ສມປຊ ສະຫຼຸບຖອດຖອນບົດຮຽນຜູ້ບໍລິຫານ-ຄຸ້ມຄອງໂຮງຮຽນການເມືອງ-ການປົກຄອງແຂວງ ນະຄອນຫຼວງ

    ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນຜູ້ບໍລິຫານ-ຄຸ້ມຄອງ ໂຮງຮຽນການເມືອງ ແລະ ການປົກຄອງແຂວງນະຄອນຫຼວງວຽງຈັນ ປະຈໍາສົກປີ 2021-2022 ແລະ ທິດທາງແຜນການ 2022-2023 ແລະ ກອງປະຊຸມວິທະຍາສາດຫົວຂໍ້:“ຄຸນຄ່າທິດສະດີ ແລະ ພຶດຕິກຳໃໝ່ ໃນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ຢູ່ທ້ອງຖິ່ນຂຶ້ນວັນທີ 22-26 ສິງຫາ 2022 ທີ່ ໂຮງຮຽນການເມືອງ ແລະການປົກຄອງແຂວງຊຽງຂວາງ ເປັນປະທານຂອງທ່ານ ພູວົງ ອຸ່ນຄຳແສນ ຫົວໜ້າ ສມປຊ ມີ ທ່ານ ໜໍບີຫາ ຕົ່ງປາວ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານຈັດຕັ້ງພັກ-ພະນັກງານ ທ່ານ ສູນທອນ ພັນມີໄຊ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ຄະນະພັກ ຄະນະນຳ ສມປຊ ຫົວໜ້າກົມ ຫົວໜ້າຫ້ອງການ ຫົວໜ້າຄະນະຕ່າງໆ ຫົວໜ້າສູນຂໍ້ມູນຂ່າວສານ ສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ ອຳນວຍການໂຮງຮຽນການເມືອງ ແລະ ການປົກຄອງແຂວງ-ນະຄອນຫຼວງວຽງຈັນ.

    ເພື່ອສະຫຼຸບຕີລາຄາການຈັດຕັ້ງການເຄື່ອນໄຫວປະຕິບັດຫຼັກສູດການຮຽນ-ການສອນ ຢູ່ໂຮງຮຽນການເມືອງ ແລະການປົກຄອງແຂວງ ນະຄອນຫຼວງໃນໄລຍະ 1 ປີຜ່ານມາ ຕີລາຄາຢ່າງພາວະວິໄສ ຜົນສຳເລັດໃນແຕ່ລະດ້ານ ຖອດຖອນໄດ້ບັນຫາທີ່ຍັງຄົງຄ້າງ ສາເຫດ ແລະ ບົດຮຽນໃນການນຳພາ-ຊີ້ນຳໃນປີຕໍ່ໜ້າ ພ້ອມນັ້ນ ກອງປະຊຸມຈະໄດ້ສະຫຼຸບຕີລາຄາຄືນ ການຈັດຕັ້ງປະຕິບັດຂໍ້ກຳນົດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງໂຮງຮຽນການເມືອງ ແລະ ການປົກຄອງແຂວງ ນະຄອນຫຼວງ ແລະ ຈະໄດ້ພ້ອມກັນດຳເນີນກອງປະຊຸມວິທະຍາສາດພາຍໃຕ້ຫົວຂໍ້: “ຄຸນຄ່າທິດສະດີ ແລະພຶດຕິກຳໃໝ່ ໃນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ຢູ່ທ້ອງຖິ່ນ” ເຊິ່ງມີບົດປະກອບຄໍາເຫັນທັງໝົດ 18 ບົດ ຈາກ 18 ໂຮງຮຽນໃນຂອບເຂດທົ່ວປະເທດ.

