ລາວ-ຫວຽດນາມ ສືບຕໍ່ເສີມຂະຫຍາຍການຮ່ວມມືວຽກງານປ້ອງກັນຄວາມສະຫງົບ

    ກອງປະຊຸມພົບປະສອງຝ່າຍ ປະຈໍາປີ 2022 ລະຫວ່າງກະຊວງປ້ອງກັນຄວາມສະຫງົບແຫ່ງ ສປປ ລາວ ແລະ ກະຊວງປ້ອງກັນຄວາມສະຫງົບແຫ່ງ ສສ ຫວຽດນາມ ຈັດຂຶ້ນວັນທີ 24 ສິງຫາ 2022 ທີ່ນະຄອນຫຼວງວຽງຈັນ ເປັນປະທານໂດຍ ສະຫາຍ ພົນເອກ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບແຫ່ງ ສປປ ລາວ ແລະ ສະຫາຍ ພົນເອກ ໂຕ ເລິມ ກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບແຫ່ງ ສສ ຫວຽດນາມ ມີຄະນະນໍາຂັ້ນສູງ ພະນັກງານກ່ຽວຂ້ອງສອງກະຊວງປ້ອງກັນຄວາມສະຫງົບເຂົ້າຮ່ວມ.

    ສະຫາຍ ພົນເອກ ວິໄລ ຫຼ້າຄຳຟອງ ກ່າວຄຳເຫັນຕໍ່ກອງປະຊຸມວ່າ: ກອງປະຊຸມພົບປະສອງຝ່າຍ ກະຊວງປ້ອງກັນຄວາມສະຫງົບແຫ່ງ ສປປ ລາວ ແລະ ກະຊວງປ້ອງກັນຄວາມສະຫງົບແຫ່ງ ສສ ຫວຽດນາມ ຄັ້ງນີ້ ຈະເປັນຂີດໝາຍໃໝ່ໃນການສືບຕໍ່ຈັດຕັ້ງຜັນຂະຫຍາຍເນື້ອໃນສັນຍາການຮ່ວມມືຮອບດ້ານຕ່າງໆລະຫວ່າງສອງພັກ ສອງລັດຖະບານ ໂດຍສະເພາະແມ່ນລະຫວ່າງສອງກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ແລະ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ໃນການຮ່ວມກັນຜັນຂະຫຍາຍສັນຍາຮ່ວມມືປະຈໍາປີ ຮ່ວມກັນເສີມສ້າງມູນເຊື້ອສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານໃຫ້ນັບມື້ແໜ້ນແຟ້ນ ແລະ ກ້າວສູ່ລວງເລິກຍິ່ງຂຶ້ນ.

    ຄຽງຄູ່ກັນນີ້ ກອງປະຊຸມພົບປະສອງຝ່າຍ ຄັ້ງນີ້ ແມ່ນຈັດຂຶ້ນໃນບັນຍາກາດທີ່ສອງຊາດ ລາວ-ຫວຽດນາມ ພວມສຸມໃສ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ແລະ ປີນີ້ຍັງແມ່ນປີທີ່ມີຄວາມໝາຍສໍາຄັນ ເພາະຢູ່ໃນປີທີ່ສອງພັກ ສອງລັດ ປະຊາຊົນສອງຊາດລາວ-ຫວຽດນາມ ໄດ້ຈັດຕັ້ງຂະບວນການເພື່ອຄຳນັບຮັບຕ້ອນ ແລະ ສະເຫຼີມສະຫຼອງສອງວັນປະຫວັດສາດ ຄືວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 45 ປີ ກໍາລັງປ້ອງກັນຄວາມສະຫງົບປະຊາຊົນລາວ ເວລາໃດກໍຕີລາຄາສູງຕໍ່ຜົນງານ ແລະ ໄຊຊະນະຂອງກໍາລັງຕໍາຫຼວດປະຊາຊົນຫວຽດນາມ ໃນການສືບຕໍ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ປະກອບສ່ວນຮັບປະກັນສະຖຽນລະພາບທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍທາງດ້ານສັງຄົມ ເຮັດໃຫ້ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ ບົດບາດອິດທິພົນຂອງ ສສ ຫວຽດນາມ ເປັນຕົ້ນແມ່ນຂອງກໍາລັງປ້ອງກັນຄວາມສະຫງົບຫວຽດນາມ ນັບມື້ໂດດເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ.

    ສໍາລັບການປະຕິບັດແຜນການຮ່ວມມືປະຈໍາປີ 2022 ລະຫວ່າງກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ແລະ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ແມ່ນຈະສືບຕໍ່ຮ່ວມມືກັນຕາມຂົງເຂດວຽກງານທີ່ໄດ້ພົວພັນຮ່ວມມືກັນຜ່ານມາ ໂດຍສະເພາະແມ່ນການປະສານສົມທົບ ສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນການຮັບປະກັນຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອບຂອງບັນດາເຫດການການເມືອງ ການຕ່າງປະເທດ ເຊັ່ນ: ເພີ່ມທະວີການຮ່ວມມືປະສານສົມທົບກັນໃຫ້ແໜ້ນແຟ້ນໃນການຕ້ານບັນດາອາຊະຍາກໍາ ສືບຕໍ່ປະສານສົມທົບຕອບຕ້ານກັບການເຄື່ອນໄຫວຂອງກຸ່ມຄົນບໍ່ດີ ອິດທິກໍາລັງປໍລະປັກທີ່ໃສ່ຮ້າຍປ້າຍສີ ແບ່ງແຍກຄວາມສາມັກຄີລະຫວ່າງສອງປະເທດເຮົາ ສືບຕໍ່ວຽກງານກໍ່ສ້າງກໍາລັງກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ໃຫ້ກາຍເປັນກໍາລັງທີ່ເຂັ້ມແຂງ ສືບຕໍ່ຫາລືເນື້ອໃນສົນທິສັນຍາ ວ່າດ້ວຍການປົກປ້ອງ ແລະ ຮັກສາຂໍ້ມູນສຳຄັນ ຊຸກຍູ້ປະສານກັບພາກສ່ວນກ່ຽວຂ້ອງ ເພື່ອໄດ້ລົງນາມສົນທິສັນຍາວ່າດ້ວຍການໂອນຕົວຜູ້ຮ້າຍຂ້າມແດນ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ ສືບຕໍ່ຈັດຕັ້ງປະຕິບັດໂຄງການກໍ່ສ້າງຫ້ອງການປະສານງານ ປກສ ບ້ານ ໂຄງການກໍ່ສ້າງວິທະຍາຄານການເມືອງປ້ອງກັນຄວາມສະຫງົບ ປະຊາຊົນລາວ ແລະ ໂຄງການກໍ່ສ້າງຂໍ້ມູນພົນລະເມືອງ ສືບຕໍ່ປະສານສົມທົບກົມກຽວກັບແຜນການເຄື່ອນໄຫວກິດຈະກໍາປີສາມັກຄີມິດຕະພາບ ລາວ-ຫວຽດນາມ ໃຫ້ເຕີບໃຫຍ່ຂະຫຍາຍຕົວຂຶ້ນໄປເລື້ອຍໆ.

error: Content is protected !!