ສ້າງຄວາມເຂົ້າໃຈກ່ຽວກັບຄວາມສຳຄັນຂອງນໍ້າປະປາ ໃຫ້ປະຊາຊົນບ້ານຄວາຍແດງ

    ກິດຈະກຳຫ້ອງຮຽນນ້ຳປະປາເພື່ອຊຸມຊົນ ພາຍໃຕ້ໂຄງການພັດທະນາຄວາມສາດດ້ານການຄຸ້ມຄອງໃຫ້ພະນັກງານຂະແໜງການນໍ້າປະປາ ຈັດຂຶ້ນວັນທີ 18 ສິງຫາ ຜ່ານມາ ຢູ່ວັດຄວາຍແດງທົ່ງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໂດຍມີທ່ານ ສຸກຄີ ເມືອງໂຄດ ຮັກສາການຫົວໜ້າສາຂານໍ້າປະປາເມືອງຫາດຊາຍຟອງ ທ່ານ ວົງພວນ ແພງມະນີວັນ ຮັກສາການເລຂາພັກບ້ານ-ນາຍບ້ານຄວາຍແດງ ທ່ານ Tomokazu ISHIKAWA ຫົວ ໜ້າທີ່ປຶກສາໂຄງການ MaWaSu2 ທ່ານ ຊຸນນິຈິໂລະ ຮາຢະຊິ ຜູ້ຕາງໜ້າຫ້ອງການໄຈກາ JICA ປະຈໍາລາວ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    ທ່ານ ສຸກຄີ ເມືອງໂຄດ ກ່າວວ່າ: ຈຸດປະສົງເພື່ອເຮັດໃຫ້ປະຊາຊົນມີຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວກັບຄວາມໝາຍຄວາມສຳຄັນຂອງວຽກງານນໍ້າປະປາ ນໍ້າ ຄືຊີວິດ ມັນມີຄວາມໝາຍສຳຄັນບໍ່ພຽງແຕ່ໃຫ້ຄຸນປະໂຫຍດຕໍ່ການບໍລິໂພກ ແລະ ອຸປະໂພກຂອງຄົນເຮົາ ແຕ່ນ້ຳຍັງເປັນສິ່ງຈຳເປັນໃນຊີວິດປະຈຳວັນ ເປັນຕົ້ນນຳໃຊ້ເພື່ອດື່ມ ແຕ່ງກິນ ຊັກລ້າງ ປູກຝັງ-ລຽ້ງສັດ ຫຼື ເຮັດເປັນສິນຄ້າກ່ຽວກັບນໍ້າ ລ້ວນແຕ່ເປັນປະໂຫຍດອັນມະຫາສານ ນໍ້າຕາມທຳມະຊາດມີຢ່າງຫຼວງຫຼາຍ ທັງ ນໍ້າຫ້ວຍ ນໍ້າເຊ ນໍ້າສ້າງ ນໍ້າບາດານ ແຫຼ່ງນໍ້າເຫຼົ່ານີ້ໃນເມື່ອກ່ອນຍັງບໍລິສຸດເປັນສ່ວນໃຫຍ່ ເຊື້ອພະຍາດຈາກທຳມະຊາດ ແລະ ສານພິດອື່ນໆເຈື່ອປົນໃນແຫຼ່ງນໍ້າຍັງບໍ່ຫຼາຍ ການດື່ມ ແລະ ໃຊ້ແຫຼ່ງນໍ້າເຫຼົ່ານີ້ໂດຍກົງອາດບໍ່ກໍ່ເກີດອັນຕະລາຍທັນທີ ແຕ່ປັດຈຸບັນ ປະເທດຊາດໄດ້ຮັບການພັດທະນາ ຕົວເມືອງ ແລະ ຊົນນະບົດ ການປູກຝັງເພື່ອການຄ້າຢາກໃຫ້ໄດ້ຜົນຜະລິດຫຼາຍຂຶ້ນ ກໍຕ້ອງໄດ້ນຳໃຊ້ຢາຂ້າແມງໄມ້ ປຸຍເຄມີ ແລະ ອື່ນໆ ລ້ວນແຕ່ເປັນພິດຕົກຄ້າງຕາມດິນ ຜັກ ຫຍ້າ ເຊິ່ງເປັນອາຫານສັດ ພ້ອມທັງຖືກນໍ້າຝົນ ເຮັດໃຫ້ຊຶມລົງໃຕ້ດິນຫານໍ້າສ້າງ ນໍ້າບາດານ ຊະລ້າງລົງຫ້ວຍຮ່ອງຄອງບຶງ ລົງນໍ້າແມ່ນໍ້າໃຫຍ່ ເຖິງຈະໃຊ້ນໍ້າທຳມະຊາດມາລ້າງກ່ອນ ກໍຍັງມີເຊື້ອພະຍາດ ແລະ ສານເຄມີເຈື່ອປົນຕິດຢູ່ ໂດຍຄົນເຮົາບໍ່ສາມາດເບິ່ງດ້ວຍຕາເປົ່າເຫັນ.

