ກວດປະລິມານສານພິດຕົກຄ້າງໃນພືດຜັກ ແລະ ໝາກໄມ້ ທີ່ຕະຫຼາດລາວ-ອົດຊີ

    ວັນທີ 24 ສິງຫາ 2022 ຂະແໜງປູກຝັງ ພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ສູນປ້ອງກັນພືດ ກົມປູກຝັງ ກະຊວງກະສິກຳ ແລະ ປ່າໄມ້ ຮ່ວມກັບຫ້ອງການກະສິກຳ ແລະ ປ່າໄມ້ ເມືອງສີໂຄດຕະບອງ ໄດ້ໄຂຂະບວນການກວດປະລິມານສານພິດຕົກຄ້າງໃນພືດຜັກ ແລະ ໝາກໄມ້ ເພື່ອສ້າງຄວາມເຊື່ອໝັ້ນໃຫ້ແກ່ຜູ້ບໍລິໂພກທີ່ຕະຫຼາດລາວ-ອົດຊີ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ມີທ່ານ ຄຳສະໃໝ ສຸກແພງສີ ຮອງຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ ມືອງສີໂຄດຕະບອງ ທ່ານ ນາງ ເກສອນ ແກ້ວວົງສາ ຫົວໜ້າຫ້ອງວິໄຈພືດ (ໂນນຫວາຍ) ຂະແໜງປູກຝັງ ນວ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

    ການຈັດຕັ້ງປະຕິບັດວຽກງານກວດສານພິດຕົກຄ້າງ ແມ່ນວຽກທີ່ສຳຄັນ ແລະ ປະຕິບັດຕາມນິຕິກຳຂອງຂັ້ນເທີງ ກໍຄືປະຕິບັດຕາມຂໍ້ຕົກລົງຂອງທ່ານເຈົ້າຄອງນະຄອນຫຼວງວຽງຈັນ ວ່າດ້ວຍການສົ່ງເສີມຄຸ້ມຄອງຄຸນນະພາບພືດໃນຕະຫຼາດທົ່ວ ນວ ແລະ ຂໍ້ຕົກລົງຂອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ວ່າດ້ວຍມາດຕະຖານກະສິກຳສະອາດ ຜ່ານມາ ພາກສ່ວນທີ່ກ່ຽວຂ້ອງກໍໄດ້ລົງເຄື່ອນໄຫວຢູ່ບັນດາເມືອງໄຊເສດຖາ ສີສັດຕະນາກ ແລະ ເມືອງຈັນທະບູລີ ນອກຈາກນີ້ ຍັງໄດ້ຈັດເຝິກອົບຮົມການກວດກາສານພິດຕົກຄ້າງໃຫ້ກັບພະນັກງານປູກຝັງຂັ້ນເມືອງ ດ້ານເຕັກນິກການວິໄຈສານພິດຕົກຄ້າງ ລວມທັງໝົດ 9 ເມືອງ ໃຫ້ມີການຈັດຕັ້ງປະຕິບັດວຽກງານດັ່ງກ່າວຢ່າງມີປະສິດທິພາບ.

    ການໄຂຂະບວນການຄັ້ງນີ້ ເພື່ອເປັນການໂຄສະນາເຜີຍແຜ່ສ້າງຄວາມໝັ້ນໃຈໃຫ້ຜູ້ບໍລິໂພກ ແລະ ຮັບປະກັນຄວາມປອດໄພຂອງສິນຄ້າກະສິກຳ ກໍຄືພືດຜັກ ແລະ ໝາກໄມ້ ເພື່ອໃຫ້ສອດຄ່ອງຕາມມາດຕະຖານກະສິກຳສະອາດ ສຳລັບເມືອງສີໂຄດຕະບອງ ແມ່ນຈະໄດ້ລົງກວດປະລິມານສານພິດຕົກຄ້າງໃນພືດຜັກ ແລະ ໝາກໄມ້ທັງໝົດ 4 ຕະຫຼາດຄື: ຕະຫຼາດລາວ-ອົດຊີ ຕະຫຼາດໜອງໜ້ຽວ ຕະຫຼາດນາແຮ່ ແລະ ຕະຫຼາດໜອງດ້ວງ. ການລົງກວດປະລິມານສານພິດຕົກຄ້າງທີ່ຕະຫຼາດລາວ-ອົດຊີ ຄະນະຮັບຜິດຊອບແມ່ນໄດ້ສຸ່ມເກັບ ຕົວຢ່າງພືດຜັກ ແລະ ໝາກໄມ້ ຈຳນວນ 10 ປະເພດຄື: ໝາກມັງກອນ ໝາກອາໂວກາໂດ້ (ນຳເຂົ້າ ຈາກປະເທດຫວຽດນາມ) ໝາກຊາລີ້ (ນຳເຂົ້າຈາກປະເທດຈີນ) ໝາກເຜັດ ຜັກກາດຂາວ ມາຈາກແຂວງຊຽງຂວາງ ຜັກບົວລະພາ ຜັກກາດຮອງເຕ່ ມາຈາກບ້ານຫ້ອມ ນວ ຫອມບົ່ວ (ນຳເຂົ້າຈາກປະເທດໄທ) ກະລ່ຳປີ (ປາກຊ່ອງ) ແຂວງຈຳປາສັກ ແລະ ຫົວຜັກທຽນ (ນຳເຂົ້າຈາກປະເທດຈີນ).

# ຂ່າວ – ພາບ :  ຊິລິການດາ

error: Content is protected !!