ສະເໜີໃຫ້ແກ້ໄຂບັນຫາການຕັນເຂື່ອນ ເຮັດໃຫ້ນໍ້າຖ້ວມນາປະຊາຊົນ

    ປະຊາຊົນກຸ່ມບ້ານໂຄກແຫ້ ເມືອງສັງທອງ ນະຄອນຫຼວງວຽງຈັນ ໄດ້ສະເໜີຜ່ານສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ IX  ສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ (ສສ ນວ) ຊຸດທີ II ໄປຍັງພາກສ່ວນກ່ຽວຂ້ອງ ເພື່ອພິຈາລະນາແກ້ໄຂບັນຫາການຕັນເຂື່ອນໄຟຟ້າ ແລະ ເຮັດໃຫ້ປະລິມານນໍ້າສູງຂຶ້ນໄຫຼຖ້ວມເຂົ້າຟື້ນທີ່ການຜະລິດ ໂດຍສະເພາະເນື້ຶອທີ່ນາຂອງປະຊາຊົນເຂດບ້ານດັ່ງກ່າວຫຼາຍເຮັກຕາ ເຊິ່ງຜ່ານມາ ປະຊາຊົນໄດ້ສະເໜີໄປຫາຂັ້ນເທິງ ແຕ່ຍັງບໍ່ທັນໄດ້ຮັບການແກ້ໄຂຈາກພາກສ່ວນກ່ຽວຂ້ອງ.

     ຄໍາສະເໜີດັ່ງກ່າວ ໄດ້ສະເໜີໃນໂອກາດທີ່ທ່ານ ນາງ ເກດມະນີ ບັນດາສັກ ປະທານຄະນະກຳມະການວັດທະນະທຳ-ສັງຄົມ ແລະ ບັນດາເຜົ່າ ສະພາປະຊາຊົນ ນວ ສສຊ ຊຸດທີ IX ປະຈຳເຂດເລືອກຕັ້ງທີ 1 ນວ ແລະ ທ່ານ ບຸນຮອງ ດວງມາລາ ສສ ນວ ຊຸດທີ II ປະຈຳເຂດເລືອກຕັ້ງທີ 9 ເມືອງສັງທອງ ລົງພົບປະຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 3 ຂອງ ສະພາແຫ່ງຊາດ (ສພຊ) ຊຸດທີ IX  ແລະ ສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ II ຈັດຂຶ້ນວັນທີ 23 ສິງຫາ 2022 ຢູ່ວັດບ້ານໂຄກແຫ້ ເມືອງສັງທອງ ເຊິ່ງມີອຳນາດການປົກຄອງບ້ານ ແລະ ປະຊາຊົນ 3 ບ້ານໃນກຸ່ມບ້ານດັ່ງກ່າວເຂົ້າຮ່ວມ.

      ທ່ານ  ເຄນ ເພັດສະຫວ່າງ ເລຂາພັກບ້ານນາຍບ້ານໂຄກແຫ້ ໄດ້ລາຍງານສະພາບລວມໂດຍຫຍໍ້ຂອງກຸ່ມບ້ານໂຄກແຫ້ໃຫ້ ສສຊ ແລະ ສສຊ ຊາບ ເຊິ່ງກຸ່ມບ້ານມີທັງໝົດ 8 ບ້ານຂອງກຸ່ມໂຄກແຫ້ ມີພົນລະເມືອງ 7.018 ຄົນ ຍິງ 3.286 ຄົນ ມີ 1.298 ຄອບຄົວ ມີ 1.375 ຫຼັງຄາເຮືອນ ມີ 116 ໜ່ວຍ ມີ 9 ໜ່ວຍພັກ  ສະມາຊິກພັກ 129 ສະຫາຍ ຍິງ 24 ສະຫາຍ ຜ່ານມາອຳນາດການປົກຄອງບ້ານ ແລະ ປະຊາຊົນໄດ້ເອົາໃຈໃສ່ຕິບັດແນວທາງນະໂຍບາຍຂອງພັກ-ລັດ ວາງອອກ  ໄດ້ກຳນົດແຜນວຽກພັດທະນາເສດຖະກິດ-ສັງຄົມຢ່າງມີຈຸດສຸມ ສູ້ຊົນສ້າງຜະລິດຕະພັນຂອງບ້ານ ໂດຍສະເພາະປູກຢາງພາລາທັງໝົດໄດ້ 630 ເຮັກຕາ ສະເລ່ຍຜົນຜະລິດໄດ້ 1,4 ຕື້ກີບຕໍ່ປີ  ສາມາດສູ້ຊົນພັດທະນາທາງຮ່ອມທາງຊອຍເຂົ້າບ້ານໄດ້ 9 ເສັ້ນ ເອົາໃຈໃສ່ວຽກງານວາລະແຫ່ງຊາດ ສາມາດແກ້ໄຂກຸ່ມເປົ້າໝາຍຢາເສບຕິດໄດ້ 219 ຄົນ ແລະ ວຽກງານອື່ນໆທີ່ຕິພັນກັບຂະບວນການດັ່ງກ່າວຢ່າງແຂງແຮງ.

