ສ້າງຄວາມຮັບຮູ້ ຄວາມເຂົ້າໃຈຂອງສັງຄົມ ຕໍ່ກັບຄວາມສະເໝີພາບຍິງ-ຊາຍ

    ກົມຂະບວນການຊາວໜຸ່ມ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ (ສຊປລ) ໄດ້ຈັດເວທີສົນທະນາ ກ່ຽວກັບຄວາມສະເໝີພາບຍິງ-ຊາຍ ແລະ ການມີສ່ວນຮ່ວມຕ້ານການໃຊ້ຄວາມຮຸນແຮງບົນພື້ນຖານທາງເພດຂຶ້ນ ໃນວັນທີ 26 ສິງຫາ 2022 ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ຮ່ວມເປັນປະທານມີທ່ານ ນາງ ມີນາ ສີວິໄລ ຫົວໜ້າກົມຂະບວນການຊາວໜຸ່ມ ທ່ານ ສັກດາ ອາດວາລີ ຮອງຫົວໜ້າພະແນກຍຸຕິທຳ ນວ ທ່ານ ນາງ ມະນີວັນ ສຸ້ຍຍະວົງ ອໍານວຍການສະມາຄົມພັດທະນາບົດບາດຍິງ-ຊາຍ ທ່ານ ວຽງອາຄອນ ສຸລິໂຍ ອໍານວຍການສະມາຄົມສຸຂະພາບຊຸມຊົນ ແລະ ການມີສ່ວນຮ່ວມ ທ່ານ ອານັນ ບົວພາ ປະທານຜູ້ກໍ່ຕັ້ງກຸ່ມພູມໃຈທີ່ເປັນເຮົາ ມີຄະນະກົມອອ້ມຂ້າງ ສຊປລ ຜູ້ຕາງໜ້າຈາກກະຊວງ ມະຫາວິທະຍາໄລແຫ່ງຊາດ ຄະນະບໍລິຫານງານຊາວໜຸ່ມ ນວ ສະຫະພັນແມ່ຍິງ ນວ ພະແນກຍຸຕິທໍາ ນວ ບັນດາສະມາຄົມ ແລະ ອົງການຈັດຕັ້ງທາງສັງຄົມເຂົ້າຮ່ວມ.

    ທ່ານ ນາງ ມີນາ ສີວິໄລ ກ່າວວ່າ: ເວທີສົນທະນາໃນຄັ້ງນີ້ ກໍເພື່ອຜັນຂະຫຍາຍຍຸດທະສາດການພັດ ທະນາຊາວໜຸ່ມ ແລະ ເຍົາວະຊົນ 2021-2030 ວິໄສທັດຊາວໜຸ່ມ ແລະ ເຍົາວະຊົນ 2040 ເພື່ອສ້າງຄວາມຮັບຮູ້ ຄວາມເຂົ້າໃຈຂອງສັງຄົມຕໍ່ກັບຄວາມສະເໝີພາບຍິງ-ຊາຍ ແລະ ການມີສ່ວນຮ່ວມຕ້ານຄວາມຮຸນແຮງບົນພື້ນຖານທາງເພດ ແລະ ເປັນເວທີໃຫ້ໄວໜຸ່ມ ແລະ ອົງການຈັດຕັ້ງທີ່ກ່ຽວຂ້ອງ ໄດ້ສະແດງຄວາມຄິດເຫັນ ເຊິ່ງຊາວໜຸ່ມແມ່ນເປັນອະນາຄົດຂອງທຸກໆຊາດ ຫາກຊາວໜຸ່ມໄດ້ຮັບການສຶກສາອົບຮົມ ແລະ ພັດທະນາທີ່ດີ ກໍຈະເປັນການຊຸກຍູ້ສົ່ງເສີມຂະບວນການພັດທະນາໂດຍລວມ ແຕ່ຫາກຊາວໜຸ່ມໄດ້ຮັບຜົນກະທົບທາງລົບ ການພັດທະນາເສດຖະກິດ-ສັງຄົມ ໂດຍສະເພາະປາກົດການຫຍໍ້ທໍ້ຕ່າງໆ ກໍຄືບັນຫາຄວາມບໍ່ສະເໝີພາບທາງເພດ.

error: Content is protected !!