ໂຄງການ “ ກ້າໄມ້ ແຕກໃບ ສົດໃສ ຢືນຕົ້ນ ໃຫຍ່ງາມ ” ເປັນການຮ່ວມມືລະຫວ່າງບໍລິສັດ ຣາຊ-ລາວ ບໍລິການ ຈຳກັດ ແລະ ກົມພັດທະນາວິຊາຊີບຊາວໜຸ່ມ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ (ສຊປລ) ໄດ້ສະໜັບສະໜູນເງິນທຶນໝູນວຽນຈຳນວນໜຶ່ງໃຫ້ແກ່ສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ເພື່ອສ້າງໂອກາດ ແລະ ມອບທຶນບໍ່ມີດອກເບ້ຍ ດ້ານການພັດທະນາ ຍົກລະດັບຄວາມຮູ້ດ້ານວິຊາການ ທັກສະສີມືແຮງງານສຳລັບ ປະກອບອາຊີບໃຫ້ແກ່ນັກຮຽນທີ່ຈົບການສຶກສາຈາກສູນເຝິກອົບຮົມວິຊາຊີບຊາວ ໜຸ່ມຜູ້ທີ່ດ້ອຍໂອກາດ ບໍ່ມີວຽກເຮັດງານທຳໃຫ້ມີອາຊີບທີ່ໝັ້ນຄົງ ໂດຍໄດ້ເລີ່ມຮ່ວມມືນຳກັນມາແຕ່ຕົ້ນເດືອນເມສາ 2012 ເປັນຕົ້ນມາ.


ໃນວັນທີ 4 ມິຖຸນາ 2020 ທາງຄະນະຮັບຜິດຊອບໂຄງການ “ກ້າໄມ້ ແຕກໃບ ສົດໃສ ຢືນຕົ້ນ ໃຫຍ່ງາມ” ນຳໂດຍທ່ານນາງ ແສງອ່ອນ ປວງມະນີວັນ ຮອງຫົວໜ້າກົມພັດທະນາວິຊາຊີບຊາວໜຸ່ມ ສຊປລ ທ່ານ ນະລົງວິດ ຄອງສິນ ຜູ້ຈັດການອົງກອນສຳພັນ ບໍລິສັດ ຣາຊ-ລາວ ບໍລິການ ຈຳກັດ ພ້ອມຄະນະ ໄດ້ລົງຕິດຕາມຊຸກຍູ້ ຄອບຄົວຂອງ ນາງ ສຸພາພອນ ພຸດສະນີ ຊາວໜຸ່ມຜູ້ທີ່ໄດ້ຮັບທຶນຈາກໂຄງການ ໜຶ່ງໃນຈຳນວນ 43 ຄົນ ທີ່ໄດ້ຮັບທຶນ ຢູ່ບ້ານຊ່າງຄ້ອງ ນະຄອນຫຼວງພະບາງ ແຂວງຫຼວງພະບາງ.