    ສິ່ງດຽວທີ່ຈະຊ່ວຍແກ້ໄຂບັນຫານີ້ໄດ້ ກໍຄືການນຳໃຊ້ນໍ້າທີ່ປາສະຈາກເຊື້ອພະຍາດ ແລະ ສານພິດ ໂດຍຫັນມານຳໃຊ້ນໍ້າປະປາເພື່ອສຸຂະພາບທີ່ດີ  ເພາະນໍ້າປະປາແມ່ນນໍ້າທີ່ສະອາດ ປອດໄພ  ແລະ  ຜ່ານການຜະລິດທີ່ໃຊ້ເຄື່ອງມືທັນສະໄໝ  ມາທຳລາຍເຊື້ອພະຍາດ  ແລະ  ສານພິດ ຄວາມເຈັບປ່ວຍ ບໍ່ພຽງແຕ່ທຳລາຍເຫື່ອແຮງ ສຸຂະພາບ ແຕ່ຍັງກົດໜ່ວງຖ່ວງດຶງ ແລະ ເສຍເວລາໃນການທຳມາຫາກິນ ເຮັດໃຫ້ເສຍຊັບສິນເງິນຄຳໃນການປິ່ນປົວ ຮ້າຍແຮງໄປກວ່ານັ້ນອາດຈະພິການ ຫຼື ເສຍຊີວິດ ພັກ ແລະ ລັດຖະບານລາວ ໄດ້ມີຄວາມເປັນຫ່ວງເປັນໄຍຕໍ່ບັນຫາດັ່ງກ່າວ ຈຶ່ງໄດ້ຊອກຫາແຫຼ່ງທຶນຈັດຫາເຄື່ອງມືທັນສະໄໝ ລວມທັງນັກວິຊາການທີ່ມີຄວາມຮູ້ ເພື່ອຊ່ວຍໃຫ້ປະຊາຊົນບັນດາເຜົ່າທັງຢູ່ໃນຕົວເມືອງ ແລະ ຊົນນະບົດ ໄດ້ຊົມໃຊ້ນໍ້າທີ່ສະອາດ ແລະ ປອດໄພ ຄ່າໃຊ້ຈ່າຍການຊົມໃຊ້ນໍ້າປະປາຂອງປະຊາຊົນ ເປັນການປະ ກອບສ່ວນໜຶ່ງທີ່ຈະຊວ່ຍໃຫ້ການຜະລິດນໍ້າປະປາ ສາມາດສືບຕໍ່ຂະຫຍາຍຕົວ ສະໝອງນໍ້າໃຫ້ພຽງພໍກັບຄວາມຕ້ອງການຂອງປະຊາຊົນຢ່າງຍາວນານຈົນເຖິງເຊັ່ນລູກເຊັ່ນຫຼານ ເຮັດໃຫ້ເຂົາເຈົ້າປາສະຈາກໂລກໄພໃຂ້ເຈັບທີ່ມາຈາກການໃຊ້ນໍ້າບໍ່ສະອາດ ແລະ ມີນໍ້າປະປາໃຊ້ແບບຢືນຍົງ.

# ຂ່າວ – ພາບ : ສະບາໄພ

error: Content is protected !!