    ໃນພິທີທ່ານ ແສງແກ້ວ ວົງລຳພັນ ຮອງຫົວໜ້າກົມຄຸ້ມຄອງການຮຽນ-ການສອນ ໄດ້ຜ່ານບົດສະຫຼຸບຖອດຖອນບົດຮຽນຂອງຜູ້ບໍລິຫານ-ຄຸ້ມຄອງ ໂຮງຮຽນການເມືອງ-ການປົກຄອງແຂວງ ນະຄອນຫຼວງ ປະຈຳສົກ 2021-2022 ແລະທິດທາງແຜນການຕໍ່ໜ້າ ເຊິ່ງບົດສະຫຼຸບລາຍງານໄດ້ສ່ອງແສງໃຫ້ເຫັນການເຕີບໃຫຍ່ຂະຫຍາຍຕົວຂອງໂຮງຮຽນການເມືອງ ແລະ ການປົກຄອງແຂວງນະຄອນຫຼວງ ໂດຍລວມ ແມ່ນມີພື້ນຖານໂຄງລ່າງທີ່ຄົບຖ້ວນ ປັດຈຸບັນ ມີອາຄານຫ້ອງການທັງໝົດ 42 ຫຼັງ ມີ 279 ຫ້ອງ ອາຄານຫ້ອງຮຽນ 20 ຫຼັງ ມີ 72 ຫ້ອງ ແຕ່ລະຫ້ອງ ສາມາດບັນຈຸໄດ້ຫຼາຍກວ່າ 60 ຄົນ ຫ້ອງສໍາມະນາ 5 ຫຼັງ ມີ 70 ຫ້ອງ ມີຫ້ອງສະໝຸດ 10 ຫຼັງ ມີ 23 ຫ້ອງ ຫ້ອງອ່ານປື້ມໃນລະດັບພື້ນຖານ 18 ຫ້ອງ ຫໍພັກນັກສຶກສາ ສາມາດບັນຈຸໄດ້ທັງໝົດ 1.604 ຄົນ ມີຫ້ອງ IT ສະໜາມກີລາ ແລະ ມີຫຼາຍໂຮງຮຽນມີສະໂມສອນສາມາດຮອງຮັບໄດ້ຫຼາຍກວ່າ 200 ຄົນ ດ້ານກົງຈັກການຈັດຕັ້ງຂອງໂຮງຮຽນ ມີກົງຈັກຊ່ວຍວຽກ 4 ຂະແໜງ ປັດຈຸບັນ ມີຄະນະໂຮງຮຽນທັງໝົດ 57 ຄົນ ຍິງ 11 ຄົນ (ເພີ່ມ 2 ຄົນ ຍິງ 1 ຄົນ) ຫົວໜ້າໂຮງຮຽນມີ 17 ຄົນ ຍິງ 3 ຄົນ ຮັກສາການຫົວໜ້າໂຮງຮຽນ 1 ຄົນ ຮອງຫົວໜ້າໂຮງຮຽນ 37 ຄົນ ຍິງ 7 ຄົນ ພະນັກງານຄູ-ອາຈານ ມີທັງໝົດ 475 ຄົນ ຍິງ 215 ຄົນ ຄູສອນປະຈຳ 327 ຄົນ ຍິງ 118 ຄົນ.

     ສຳລັບການເຄື່ອນໄຫວນໍາພາ-ຊີ້ນໍາ ການສຶກສາອົບຮົມແນວທາງ ແຜນນະໂຍບາຍຂອງພັກ ລະບຽບ ກົດໝາຍຂອງລັດ ສາມາດຈັດຕັ້ງການເຊື່ອມຊຶມໄດ້ຈຳນວນ 266 ຄັ້ງ ມີຜູ້ເຂົ້າຮ່ວມຈໍານວນທັງໝົດ 10.235 ເທື່ອຄົນ ຍິງ 3.092 ເທື່ອຄົນ ການສຶກສາອົບຮົມການເມືອງແນວຄິດໃຫ້ແກ່ພະນັກງານ ຄູ-ອາຈານ ໄດ້ຕິດພັນກັບແຜນການສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ແລະ ໜັກແໜ້ນ ສົກປີ 2021-2022 ມີຫຼາຍໜ່ວຍພັກຂອງໂຮງຮຽນການເມືອງ ແລະ ການປົກຄອງແຂວງ ນະຄອນຫຼວງ ສາມາດໄດ້ນາມມະຍົດເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ມີທັງໝົດ 11 ໂຮງຮຽນ ດ້ານຫຼັກສູດການຮຽນ-ການສອນໃນສົກປີ 2021-2022 ໂຮງຮຽນການເມືອງ ແລະ ການປົກຄອງແຂວງ ນະຄອນຫຼວງ ໄດ້ສຸມໃສ່ຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນລະບົບອະນຸປະລິນຍາ ລະບົບຊັ້ນກາງ ລະບົບຊັ້ນຕົ້ນ ລະບົບ 45 ວັນ ແລະ ລະບົບ 10 ວັນໃຫ້ເລຂາພັກບ້ານ ແລະ ຄະນະພັກບ້ານ ມີທັງໝົດ 218 ຊຸດຮຽນ ແລະ ໃນສົກປີດຽວກັນ ສມປຊ ໄດ້ເອົາໃຈໃສ່ຊຸກຍູ້ໃຫ້ພະນັກງານຄູ-ອາຈານຢູ່ໂຮງຮຽນການເມືອງ-ການປົກຄອງແຂວງ ນະຄອນຫຼວງ ຕໍ່ກັບວຽກງານຄົ້ນຄວ້າວິທະຍາສາດ ລວມທັງໝົດ 6 ຫົວຂໍ້ໃຫຍ່ 59 ຫົວຂໍ້ຍ່ອຍ ນອກນີ້ ສິ່ງພົ້ນເດັ່ນປີຜ່ານມາໄດ້ຈັດກອງປະຊຸມເຜີຍແຜ່ວິທີວິທະຍາການຄົ້ນຄວ້າວິທະຍາສາດໃຫ້ບັນດາໂຮງຮຽນການເມືອງ-ການປົກຄອງ 3 ຄັ້ງ ຄຽງຄູ່ກັບການຂຽນບົດລົງວາລະສານ ສາມາດຂຽນໄດ້ທັງໝົດ 24 ບົດ ຕໍ່ກັບບົດສະຫຼຸບທີ່ລາຍງານຍັງມີບາງດ້ານ ບາງເນືື້ອໃນທີ່ຜູ້ເຂົ້າຮ່ວມປະຊຸມໄດ້ສະແດງຄວາມຄິດເຫັນຢ່າງກົງໄປກົງມາ ເພື່ອເຮັດໃຫ້ເນື້ອໃນສອດຄ່ອງກັບຜົນງານທີ່ຍາດມາໄດ້.

# ຂ່າວ – ພາບ : ຂັນທະວີ

error: Content is protected !!