ການສົ່ງອອກສິນຄ້າຂອງແຂວງສາລະວັນ ປະຕິບັດໄດ້ 94,75% ຂອງແຜນການປີ

    ວັນທີ 19-20 ສິງຫາ 2022 ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ສືບຕໍ່ເຄື່ອນໄຫວເຮັດວຽກຢູ່ແຂວງສາລະວັນ ໂດຍໄດ້ພົບປະໂອ້ລົມຕໍ່ການນຳຫຼັກແຫຼ່ງຂອງແຂວງ ແລະ ລົງຕິດຕາມກວດກາເບິ່ງສະພາບພື້ນທີ່ຕົວຈິງຢູ່ເຂດດ່ານສາກົນລະໄລ ມີທ່ານ ໂພໄຊ ໄຊຍະສອນ ເຈົ້າແຂວງສາລະວັນ ພ້ອມດ້ວຍການນຳຫຼັກແຫຼ່ງຂອງແຂວງ ເມືອງ ແລະ ພາກສ່ວນກ່ຽວຂ້ອງໃຫ້ການຕ້ອນຮັບ ແລະ ຮ່ວມເຄື່ອນໄຫວເຮັດວຽກ.

    ທ່ານ ໂພໄຊ ໄຊຍະສອນ ໄດ້ລາຍງານໂດຍຫຍໍ້ກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມທີ່ພົ້ນເດັ່ນຂອງແຂວງໄລຍະ 6 ເດືອນຕົ້ນປີ 2022 ເຫັນວ່າແຂວງໄດ້ເອົາໃຈໃສ່ວຽກງານຫັນລົງກໍ່ສ້າງຮາກຖານການເມືອງ ຕິດພັນກັບການປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ ເສດຖະກິດຂອງແຂວງຂະຫຍາຍຕົວ ໃນລະດັບ 3,3% ຄາດຄະເນໝົດປີ ຈະໄດ້ປະມານ 4,2% ( ແຜນການ 5%) ການເກັບລາຍຮັບເຂົ້້າງົບປະມານ ປະຕິບັດໄດ້ 59% ຂອງແຜນການປີ ແຜນລາຍຈ່າຍ ປະຕິບັດໄດ້ 58% ວຽກງານການຄ້າ ຄາດວ່າໝົດປີຈະປະຕິບັດໄດ້ເກີນດູນ ເຊິ່ງມາຮອດປັດຈຸບັນ ການສົ່ງອອກສິນຄ້າສາມາດປະຕິບັດໄດ້ 94,75% ຂອງແຜນການປີ ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຕາມ 5 ວຽກຈຸດສຸມ ໄດ້ເກີດມີປັດໃຈໃໝ່ທີ່ຕັ້ງໜ້າກວ່າເກົ່າໃນບາງດ້ານ ເປັນຕົ້ນ ການສົ່ງເສີມການຜະລິດ ແລະ ສົ່ງອອກ  ການສ້າງຖານລາຍຮັບທີ່ເຂັ້ມແຂງ  ການປັບປຸງລະບົບເກັບລາຍຮັບເຂົ້າງົບປະມານເປັນທັນສະໄໝ ການແກ້ໄຂການນຳເຂົ້າພາຫະນະທີ່ບໍ່ຖືກຕ້ອງ ແລະ ອື່ນໆ ນອກຈາກນັ້ນ ການພົວພັນຕ່າງປະເທດ ກໍໄດ້ຮັບການເອົາໃຈໃສ່ ແລະ ໄດ້ຮັບການຍົກລະດັບດີຂຶ້ນກວ່າເກົ່າ.

# ຂ່າວ ພາບ : ຊິລິການດາ

error: Content is protected !!