ສະມາຄົມນັກຂ່າວແຫ່ງ ສປປ ລາວ ຢ້ຽມຢາມສະມາຄົມມິດຕະພາບຫວຽດນາມ-ລາວ

   ວັນທີ 27 ສິງຫາ 2022 ທ່ານ ສະຫວັນຄອນ ຣາຊມຸນຕີ ປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ ພ້ອມຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຮ່ວມກັບສະມາຄົມມິດຕະພາບຫວຽດນາມ-ລາວ ທີ່ນະ ຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ໂດຍໄດ້ຮັບການຕ້ອນຮັບຂອງທ່ານ ຫງວຽນແມັງຮຸ່ງ ຮອງປະທານສະມາຄົມມິດຕະພາບຫວຽດນາມ-ລາວ ພ້ອມຄະນະ. 

    ໃນໂອກາດດັ່ງກ່າວ ທ່ານຮອງປະທານສະມາຄົມຫວຽດນາມ- ລາວ ໄດ້ສະແດງຄວາມພາກພູມໃຈ ແລະ ເປັນກຽດທີ່ໄດ້ຕ້ອນຮັບຄະນະສະມາຄົມນັກຂ່າວແຫ່ງ ສປປ ລາວ ໃນຄັ້ງນີ້ ແລະ ຖືເປັນການປະກອບສ່ວນທີ່ສຳຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມ ສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ທີ່ເປັນມູນເຊື້ອລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດຫວຽດນາມ- ລາວ ແລະ ແມ່ນຊັບສົມບັດອັນລໍ້າຄ່າທີ່ບໍ່ມີຄູ່ປະເທດໃດໃນໂລກເຮັດໄດ້ ສາຍພົວພັນຫວຽດນາມ-ລາວ ບໍ່ພຽງແຕ່ແລກປ່ຽນກຳລັງ ເຮັດໃຫ້ພວກເຮົາສາມາດປົດປ່ອຍປະເທດຊາດໄດ້ຮັບໄຊຊະນະເທົ່ານັ້ນ ຍັງເປັນແຫຼ່ງກໍາລັງຊຸກຍູ້ສອງປະເທດພັດທະນາເສດຖະກິດ-ສັງຄົມ ໃນໄລຍະປັດຈຸບັນ ແລະ ອະນາຄົດ ອີກດ້ວຍ. 

    ດັ່ງນັ້ນ ສື່ມວນຊົນພວກເຮົາຕ້ອງໄດ້ສ່ອງແສງໃຫ້ເຫັນແຈ້ງ ກ່ຽວກັບໄມຕິຈິດມິດຕະພາບ ການຮ່ວມມືຢ່າງຮອບດ້ານລະຫວ່າງ 2 ປະເທດຫວຽດນາມ-ລາວ ແລະ ເປັນການດີທີ່ສຸດນັບແຕ່ສູນກາງຮອດທ້ອງຖິ່ນທຸກຂະແໜງການ ຂັ້ນຕ່າງໆໃນທົ່ວປະເທດ ໄດ້ມີການເຄື່ອນໄຫວແລກປ່ຽນບົດຮຽນຮ່ວມກັນ. ພາຍຫຼັງເກີດການແພ່ລະບາດຂອງພະຍາດໂຄວິດ-19 ບັນດາປະເທດຕ່າງໆໃນໂລກ ໄດ້ຢຸດສະງັກໃນການພົວພັນຮ່ວມມືກັນ ແຕ່ສຳລັບຫວຽດນາມ-ລາວ ແມ່ນໄດ້ມີການຮ່ວມມືກັນໃນທຸກຂະແໜງການ ໂດຍສະມາຄົມຫວຽດນາມ-ລາວ ໄດ້ໄປຢ້ຽມຢາມສະຖານທູດລາວ ຈັດຕັ້ງການແລກປ່ຽນກັນເປັນປົກກະຕິ ຊຸກຍູ້ວັດຖຸສິ່ງຂອງເຄື່ອງຊ່ວຍເຫຼືອໃຫ້ແກ່ ສປປ ລາວ ໂດຍຈັດສົ່ງຜ່ານທາງສະຖານທູດລາວ. ທັງນີ້ ກໍເພື່ອເຮັດໃຫ້ສາຍພົວພັນອັນຍິ່ງໃຫຍ່ ຄວາມສາມັກແບບພິເສດ ເປັນຊັບສົມບັດສຳຄັນຂອງຊາດ ແລະ ເຮັດໃຫ້ສອງປະເທດອ້າຍນ້ອງພວກເຮົາ ຂຽວສົດງົດ ງາມຊົ່ວກາລະນານ.

# ຂ່າວ – ພາບ : ໄຊບັນດິດ

error: Content is protected !!