ຕົວເລກຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍ ສືບຕໍ່ເພີ່ມຂຶ້ນ

    ປັດຈຸບັນ ໄດ້ກ້າວເຂົ້າສູ່ລະດູຝົນ ເຮັດໃຫ້ໄລຍະນີ້ມີຝົນຕົກຢ່າງຕໍ່ເນື່ອງ ສົ່ງຜົນໃຫ້ມີນໍ້າຖ້ວມຂັງໃນພາຊະນະຕ່າງໆທີ່ຢູ່ນອກເຮືອນ ໂດຍສະເພາະແມ່ນກະໂປະ ກະປ່ອງ ຢາງຕີນລົດ ພາຊະນະຕ່າງໆ ແລະ ອື່ນໆອີກ ເພື່ອເປັນການຕັດວົງຈອນໜອນນໍ້າຍຸງລາຍ ທຸກຄອບຄົວ ທຸກສຳນັກງານ ຫ້ອງການ ຄວນພ້ອມກັນເອົາໃຈໃສ່ເກັບມ້ຽນພາຊະນະຕ່າງໆເພື່ອບໍ່ໃຫ້ຍຸງໄປວາງໄຂ່ໃສ່ ເກີດເປັນໜອນນໍ້າຍຸງລາຍ ແລ້ວກາຍເປັນຍຸງໂຕແກ່ມາກັດໃສ່ຄົນເຮົາໄດ້ ຖ້າຫາກພວກເຮົາພ້ອມກັນເປັນຈິດໜຶ່ງໃຈດຽວກັນທຳລາຍແຫຼ່ງເພາະພັນໜອນຍຸງເປັນປະຈຳທຸກໆອາທິດ ກຈະສົ່ງຜົນໃຫ້ຄວາມໜາແໜ້ນຂອງໜອນຍຸງຫຼຸດລົງ ແລະ ກໍໝົດໄປດັ່ງຄຳເວົ້າທີ່ວ່າ ບໍ່ມີໜອນນໍ້າ ກໍຈະບໍ່ມີຍຸງລາຍ ແລະ ໄຂ້ເລືອດອອກ.

    ອີງຈາກຂໍ້ມູນສູນສື່ສານເພື່ອສຸຂະພາບ ແລະ ສຸຂະສຶກສາ ກະຊວງສາທາລະນະສຸກ ໃນວັນທີ 25 ສິງຫາ 2022 ໃຫ້ຮູ້ວ່າ: ພຽງວັນດຽວ ມີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍໃໝ່ທົ່ວປະເທດ 277 ກໍລະນີ ລວມຕິດເຊື້ອສະສົມ 20.410 ຄົນ ເສຍຊີວິດ 17 ຄົນ ໃນນັ້ນ ນະຄອນຫຼວງວຽງຈັນ 10.335 ກໍລະນີ ເສຍຊີວິດ 5 ຄົນ ຫຼວງນໍ້າທາ 2.644 ເສຍຊີວິດ 2 ຄົນ ອັດຕະປື 1.281 ກໍລະນີ ເສຍຊີວິດ 4 ຄົນ ສາລະວັນ 1.235 ກໍລະນີ ເສຍຊີວິດ 3 ຄົນ ເຊກອງ 956 ກໍລະນີ ສະຫວັນນະເຂດ 834 ກໍລະນີ ຫຼວງພະບາງ 729 ກໍລະນີ ວຽງຈັນ 687 ກໍລະນີ ອຸດົມໄຊ 468 ກໍລະນີ ເສຍຊີວິດ 1 ຄົນ ໄຊຍະບູລີ 371 ກໍລະນີ ຄຳມ່ວນ 343 ກໍລະນີ ຈຳປາສັກ 206 ກໍລະນີ ບໍລິຄຳໄຊ 97 ກໍລະນີ ໄຊສົມບູນ 56 ກໍລະນີ ຊຽງຂວາງ 80 ກໍລະນີ ບໍ່ແກ້ວ 58 ກໍລະນີ ຫົວພັນ 18 ກໍລະນີ ຜົ້ງສາລີ 11 ກໍລະນີ.

    ດັ່ງທີ່ກ່າວມາຂ້າງເທິງນັ້ນ ຫາກທຸກຄົນຫັນມາພ້ອມກັັນເອົາໃຈໃສ່ທຳລາຍແຫຼ່ງເພາະພັນໜອນຍຸງ ໂດຍສະເພາະແມ່ນໄລຍະລະດູຝົນຄືປັດຈຸບັນນີ້ ຍິ່ງຕ້ອງເພີ່ມທະວີເອົາໃຈໃສ່ອະນາໄມຮັກສາຄວາມສະອາດເກັບມ້ຽນຂີ້ເຫຍື້ອ ແລະ ສິ່ງຂອງເຫຼືອໃຊ້ຕ່າງໆອອກຈາກກາງແຈ້ງເຂົ້າເກັບມ້ຽນໃນຮົ່ມ ຖ້າຫາກສິ່ງໃດທີ່ບໍ່ໄດ້ນຳໃຊ້ແລ້ວ ກໍຄວນເກັບຖີ້ມ ເພື່ອໃຫ້ເກີດຄວາມຈົບງາມ ພ້ອມທັງຍັງເປັນການປ້ອງກັນບໍ່ໃຫ້ຍຸງມາໄຂ່ໃສ່ອີກອ້ວຍ.

# ຂ່າວ – ພາບ : ເພັດສະໝອນ

error: Content is protected !!