ລມຕ ຊີ້ນຳໃຫ້ຕ້ອງມີການຄົ້ນຄວ້າຊອກຫາສາເຫດທີ່ເຮັດໃຫ້ສິນຄ້າມີການເໜັງຕີງສູງຜິດປົກກະຕິ

    ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າພ້ ອມດ້ວຍຄະນະ ໄປຢ້ຽມຢາມ ແລະ ພົບປະພະນັກງານພະແນກອຸດສາຫະກຳ ແລະ ການຄ້ານະຄອນຫຼວງວຽງຈັນ (ນວ) ວັນທີ 23 ສິງຫາ 2022 ຕ້ອນຮັບໂດຍທ່ານນາງ ວັນມະນີ ພິມມະສານ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ນວ ມີຮອງຫົວໜ້າພະແນກ ປະທານສະພາການຄ້າ ແລະ ອຸດສາຫະກຳ ນວ ຜູ້ປະກອບການ ພະນັກງານ-ລັດຖະກອນ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

    ໃນພິທີ ທ່ານ ມະນີວັນ ພິມມະສານ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ແລະ ວຽກງານຈຸດສຸມໃນຕໍ່ໜ້າ ຈາກນັ້ນ ທ່ານ ມະໄລທອງ ກົມມະສິດ ໄດ້ມີຄຳເຫັນແລກປ່ຽນຫຼາຍບັນຫາສຳຄັນ ເຊັ່ນ ການຄຸ້ມຄອງສິນຄ້າບໍລິໂພກ-ອຸປະໂພກ ການສະໜອງນໍ້າມັນ ການຈຳກັດຜູ້ສວຍໂອກາດກັກຕູນສິນຄ້າ ຫຼື ການຂຶ້ນລາຄາຕາມລຳພັງ ຄົ້ນຄວ້າຊອກຫາສາເຫດທີ່ເຮັດໃຫ້ສິນຄ້າມີການເໜັງຕີງສູງຜິດປົກກະຕິ ເກັບກຳຂໍ້ມູນຂອງສິນຄ້າພາຍໃນໃຫ້ຄົບຖ້ວນ ເພື່ອເປັນຂໍ້ມູນໃນການສະໜອງສິນຄ້າໃຫ້ພຽງພໍ ການສົ່ງເສີມການຜະລິດເປັນສິນຄ້າພາຍໃນໃຫ້ຫຼາຍຂຶ້ນ ເພື່ອຫຼຸດຜ່ອນການນຳເຂົ້າ ສຶກສາ ເຊື່ອມຊຶມ ແລະ ກຳໄດ້ບັນດານິຕິກຳທີ່ກ່ຽວຂ້ອງ ເພື່ອເຮັດໃຫ້ການປະຕິບັດສິດ ແລະ ໜ້າທີ່ຂອງຕົນໃຫ້ມີປະສິດທິພາບ ຮ່ວມມືກັບພາກສ່ວນທີ່ກ່ຽວຂ້ອງ ໃນການຄວບຄຸມລາສິນຄ້າຕາມທ້ອງຕະຫຼາດໃຫ້ມີຄວາມເປັນເອກະພາບ ນອກຈາກນີ້ ຄະນະຜູ້ແທນໄດ້ໄປຢ້ຽມຢາມຕະຫຼາດລາວ ຂາຍຍົກ-ຂາຍຍ່ອຍ ຈຳກັດ ເປັນກຽດຕ້ອນຮັບໂດຍທ່ານ ບຸນທ່ຽງ ລັດຕະນະວົງ ປະທານຕະຫຼາດລາວ ຂາຍຍົກ-ຂາຍຍ່ອຍ ຈຳກັດ.

 # ຂ່າວ – ພາບ :  ອົ່ນ ໄຟສົມທອງ

error: Content is protected !!