ຍົກສູງການຮ່ວມມືຕ້ານ-ສະກັດກັ້ນອາຊະຍາກໍາຂ້າມຊາດຕາມເຂດຊາຍແດນ

    ກອງປະຊຸມ ອົງການໄອຍະການປະຊາຊົນບັນດາແຂວງ ທີ່ມີຊາຍແດນຕິດຈອດກັນລາວ-ຫວຽດນາມ ຄັ້ງທີ VII ໃນວັນທີ 23 ສິງຫາ 2022 ທີ່ ນະຄອນຫລວງຮ່າໂນ້ຍ ສສ ຫວຽດນາມ ພາຍໃຕ້ຫົວຂໍ້ “ຍົກສູງການຮ່ວມມືຕ້ານ ແລະ ສະກັດກັ້ນອາຊະຍາກໍາຂ້າມຊາດຕາມເຂດຊາຍແດນ ລາວ-ຫວຽດນາມ ຢ່າງມີປະສິດທິຜົນ” ໂດຍການເປັນປະທານຮ່ວມຂອງ ສະຫາຍ ເລມິງ ຈີ ກໍາມະການສູນກາງພັກຄອມມູນິດຫວຽດນາມ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ສສ ຫວຽດນາມ ແລະ ສະຫາຍ ໄຊຊະນະ ໂຄດພູທອນ ກໍາມະການສູນກາງພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ມີບັນດາສະຫາຍຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຫົວໜ້າອົງການໄອຍະການທະຫານຂັ້ນສູງ ແລະ ຕາງໜ້າການນໍາຂັ້ນກົມ ຂອງອົງການໄອຍະການປະຊາຊົນສູງສຸດ ການນໍາອົງການໄອຍະການຂັ້ນພາກຄື ພາກເໜືອ ພາກກາງ ແລະ ພາກໃຕ້ ອົງການໄອຍະການປະຊາຊົນ 10 ແຂວງທີ່ມີຊາຍແດນຕິດຈອດກັນກັບ ສສ ຫວຽດນາມ ແລະ ພາກສ່ວນກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມ.

