸ່ນ ແລະ ວິຊາການດ້ານການເບິ່ງແຍງຜູ້ສູງອາຍຸຢູ່ສູນພັດທະນາສີມືແຮງງານ ແລະ ຢູ່ໂຮງຮຽນເຝິກອົບຮົມວິຊາຊີບຕ່າງໆທີ່ມີຢູ່ໃຫ້ຫຼາຍຂຶ້ນ ເພື່ອເຮັດໃຫ້ປະເທດລາວສາມາດຜະລິດບຸຄະລາກອນແຮງງານສີມືດ້ານການເບິ່ງແຍງຜູ້ສູງອາຍຸໃຫ້ຫຼາຍຂຶ້ນ ເພື່ອສົ່ງອອກໄປເຮັດວຽກຢູ່ປະເທດຍີປຸ່ນ ເຊິ່ງຈະເປັນການປະກອບສ່ວນອັນສຳຄັນໃນການແກ້ໄຂບັນຫາວ່າງງານ ແລະ ແກ້ໄຂຄວາມທຸກຍາກຂອງຊາວໜຸ່ມລາວ.

    ພາຍຫຼັງການພົບປະກັບທ່ານຮອງລັດຖະມົນຕີແລ້ວ ໃນວັນດຽວກັນນັ້ນ ສພຮຫ ແລະ ສາມາຄົມສູນເຝິກອົບຮົມບຸຄະລາກອນດ້ານທຸລະກິດການດູແລຮັບໃຊ້ແຫ່ງປະເທດຍີ່ປຸ່ນ ໄດ້ຮ່ວມກັນລົງນາມເຊັນສັນຍາຮ່ວມມືກັນໃນການເຝິກອົບຮົມ ແລະ ສົ່ງອອກແຮງງານລາວດ້ານການດູແລຜູ້ສູງອາຍຸໄປປະເທດຍີປຸ່ນ ອີງຕາມສັນຍາຮວມມືດັ່ງກ່າວ ສພຮຫ ແລະ ສາມາຄົມສູນເຝິກອົບຮົມບຸຄະລາກອນດ້ານທຸລະກິດການດູແລຮັບໃຊ້ ຈະເລີ່ມຈັດໃຫ້ມີການເຝິກອົບຮົມພາສາຍິ່ປຸ່ນ ແລະ ວິຊາການເບິ່ງແຍງຜູ້ສູງອາຍຸຊຸດທຳອິດຂື້ນພາຍໃນຕົ້ນເດືອນຕຸລາ 2022 ເປັນກຳນົດເວລາ 6 ເດືອນຢູ່ລາວ ຈາກນັ້ນ ກໍຈະໄດ້ເຮັດການສອບເສັງເພື່ອຄັດເລືອກເອົານັກຮຽນທີຜ່ານມາດຕະຖານວິຊາການ ແລະ ໄດ້ພາສາຍິ່ປຸ່ນລະດັບເອັນ 4 (N4) ໄປຮຽນ ແລະ ເຮັດວຽກດ້ານການເບິ່ງແຍງຜູ້ສູງອາຍຸຢູ່ປະເທດຍີ່ປຸ່ນເປັນເວລາ 3-5 ປີ ຢ່າງເໝາະສົມ ຖືກຕ້ອງ ແລະ ເປັນທຳ ຕາມກົດໝາຍຂອງລາວ ແລະ ກົດໝາຍຂອງປະເທດຍີ່ປຸ່ນ.

 # ຂ່າວ – ພາບ :  ອົ່ນ ໄຟສົມທອງ

error: Content is protected !!