ເມືອງໄຊທານີ ຫວນຄືນມູນເຊື້ອວັນສໍາຄັນຕ່າງໆຊາດ

    ຄະນະໂຄສະນາອົບຮົມ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຈັດປາຖະກະຖາຫວນຄືນມູນເຊື້ອວັນສໍາຄັນຕ່າງໆຂອງຊາດ ເຊັ່ນ: ວັນສ້າງຕັ້ງສະຫະພັນຮົບເກົ່າແຫ່ງຊາດ ຄົບຮອບ 20 ປີ ຕິດພັນກັບວັນຢືດອຳນາດ 23 ສິງຫາ ຄົບຮອບ 47 ປີ ວັນສ້າງຕັ້ງລັດຖະທໍາມະນູນ ຄົບຮອບ 31 ປີ ແລະ ວັນສ້າງຕັ້ງສານປະຊາຊົນ ຄົບຮອບ 40 ປີ ຂື້ນວັນທີ 24 ສິງຫາ 2022 ຢູ່ສະໂມສອນເມືອງດັ່ງກ່າວ ໃຫ້ກຽດປາຖະກະຖາໂດຍທ່ານ ພົນຈັດຕະວາ ສົມພອນ ແກ້ວມີໄຊ ອະດີດປະທານສະຫະພັນນັກຮົບເກົ່າແຫ່ງຊາດ ມີທ່ານ ໜູກີ ສີຫາລາດ ຮອງເລຂາພັກເມືອງໄຊທານີ ທ່ານ ຄໍາພັນ ສຸລິຍະນັນ ຮອງເຈົ້າເມືອງໄຊທານີ ພ້ອມດ້ວຍຄະນະພັກ ອຳນາດການປົກຄອງເມືອງ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.

    ທ່ານ ພົນຈັດຕະວາ ສົມພອນ ແກ້ວມີໄຊ ໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງວັນສໍາຄັນດັ່ງກ່າວ ທີ່ຕິດພັນກັບແຕ່ຂະບວນການ ໂດຍສະເພາະ ວັນຢຶດອຳນາດ 23 ສິງຫາ ປີ 1975 ເຊິ່ງເປັນເຫດການອັນສໍາຄັນທາງປະຫວັດສາດຂອງຊາດ ເປັນວັນແຫ່ງມະຫາສາມັກຄີ ຄວາມມານະຈິດອົນທົນ ກາຍເປັນກຳລັງແຮງຊະນະເລີດເໜືອ ອິດທິກຳລັງປໍລະປັກ ແລະ ລູກແຫຼ້ງຕີນມືຂອງພວກຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ໃໝ່ ແຫ່ງການຕໍ່ສູ້ມີໄຊຂອງປະຊາຊົນລາວບັນດາເຜົ່າ ພາຍໃຕ້ການນຳພາຂອງພັກ ວັນຢຶດອຳນາດ 23 ສິງຫາ 1975 ໄດ້ສ້າງເງື່ອນໄຂອໍານວຍໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງປະຫວັດສາດ ພ້ອມທັງສາມາດປະກາດລົບລ້າງລະບອບສັກດີນາ ລ່າເມືອງຂຶ້ນ ແລະ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວຂຶ້ນໃນວັນທີ 2 ທັນວາ 1975 ຢ່າງສະຫງ່າຜ່າເຜີຍ.

    ການປາຖະກະຖາຄັ້ງນີ້ ເພື່ອໃຫ້ພະນັກງານຫຼັກແຫຼ່ງທົ່ວເມືອງໄຊທານີ ຮັບຮູ້ ແລະ ເຂົ້າໃຈແຈ້ງກ່ຽວກັບມູນເຊື້ອປະຕິວັດ ການຕໍ່ສູ້ອັນລະອິດລະອ້ຽວຂອງປະຊາຊົນລາວບັນດາເຜົ່າ ເພື່ອຍາດເອົາເອກະລາດແຫ່ງຊາດ ເຂົ້າໃຈເຖິງຄວາມສຳຄັນດັ່ງກ່າວ ເພື່ອພ້ອມກັນເສີມຂະຫຍາຍມູນເຊື້ອອັນດີງາມເຂົ້່າສູ່ວຽກງານຕົວຈິງຂອງຕົນໃຫ້ຫຼາຍຂຶ້ນ.

    ໂອກາດນີ້ ໃນພິທີດັ່ງກ່າວຍັງໄດ້ມອບໃບຍ້ອງຍໍໃຫ້ແຕ່ລະໜ່ວຍພັກຂອງສະຫະພັນຮົບເກົ່າເມືອງໄຊທານີທີ່ມີຜົນງານໃນການເຄື່ອນໄຫວວຽກງານຜ່ານມາ ແລະ ຍ້ອງຍໍບໍລິສັດຄໍາປະສົງ ທີ່ມອບເງິນອຸປະຖໍາເນື່ອງໃນໂອກາດວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດ ແລະ ວັນລັດຖະທໍາມະນູນ 100 ລ້ານກີບຕື່ມອີກ.

# ຂ່າວ – ພາບ : ລັດເວລາ

error: Content is protected !!