4 ບ້ານ 97 ຄອບຄົວ ລຽບແຄມນໍ້າພາກຂອງເມືອງຂວາ,​ ແຂໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມຄາດ

         ພາຍຫຼັງທີ່ເກີດມີຝົນຕົກໜັກຕິດຕໍ່ກັນເປັນເວລາຫຼາຍຊົ່ວໂມງ ເລີມແຕ່ 3 ໂມງເຊົ້າ ຈົນເຖີງຕອນບ່າຍຂອງວັນທີ 26 ສິງຫາ 2022  ເຮັດໃຫ້ນໍ້າພາກມີລະດັບປະລິມານນໍ້າສູງຂຶ້ນ ພ້ອມທັງເກີດມີນໍ້າປ່າໄຫຼສຸແຮງ ເຮັດໃຫ້ເກີດມີນໍ້າອັ່ງຖ້ວມຖະໜົນຫົນທາງ ໂດຍສະເພາະແມ່ນເສັ້ນທາງຫຼວງ 2 E ແລະ 1B ແຕ່ບ້ານສະຫຼອງໄຊຫາບ້ານຫາດນາງ ແລະ ບ້ານສິນໄຊ ຫາ ບ້ານບວມພັນ. ນອກຈາກນິ້, ກໍ່ຍັງຍືງຖ້ວມບ້ານເຮືອນຂອງປະຊາຊົນຢູ່ແຄມນໍ້າພາກເຂດພື້ນທີ່ຕໍ່າ. 

   ຕໍ່ກັບສະພາບການດັ່ງກ່າວດ້ວຍຄວາມເປັນຫ່ວງເປັນໃຫຍ່ຂອງຄະນະພັກ-ຄະນະນຳຂອງເມືອງ ມາໃນວັນທີ 27 ສິິງຫາ 2022  ທ່ານວົງເດືອນພູມີທຳ ຮອງເຈົ້າເມືອງ ຜູ້ຊີ້ນຳຂົງເຂດ ເສດຖະກິດຂັ້ນເມືອງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຂັ້ນເມືອງກໍ່ໄດ້ລົງຕິດຕາມສະພາບການຢ່າງໃກ້ຊິດ ພ້ອມທັງລົງກວດກາຜົນກະທົບຢູ່ 4 ບ້ານດັ່ງກ່າວ ເກີດມີນໍ້າພາກໄຫຼສຸແຮງພັດເຂົ້າບ້ານເຮືອນ, ໄຮ່, ນາຮົ້ວ, ສ່ວນ, ສັດລ້ຽງ ແລະ ເຄື່ອງຂອງອື່ນໆ ຂອງປະຊາຊົນ ເຮັດໃຫ້ມີເຮືອນພັດໄຫຼຈຳນວນຫຼາຍ ແລະ ມີດິນເຊາະເຈື່ອນພົບຄວາມຫຍຸ້ງຍາກໃນການສັນຈອນ ຕໍ່ກັບບັນຫາດັ່ງກ່າວນິ້, ທ່ານຮອງເຈົ້າເມືອງກໍ່ໄດ້ແນະນຳໃຫ້ອົງການປົກຄອງບ້ານເອົາໃຈໃສ່ຊ່ວຍເຫຼືອເຊີ່ງກັນ ແລະ ກັນ ໂດຍສະເພາະແມ່ນອາຫານ, ເຄື່ອງໃຊ້ຊອຍ ຊ່ວຍເຫຼືອຄອບຄົວທີ່ໄດ້ຮັບຜົນກະທົບເບືອງຕົ້ນ.

      ປັດຈຸບັນທາງເມືອງໄດ້ລະດົມກຳລັງຊາວໜຸ່ມ ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຊາວໜຸ່ມອ້ອມຂ້າງເມືອງ ແລະ ແຮງງານພໍ່ແມ່ປະຊາຊົນບ້ານອ້ອມຂ້າງເມືອງລົງຊ່ວຍເຫຼືອຄອບຄົວທີ່ຖືກຜົນກະທົບຈາກໄພນໍ້າຖ້ວມ ພ້ອມທັງລົງກວດກາ ແລະ ປະເມີນຜົນເສຍຫາຍໃນເບື່ອນຕົ້ນ: ໃນນີ້ບ້ານທີ່ຖືກໄພພິບັດນໍ້າຖ້ວມມີ 4 ບ້ານ, ມີຈຳນວນຄອບຄົວທີ່ຖືກຜົນກະທົບທັງໝົດຈຳ 97 ຄອບຄົວ, ມີຜົນລະເມືອງທີ່ໄດ້ຮັບຜົນກະທົບ 583 ຄົນ, ຍິງ 269 ຄົນຄາດຄະເນຜົນເສຍຫາຍເບື່ອງຕົ້ນປະມານ 5.680,000,000 ກີບ ນອກຈາກນິ້, ຍັງມີບ້ານໄດ້ຮັບຜົນກະຈາກຈາກນໍ້າຖ້ວມ ນາ ຊົນລະປະທານ ໜອງປາ ຄອງເໝືອງ ເສັ້ນທາງແຕ່ບ້ານຫາບ້ານ ແລະ ເສັ້ນທາງເຂົ້າເຂດຜະລິດຈຳນວນ 34 ບ້ານ ໃນ 9 ກຸ່ມບ້ານໃນທົ່ວເມືອງ.

error: Content is protected !!