  ຈາກນັ້ນ ສສຊ ແລະ ສສນວ ກໍໄດ້ຜັດປ່ຽນກັນຂຶ້ນລາຍງານກ່ຽວກັບຜົນສຳເລັດຂອງກອງປະຊຸມດັ່ງກ່າວ ເພື່ອແນໃສ່ໃຫ້ປະຊາຊົນໄດ້ຮັບຮູ້ ແລະ ເຂົ້າໃຈເຖິງຜົນສຳເລັດຂອງກອງປະຊຸມຄັ້ງນີ້ຢ່າງເລີກເຊິ່ງ ພ້ອມທັງເປີດໂອກາດໃຫ້ພໍ່ແມ່ປະຊາຊົນ ໄດ້ປະກອບຄິດຄຳເຫັນ ແລະ ສະເໜີບັນຫາທີ່ປະຊາຊົນໃຫ້ຄວາມສົນໃຈ ເພື່ອສະເໜີໄປຍັງພາກສ່ວນກ່ຽວຂ້ອງແກ້ໄຂ ໃນນັ້ນ ບັນຫາທີ່ປະຊາຊົນຢາກໃຫ້ພາກສ່ວນພິຈາລະນາແກ້ໄຂຢ່າງຮີບດ່ວນແມ່ນບັນຫາການຕັນເຂື່ອນໄຟຟ້າ ບວກໃສ່ປະລິມານນໍ້າຝົນ ສົ່ງຜົນເຮັດໃຫ້ປະລິມານນໍ້າສູງຂຶ້ນ ແລະ ໄຫຼຍຶ່ງຂຶ້ນຖ້ວມພື້ນທີ່ການຜະລິດ ໂດຍສະເພາະເນື້ອທີ່ນາຂອງປະຊາຊົນຢູ່ເຂດບ້ານໂຄກແຫ້ຫຼາຍເຮັກຕາ ໄດ້ຮັບຜົນກະທົບພໍສົມຄວນ  ພ້ອມນັ້ນ ປະຊາຊົນຍັງສະເໜີໃຫ້ຂັ້ນເທິງແກ້ໄຂບັນຫາການປັກຫຼັກເຂດສະຫງວນທີ່ດິນຂອງລັດ (ເຂດດິນປະຊາຊົນທາງໄປເມືອງຊະນະຄາມ) ທີ່ໄປກວມເອົາເນື້ອທີ່ດິນຂອງປະຊາຊົນທີ່ເຄີຍທຳການຜະລິດຫຼາຍປີຜ່ານມາ ເຊິ່ງມີຫຼາຍ 10 ກວ່າຄອບຄົວໄດ້ຮັບຜົນກະທົບຈາກບັນຫາດັ່ງກ່າວ ດັ່ງນັ້ນ ຮຽກຮ້ອງສະເໜີໃຫ້ພາກສ່ວນກ່ຽວຂ້ອງ ລົງອະທິບາຍຊີ້ແຈງໃຫ້ປະຊາຊົນເຂດບ້ານດັ່ງກ່າວໄດ້ຮູ້ ແລະ ເຂົ້າໃຈຢ່າງຖືກຕ້ອງສອດຄ່ອງຫຼາຍຂຶ້ນ.

   ຕອນບ່າຍວັນດຽວກັນ ຄະນະຜູ້ແທນດັ່ງກ່າວຍັງໄດ້ສືບຕໍ່ລົງພົບປະຜູ້ມີສິດເລືອກຕັ້ງ ປະຊາຊົນບ້ານ ນາປໍ ກ້ວຍ ແລະ ບ້ານຊໍ້ ເມືອງສັງທອງ ຢູ່ວັດບ້ານຊໍ້ ເພື່ອເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 3 ຂອງ ສະພາແຫ່ງຊາດ (ສພຊ) ຊຸດທີ ທີ IX  ແລະ ສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ II ເພື່ອໃຫ້ປະຊາຊົນເຂດບ້ານດັ່ງກ່າວໄດ້ຮັບຮູ້ ເຂົ້າໃຈ ແລະ ຮັບຟັງຄໍາສະເໜີຂັດຂ້ອງໃຈຂອງປະຊົນເຂດບ້ານດັ່ງກ່າວຕື່ມອີກ.  

# ຂ່າວ – ພາບ :  ລັດເວລາ

error: Content is protected !!