ກອງປະຊຸມສຳມະນາວຽກງານກຳມາທິການລັດຖະສະພາໃຫ້ພະນັກງານ-ລັດຖະກອນພາຍໃນສະພາແຫ່ງຊາດ ແລະ ສະມາຊິກລັດຖະສະພາໄອປາ ຈັດຂຶ້ນວັນທີ 24-25 ສິງຫາ 2022 ທີ່ສະພາແຫ່ງຊາດ ນະຄອນຫຼວງວຽງຈັນ ເປັນປະທານຂອງທ່ານ ປອ ບຸນທັນ ບຸນວິໄລ ຮອງເລຂາທິການສະພາແຫ່ງຊາດ ກອງປະຊຸມດັ່ງກ່າວ ແມ່ນຈັດໃນແບບເຊິ່ງໜ້າສຳລັບພະນັກງານທີ່ຢູ່ພາຍໃນສະພາແຫ່ງຊາດລາວ ແລະ ແບບອອນລາຍສຳລັບພະນັກງານສະມາຊິກລັດຖະສະພາໄປອາ ມີ 4 ປະເທດເຂົ້າຮ່ວມຄື: ກຳປູເຈຍ ຟີລິບປິນ ໄທ ແລະ ລາວ.

ຈຸດປະສົງຂອງກອງປະຊຸມຄັ້ງນີ້ ເພື່ອການສົ່ງເສີມ ສ້າງຄວາມຮູ້ໃຫ້ແກ່ວິຊາການກ່ຽວກັບວຽກງານກຳມາທິການຂອງລັດຖະສະພາ ຄັ້ງທີ 3 ຂອງສູນລັດຖະສະພາອາຊີ ກອງປະຊຸມດັ່ງກ່າວ ໄດ້ຮັບຮູ້ກ່ຽວກັບລະບົບວຽກງານຄະນະກຳມາທິການລັດຖະສະພາໃນສະພາການາດາ (ລະດັບຊາດ) ຈາກທ່ານ John Christopher ຜູ້ອໍານວຍການດ້ານການພັດທະນາຄວາມສາມາດ ສູນຄົ້ນຄວ້າລັດຖະສະພາແຫ່ງອາຊີ (PCAsia) ແລະ ໄດ້ຮັບຟັງການສາຍບັນທຶກວີດີໂອກ່ຽວກັບລະບົບວຽກງານຄະນະກຳມາທິການໃນສະພານິຕິບັນຍັດຂອງອອນທາຣຽວ ການາດາ (ລະດັບແຂວງ) ຈາກທ່ານ Michael Morden ຜູ້ອໍານວຍການຄົ້ນຄວ້ານິຕິກຳ ສະພານິຕິບັນຍັດຂອງອອນທາຣຽວ ການາດາ ໄດ້ຮັບຟັງການແລກປ່ຽນປະສົບການກ່ຽວກັບການເຮັດວຽກຂອງຄະນະກໍາມາທິການລັດຖະສະພາຈາກ 4 ປະເທດທີ່ເຂົ້າຮ່ວມ ປະກອບມີ: ພາລະບົດບາດຂອງກໍາມາທິການ ໜ້າວຽກຂອງພະນັກງານໃນກຳມາທິການ ໜ້າທີ່ຄວາມຮັບຜິດຊອບຂອງກໍາມາທິການ ແລະ ພາລະບົດບາດຂອງນັກຄົ້ນຄວ້າຄະນະກໍາມະການທີ່ໄດ້ຮັບມອບໝາຍໃຫ້ຄະນະກໍາມາທິການ ນອກຈາກນັ້ນ ຍັງໄດ້ຮັບຟັງການສະເໜີບົດໂດຍຜ່ານລະບົບຊູມ (ZOOM) ກ່ຽວກັບລະບົບວຽກງານຄະນະກໍາມາທິການໃນລັດຖະສະພາຂອງສະວິດ ຈາກທ່ານ Michael Ruch ຮອງເລຂາທິ ການຄະນະກໍາມະການສິ່ງແວດລ້ອມ ການວາງແຜນພື້ນທີ່ ແລະ ພະລັງງານ ຝ່າຍບໍລິການລັດຖະສະພາສະວິດ ແລະ ຈາກທ່ານ Nicolas Reist ຮອງເລຂາທິການ ຄະນະກໍາມະການຕຸລາການ ແລະ ນັກວິເຄາະນະໂຍບາຍ ຄະນະກໍາມະການດ້ານກົດໝາຍ ຝ່າຍບໍລິການລັດຖະສະພາສະວິດ.
ຫຼັງຈາກນັ້ນ ໄດ້ມີການສົນທະນາແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ລະຫວ່າງພະນັກງານພາຍໃນສະພາແຫ່ງຊາດ ແລະ ສະມາຊິກລັດຖະສະພາໄອປາ ພ້ອມທັງໄດ້ຮັບຟັງການປະກອບຄໍາເຫັນ ແລະ ຜົນຂອງກອງປະຊຸມຈາກທ່ານ John Christopher.
# ຂ່າວ – ພາບ : ເພັດສະໝອນ