    ກອງປະຊຸມ ໄດ້ສະຫຼຸບຕີລາຄາການຈັດຕັ້ງປະຕິບັດເນື້ອໃນຈິດໃຈຂອງກອງປະຊຸມອົງການໄອຍະການປະຊາຊົນ ທີ່ມີຊາຍແດນຕິດຈອດກັນຄັ້ງທີ VI ທີ່ໄດ້ຈັດຂຶ້ນໃນວັນທີ 14 ສິງຫາ 2019 ຜ່ານມາ ທີ່ນະຄອນປາກເຊ ແຂວງຈຳປາສັກ ໂດຍຊີ້ໃຫ້ເຫັນຜົນສຳເລັດ ຄວາມຫຍຸ້ງຍາກ ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ ໃນການເພີ່ມທະວີການຮ່ວມມືໃນການປະຕິບັດບັນດາການຮ້ອງຂໍການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ທາງດ້ານຍຸຕິທຳໃນບັນຫາອາຍາ ເພື່ອຕ້ານອາຊະຍາກຳຂ້າມຊາດຢ່າງມີປະສິດທິຜົນ ລະຫວ່າງອົງການໄອຍະການປະຊາຊົນສອງປະເທດ ແລະ ເຫັນດີວ່າ ໃນຊຸມປີຕໍ່ໜ້າ ຈະເພີ່ມທະວີປະສານສົມທົບກັນ ເພື່ອພ້ອມກັນຈັດຕັ້ງປະຕິບັດບົດບັນທຶກການຮ່ວມມືສະບັບໃໝ່ ທີ່ອົງການໄອຍະການປະຊາຊົນສອງປະເທດລາວ-ຫວຽດນາມ ທີ່ຈະໄດ້ລົງນາມຮ່ວມກັນ ສອງປະເທດຕ້ອງໄດ້ສືບຕໍ່ແລກປ່ຽນຄະນະຜູ້ແທນແຕ່ລະຂັ້ນເປັນປົກກະຕິ ເພື່ອແລກປ່ຽນບັນດາຂໍ້ມູນຂ່າວສານກ່ຽວກັບສະພາບການອາຊະຍາກຳ ແກ້ໄຂບັນດາຂໍ້ຫຍຸ້ງຍາກ ຂໍ້ຄົງຄ້າງໃຫ້ທັນການ ສືບຕໍ່ຍົກສູງການຕ້ານ ແລະ ສະກັດກັ້ນອາຊະຍາກຳຂ້າມຊາດໃນຂົງເຂດຊາຍແດນໃຫ້ມີປະສິດທິຜົນ ປະກອບສ່ວນຢ່າງຕັ້ງໜ້າ ໃນການປັບປຸງ ເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ຮ່ວມມມືຮອບດ້ານ ລະຫວ່າງສອງປະເທດ ລາວ-ຫວຽດນາມເພີ່ມທະວີການຮ່ວມມືໃນການບຳລຸງສ້າງວຽກງານໄອຍະການໃຫ້ຖັນແຖວພະນັກງານ ພະນັກງານໄອຍະການຢູ່ທ້ອງຖິ່ນ ໂດຍສະເພາະ ໃນຂົງເຂດຮ່ວມມືລະຫວ່າງປະເທດທາງອາຍາ ຍົກສູງລະດັບພາສາຫວຽດນາມ ແລະ ພາສາລາວ ໃຫ້ແກ່ພະນັກງານໄອຍະການໃນຂົງເຂດຊາຍແດນຂອງສອງປະເທດ ປະສານສົມທົບຈັດກອງປະຊຸມທາງໄກ ແມ່ນເປັນວິທີການຮ່ວມມືອັນໃໝ່ ມີປະສິດທິຜົນ ແທດເໝາະກັບຕົວຈິງ ແທດເໝາະກັບທ່າອ່ຽງການພັດທະນາ ແລະ ສະພາບແວດລ້ອມປັດຈຸບັນ ປະກອບພື້ນຖານວັດຖຸອຸປະກອນທາງດ້ານເຕັກນິກທີ່ຈຳເປັນໃຫ້ແກ່ອົງການໄອຍະການປະຊາຊົນບັນດາແຂວງ ອົງການໄອຍະການປະຊາຊົນບັນດາເມືອງ ທີ່ມີຊາຍແດນຕິດຈອດກັນ ອົງການໄອຍະການທະຫານສອງປະເທດ ຊຸກຍູ້ທ່າແຮງການຮ່ວມມື ຍົກສູງຄວາມອາດສາມາດໃນການຕ້ານ ແລະ ສະກັ້ນອາຊະຍາກຳຂ້າມຊາດ ບັນດາອົງການໄອຍະການປະຊາຊົນຂັ້ນທ້ອງຖິ່ນທີ່ມີຊາຍແດນຕິດຈອດກັນ ຈຳເປັນຕ້ອງເຮັດວຽກງານໂຄສະນາ ເຜີຍແຜ່ກົດໝາຍໃຫ້ໄດ້ດີ ພ້ອມທັງຍົກສູງຄວາມຮັບຮູ້ ແລະ ຜັນຂະຫຍາຍບົດບາດຂອງປະຊາຊົນ ໃນການຊອກໃຫ້ເຫັນ ຕ້ານ ແລະ ສະກັດກັ້ນອາຊະຍາກຳໃນຂົງເຂດຊາຍແດນ ສືບຕໍ່ກົນໄກການພົບປະເປັນປົກກະຕິ ລະຫວ່າງອົງການໄອຍະການປະຊາຊົນບັນດາແຂວງທີ່ມີຊາຍແດນຕິດຈອດກັນ ລາວ-ຫວຽດນາມ ເປັນເອກະພາບໃນການຈັດກອງປະຊຸມຄັ້ງທີ VIII ທີ່ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນປີ 2025 ມອບໃຫ້ພາກສ່ວນຮ່ວມມືກັບຕ່າງປະເທດສອງຝ່າຍເປັນຈຸດປະສານງານເສນາທິການ ສະເໜີການນໍາອົງການໄອຍະການປະຊາຊົນສູງສຸດສອງປະເທດ ກ່ຽວກັບບັນຫາລະອຽດທີ່ພົວພັນເຖິງການຈັດຕັ້ງຜັນຂະຫຍາຍບົດບັນທຶກ ເພື່ອໃຫ້ມີຜົນສຳເລັດ.

error: Content is protected !!