ທາບທາມຮ່າງກົດໝາຍວ່າດ້ວຍການກວດສອບແຫ່ງລັດສະບັບປັບປຸງ

    ໂດຍປະຕິບັດຕາມມະຕິຂອງກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ ຂອງສະພາແຫ່ງຊາດ ຊຸດທີ IX (2021-2025) ສະບັບເລກທີ 19/ສພຊ ລົງວັນທີ 26 ມີນາ 2021 ແຜນການສ້າງ ແລະ ປັບປຸງກົດໝາຍ ປະຈໍາປີ 2022 ຂອງຄະນະປະຈໍາສະພາແຫ່ງຊາດ ສະບັບເລກທີ 02/ຄປຈ ລົງວັນທີ 07 ກຸມພາ 2002 ແລະ ແຜນການເຄື່ອນໄຫວທາບທາມຄໍາຄິດຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການກວດສອບແຫ່ງລັດ ຂອງຄະນະຮັບຜິດຊອບປັບປຸງຢູ່ຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ ເພື່ອເຮັດໃຫ້ຮ່າງກົດໝາຍສະບັບນີ້ມີເນື້ອໃນຮັດກຸມ ຊັດເຈນ ແລະ ມີຄວາມພ້ອມທີ່ຈະສະເໜີຜ່ານກອງປະຊຸມ ສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ  IX ໃນທ້າຍປີ 2022.

    ວັນທີ 25 ສິງຫາ 2022 ທີ່ຫ້ອງປະຊຸມ ສູນ ICTC ກະຊວງການຕ່າງປະເທດ ນະຄອນຫຼວງວຽງຈັນ ຈັດກອງປະຊຸມທາບທາມຄໍາຄິດຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການກວດສອບແຫ່ງລັດ ສະບັບປັບປຸງ ຈາກບັນດາກະຊວງ ອົງການທຽບເທົ່າ ວິສາຫະກິດລັດລົງທຶນ ຂັ້ນສູນກາງຄຸ້ມຄອງ ບັນດາ ພະແນກການທີ່ກ່ຽວຂ້ອງ ຂອງ 6 ແຂວງພາກກາງ ປະກອບມີ: ແຂວງວຽງຈັນ ໄຊສົມບູນ ບໍລິຄໍາໄຊ ຄໍາມ່ວນ ສະຫວັນນະເຂດ ແລະ ນະຄອນຫຼວງວຽງຈັນ ພ້ອມແຂວງພາກເໜືອ 1 ແຂວງ ຄື: ແຂວງຫົວພັນ ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 124 ທ່ານ ເປັນປະທານໂດຍທ່ານ ວຽງທະວິສອນ ເທບພະຈັນ ປະທານອົງການກວດສອບແຫ່ງລັດ ແລະ ນໍາພາກອງປະຊຸມ ໂດຍ ທ່ານ ບຸນເລີດ ເທບວົງສາ ຮອງປະທານອົງການກວດສອບແຫ່ງລັດ ກອງປະຊຸມແມ່ນ ຈະໄດ້ດໍາເນີນເປັນເວລາ 2 ວັນ ແຕ່ວັນທີ 25 ຫາ 26 ສິງຫາ 2022.

    ຈຸດປະສົງໃນການຈັດກອງປະຊຸມໃນຄັ້ງນີ້ ເພື່ອທາບທາມຄໍາເຫັນຕໍ່ກັບການປັບປຸງກົດໝາຍວ່າດ້ວຍການກວດສອບແຫ່ງລັດ ສະບັບເລກທີ 09/ສພຊ ລົງວັນທີ 11 ພະຈິກ 2016 ເຊິ່ງປະກອບມີ 10 ພາກ 7 ໝວດ ແລະ 75 ມາດຕາ ຜ່ານການຄົ້ນຄວ້າ ແລະ ຈັດກອງປະຊຸມວິຊາການ ແລກປ່ຽນຄໍາຄິດຄໍາເຫັນ ພາຍໃນຄະນະຮັບຜິດຊອບ ຈຶ່ງໄດ້ເຫັນດີເປັນເອກະພາບປັບປຸງ ຕັດອອກພາກ ໝວດ ແລະ ບາງມາດຕາທີ່ເຫັນວ່າບໍ່ສອດຄ່ອງກັບສະພາບການຈັດຕັ້ງປະຕິບັດຕົວຈິງ ແລະ ມີເນື້ອໃນຍັງບໍ່ທັນຈະແຈ້ງ ເຊິ່ງໄດ້ຕັດອອກທັງໝົດ 1 ພາກ ແລະ 10 ມາດຕາ ສ່ວນເນື້ອໃນທີ່ເຫັນວ່າຍັງມີຄວາມສອດຄ່ອງ ແລະ ບໍ່ມີຜົນກະທົບ ແມ່ນຍັງຮັກສາໄວ້ຄືເກົ່າ ໂດຍໂຄງປະກອບ ແລະ ເນື້ອໃນຂອງຮ່າງກົດໝາຍວ່າດ້ວຍການກວດສອບແຫ່ງລັດ ສະບັບປັບປຸງໃໝ່ນີ້ ປະກອບມີ 11 ພາກ 12 ໝວດ ແລະ 82 ມາດຕາ ກໍຄື ເພີ່ມໃໝ່ 1 ພາກ 5 ໝວດ 13 ມາດຕາ ແລະ ປັບປຸງທັງໝົດ 57 ມາດຕາ ເຫດຜົນໃນການປັບປຸງ ເພີ່ມໃໝ່ ແລະ ຕັດອອກຂອງບາງພາກ ໝວດ ແລະ ມາດຕາ ຂອງກົດໝາຍສະບັບນີ້ ເພື່ອແນໃສ່ເຮັດໃຫ້ ເນື້ອໃນກົດໝາຍມີຄວາມຄົບຖ້ວນ ສົມບູນ ຮັດກຸມ ມີຄວາມຮັບປະກັນ ມີຄຸນນະພາບ ແລະ ສາມາດນໍາໄປຈັດຕັ້ງ ປະຕິບັດໃຫ້ມີປະສິດທິຜົນ.

error: Content is protected !!