ກອງບັນຊາການທະຫານນະຄອນຫຼວງວຽງຈັນ (ນວ) ຈັດພິທີປະດັບທຽບຊັ້ນໃຫ້ນາຍທະຫານ ວັນທີ 24 ສິງຫາ 2022 ຢູ່ກອງບັນຊາການດັ່ງກ່າວ ໂດຍເປັນປະທານຂອງທ່ານ ພັນເອກ ບົວເງິນ ຫົງໄຂຄໍາ ຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານ ນວ ມີຄະນະພັກ-ຄະນະບັນຊາຈາກອົງການ 5 ຫ້ອງກົມກອງ ແລະ ພະແນກການກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ພັນໂທ ເຂັມເພັດ ຫັນທະວົງ ຫົວໜ້າພະແນກພະນັກງານ ກອງບັນຊາການທະຫານ ນວ ໄດ້ຜ່ານຂໍ້ຕົກລົງຂອງກົມໃຫຍ່ການເມືອງກອງທັບ ສະບັບເລກທີ 4818-4920 ແລະ 4733/ກມທ ວ່າດ້ວຍການປະດັບທຽບຊັ້ນນາຍທະຫານໃຫ້ນັກຮຽນທີ່ຮຽນຈົບວິຊາສະເພາະຈາກສາຍລັດຢູ່ກອງບັນຊາການທະຫານ ນວ ເຊິ່ງອີງຕາມກົດໝາຍນາຍທະຫານກອງທັບປະຊົນລາວ (ສະບັບປັບປຸງ) ພາກທີ II ໝວດ III ມາດຕາ 19 20 ວ່າດ້ວຍອາຍຸກະສຽນ ແລະ ການປະດັບຊັ້ນ ປະດັບທຽບຊັ້ນເປັນນາຍທະຫານ ແລະ ອີງຕາມການຄົ້ນຄວ້ານຳສະເໜີຂອງກົມພະນັກງານ ກົມໃຫຍ່ການເມືອງກອງທັບ ຈຶ່ງໄດ້ຕົກລົງປະດັບທຽບຊັ້ນໃຫ້ນາຍທະຫານຢູ່ກອງບັນຊາການທະຫານ ນວ 42 ສະຫາຍ ຄື: ປະດັບທຽບຊັ້ນຮ້ອຍໂທ 39 ສະຫາຍ ປະດັບທຽບຊັ້ນຮ້ອຍຕີ 3 ສະຫາຍ.
ໂອກາດນີ້ ທ່ານ ພັນເອກ ບົວເງິນ ຫົງໄຂຄໍາ ກໍໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານອັນພົ້ນເດັ່ນທີ່ຍາດມາໄດ້ໃນຄັ້ງນີ້ ພ້ອມທັງໄດ້ເນັ້ນໜັກໃຫ້ພ້ອມກັນສືບຕໍ່ເຝິກຝົນຫຼໍ່ຫຼອມ ພັດທະນາຕົນເອງໃນທຸກດ້ານ ມີແບບແຜນວິທີເຮັດວຽກໃນການນຳພາ-ບັນຊາແບບວິທະຍາສາດທີ່ທັນສະໄໝ ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນຢ່າງໜັກແໜ້ນ ໂດຍເຮັດວຽກເປັນໝູ່ຄະນະ ເຊີດຊູນໍ້າໃຈມີຄວາມເສຍສະຫຼະອັນສູງຕໍ່ໜ້າທີ່ວຽກງານ ມີຄວາມສາມັກຄີພາຍໃນຢ່າງແໜ້ນແຟ້ນ ເອົາໃຈໃສ່ປະຕິບັດຂໍ້ກຳນົດ 7 ລະບອບ 18 ວຽກຂອງກອງທັບວາງອອກໃຫ້ເຂັ້ມງວດ ແລະ ເປັນແບບຢ່າງທີ່ດີໃຫ້ນາຍ ແລະ ພົນທະຫານ ເພື່ອພ້ອມກັນເຮັດສຳເລັດທຸກໜ້າທີ່ ຕາມການຈັດຕັ້ງຂັ້ນເທິງມອບໝາຍໃຫ້.

(# ຂ່າວ – ພາບ : ສະບາໄພ