ຫຼວງພະບາງ ວາງແຜນສັກວັກຊິນປ້ອງກັນພະຍາດໂຄວິດ-19 ທັງ 3 ເຂັມໃຫ້ບັນລຸ 80% ໃນປີ 2022

    ໂດຍໄດ້ຮັບການສະໜັບສະໜູນຈາກອົງການອຸຍນີເຊັບ ທີມງານສື່ສານມວນຊົນໄດ້ສໍາພາດທ່ານ ຫຸມພັນ ຈີລະສັກ ຮອງຫົວໜ້າພະແນກສາທາລະນະສຸກ ທັງເປັນຜູ້ຊີ້ນໍາຂົງເຂດວຽກງານອະນາໄມ ແລະ ສົ່ງເສີມສຸຂະພາບ ແຂວງຫຼວງພະບາງ ວັນທີ 23 ສິງຫາ 2022 ວ່າ: ການຈັດຕັ້ງປະຕິບັດວຽກງານສັກວັກຊິນຢູ່ພາຍໃນແຂວງໄດ້ເລີ່ມຕັ້ງແຕ່ວັນທີ 8 ມີນາ 2021 ເປັນຕົ້ນມາ ເຊິ່ງໄດ້ເລີ່ມສັກວັກຊິນໃຫ້ພະນັກງານສາທາລະນະສຸກທີ່ເປັນກຸ່ມເປົ້າໝາຍບູລິມະສິດຢູ່ພາຍໃນເທສະບານແຂວງຢູ່ 3 ຈຸດ ແລະ ໃນ 11 ເມືອງມີ 11 ຈຸດ ເຊິ່ງຕັ້ງຢູ່ໂຮງໝໍຂອງແຕ່ລະເມືອງ ສໍາລັບການສັກວັກຊິນເຂັມທີ 1 ປະຕິບັດໄດ້ 82% ເຂັມທີ 2 ໄດ້ 74% ແລະ ເຂັມທີ 3 ຫຼື ເຂັມກະຕຸ້ນ ປະຕິບັດໄດ້ 25% ຂອງຈໍານວນພົນລະເມືອງທັງໝົົດໃນທົ່ວແຂວງ ໂດຍລວມ ການຈັດຕັ້ງປະຕິບັດວຽກງານດັ່ງກ່າວມີທັງຂໍ້ສະດວກ ຍ້ອນພະແນກສາທາລະນະສຸກແຂວງຫຼວງພະບາງໄດ້ຮັບການຊີ້ນໍາໆພາຈາກຂັ້ນເທິງ ກໍຄືກະຊວງສາທາລະນະສຸກ ໄດ້ມີມະຕິ ມາດຕະການ ແລະ ຂໍ້ຕົກລົງຕ່າງໆກ່ຽວກັບການປ້ອງກັນ ຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ນໍາມາເຜີຍແຜ່ ແລະ ຈັດຕັ້ງປະຕິບັດໃນຂັ້ນແຂວງກໍຄືບັນດາເມືອງ ຄຽງຄູ່ກັນນັ້ນ ຍັງໄດ້ປຸກລະດົມປະຊາຊົນໃນການໂຄສະນາສຸຂະສຶກສາດ້ວຍຫຼາຍຮູບແບບຜ່ານສື່ມວນຊົນ ໃຫ້ໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບຜົນຮ້າຍ ລວມທັງວິທີການສະກັດກັ້ນ ແລະ ປ້ອງກັນພະຍາດໂຄວິດ-19 ເຮັດໃຫ້ປະຊາຊົນລາວບັນດາເຜົ່າໄດ້ຮັບການສັກວັກຊິນປ້ອງກັນພະຍາດໂຄວິດ-19 ລວມທັງເດັກນ້ອຍທີ່ຢູ່ໃນເກນອາຍຸ 6 ຫາ 12 ຂຶ້ນໄປ ແລະ ຜູ້ສູງອາຍຸຢ່າງທົ່ວເຖິງ.

    ທ່ານ ຫຸມພັນ ຈີລະສັກ ກ່າວຕື່ມອີກວ່າ: ການສັກວັກຊີນປ້ອງກັນພະຍາດໂຄວິດ-19 ມີຜົນດີຫຼາຍ ເພາະຊ່ວຍເຮັດໃຫ້ອາການຂອງເຮົາໃນເວລາຕິດເຊື້ອພະຍາດໂຄວິດ-19 ຫຼຸດຜ່ອນລົງ ຫຼື ໂອກາດເສຍຊີວິດມີໜ້ອຍ ເມື່ອທຽບໃສ່ຄົນທີ່ບໍ່ໄດ້ສັກວັກຊີນ ນອກນີ້ ພະແນກສາທາລະນະສຸກແຂວງຫຼວງພະບາງ ຍັງໄດ້ຮັບການຊ່ວຍເຫຼືອວັກຊີນຈາກຕ່າງປະເທດ ແລະ ບັນດາອົງການຈັດຕັ້ງສາກົນ ເພື່ອມາສັກໃຫ້ປະຊາຊົນໂດຍບໍ່ໄດ້ເສຍຄ່າ ພ້ອມນັ້ນຍັງໄດ້ຮຽກຮ້ອງມາຍັງປະຊາຊົນລາວບັນດາເຜົ່າໃນກຸ່ມເປົ້າໝາຍທີ່ອາໃສຢູ່ບັນດາເມືອງກໍຄືເຂດຫ່າງໄກສອກຫຼີກຮີບຮ້ອນເຂົ້າໄປສັກວັກຊີນປ້ອງກັນພະຍາດໂຄວິດ-19 ໃຫ້ຄົບໂດສຢູ່ສະຖານທີ່ທີ່ຄະນະສະເພາະກິດທ້ອງຖິ່ນຂອງຕົນກໍານົດໄວ້ຢ່າງເປັນເຈົ້າການ ເພາະຖ້າຫາກອັດຕາຜູ້ໄດ້ສັກວັກຊີນເພີ່ມຂຶ້ນຫຼາຍເທົ່າໃດຈະເປັນເງື່ອນໄຂໃຫ້ປະຊາຊົນໄດ້ກັບໄປໃຊ້ຊີວິດປົກກະຕິແບບໃໝ່ນັບມື້ດີຂຶ້ນກວ່າເກົ່າ.

.

error: Content is protected !!