ກອງປະຊຸມລັດຖະບານ ປະຈໍາເດືອນສິງຫາ 2022

     ກອງປະຊຸມລັດຖະບານ ປະຈໍາ ເດືອນສິງຫາ 2022 ໄດ້ເປີດຂຶ້ນວັນທີ 24 ສິງຫາ 2022 ທີ່ສຳນັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງ ທ່ານ ພັນຄຳ ວິພາວັນ ນາຍົກລັດ ຖະມົນຕີ; ມີບັນດາທ່ານຮອງ ນາຍົກລັດຖະມົນຕີ, ສະມາ ຊິກລັດຖະບານ ແລະ ຜູ້ຕາງໜ້າ ຈາກ ບັນດາກະຊວງເຂົ້າຮ່ວມ.

     ກອງປະຊຸມລັດຖະບານຄັ້ງນີ້: ບັນດາຜູ້ເຂົ້າຮ່ວມກອງປະຊຸມຈະ ໄດ້ພ້ອມກັນສຸມໃສ່ປຶກສາຫາລື, ຄົ້ນຄວ້າ ແລະ ເປັນເອກະພາບ ຕໍ່ 5 ບັນຫາ ທີ່ສໍາຄັນ ຄື: ສະຫຼຸບການ ປະຕິບັດວຽກງານຈຸດສຸມ ປະຈຳ ເດືອນສິງຫາ ແລະ ທິດທາງແຜນ ວຽກຈຸດສຸມ ປະຈຳເດືອນກັນຍາ 2022 ຂອງລັດຖະບານ; ພິຈາລະ ນາປັບປຸງ ແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ ຂອງສະ ພາແຫ່ງຊາດ ຊຸດທີ IX (2021-2025); ພິຈາລະນາອະນຸ ມັດຮັບຮອງເອົາໂຄງການບຸລິມະ ສິດ ເຂົ້າແຜນການລົງທຶນຂອງລັດ ຖະບານ ທີ່ຈະໄດ້ຮັບທຶນຈາກທະ ນາຄານໂລກ ໃນບ້ວງເງິນງົບ ປະມານ IDA 20 ສໍາລັບໄລຍະ 2023-2024; ລາຍງານຄວາມຄືບ ໜ້າ ໃນການຈັດຕັ້ງປະຕິບັດບັນ ດາໜ້າວຽກ ທີ່ໄດ້ກຳນົດໃນຕາ ຕະລາງ ທີ່ເປັນເອກະສານຊ້ອນ ທ້າຍຂອງ ມະຕິ ສະບັບເລກທີ 07/ລບ, ລົງວັນທີ 4 ຕຸລາ 2021 ວ່າດ້ວຍການແບ່ງຄວາມຮັບຜິດ ຊອບ ໃນການຈັດຕັ້ງຜັນຂະຫຍາຍ ມະຕິ ຂອງສະພາແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ບົດລາຍງານ ກ່ຽວກັບ ການປັບປຸງບັນຊີກິດຈະການຄວບຄຸມ ແລະ ກິດຈະການສຳປະທານ. 

    ໂອກາດກ່າວເປີດກອງປະຊຸມ ທ່ານນາຍົກລັດຖະມົນຕີ ໄດ້ຮຽກ ຮ້ອງມາຍັງບັນດາຜູ້ເຂົ້າຮ່ວມ ຈົ່ງໄດ້ພ້ອມກັນເອົາໃຈໃສ່ຄົ້ນຄວ້າ ແລະ ປະກອບຄໍາເຫັນຢ່າງເລິກເຊິ່ງ ດ້ວຍການສະເໜີທັດສະນະ ຢ່າງກົງ ໄປກົງມາ, ກະທັດຮັດ, ມີຈຸດສຸມ ແລະ ມີທາງອອກທີ່ ຈະແຈ້ງ ເພື່ອໃຫ້ກອງປະຊຸມໃນ ຄັ້ງນີ້ ມີປະສິດທິຜົນສູງ ແລະ ບັນລຸຕາມຄາດໝາຍທີ່ໄດ້ກໍານົດໄວ້.

ຂ່າວ: ສນຍ

error: Content is protected !!