ກອງປະຊຸມຜູ້ບໍລິຫານການສຶກສາທົ່ວປະເທດ ປະຈຳສົກຮຽນ 2022-2023 ໄຂຂຶ້ນວັນທີ 23 ສິງຫາ 2022 ທີ່ສູນໄອທີ ກະຊວງສຶກສາທິການ ແລະ ກີລາ (ສສກ) ເປັນປະທານຂອງທ່ານ ຮສ ປອ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ມີທ່ານນາງ ທຸມມາລີ ວົງພະຈັນ ຄະນະປະຈໍາສະພາແຫ່ງຊາດ ປະທານກຳມາທິການວັດທະນະທຳ-ສັງຄົມ ສະພາແຫ່ງຊາດ ທ່ານອະດີດການນຳກະຊວງ ສສກ ທ່ານຮອງລັດຖະມົນຕີ ທ່ານອະທິການບໍດີ ຫົວໜ້າຫ້ອງການ ຫົວໜ້າກົມ ຫົວໜ້າພະແນກສຶກສາທິການ ແລະ ກີລາ ຜູ້ອຳນວຍການສະຖານການສຶກສາ-ກີລາ ທົ່ວປະເທດ ແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມແບບເຊິ່ງໜ້າ ແລະ ທາງໄກ.

ກອງປະຊຸມຄັ້ງນີ້ ຈະໄດ້ພ້ອມກັນຕີລາຄາບັນຫາ ແລະ ຂໍ້ຄົງຄ້າງໃນສົກຮຽນຜ່ານມາ ພ້ອມກັນວິເຄາະ ວິໄຈໃຫ້ເຫັນສາເຫດຂອງແຕ່ລະບັນຫາຢ່າງແທ້ຈິງ ແລະ ຫາວິທີເພື່ອແກ້ໄຂຮ່ວມກັນ ຈະໄດ້ພ້ອມກັນແລກປ່ຽນບາງຫົວຂໍ້ ເປັນຕົ້ນ

- ພິຈາລະນາ ຜົນການຈັດຕັ້ງປະຕິບັດແຜນພັດທະນາການສຶກສາ ແລະ ກີລາ ປະຈຳສົກຮຽນ 2021-2022 ແລະ ແຜນປະຈໍາສົກຮຽນ 2022-2023
- ປະກອບຄຳເຫັນໃສ່ຜົນການຕິດຕາມ ມະຕິກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາປະຈໍາສົກຮຽນ 2020-2021
- ເຊື່ອມຊຶມມະຕິຂອງກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 60/ສພຊ ລົງວັນທີ 8/7/2022 ແລະ ມາດຕະການໃນການຈັດຕັ້ງປະຕິບັດ
- ຮັບຟັງບາງບົດຮຽນ ການຈັດການຮຽນ-ການສອນຂອງແຂວງຈຳນວນໜຶ່ງ
- ຮັບຟັງຄຳຄິດຄຳເຫັນ ຂອງ ຜູ້ບໍລິຫານການສຶກສາຢູ່ທ້ອງຖິ່ນ ແລະ ຢູ່ສູນກາງ ທ່ານປະທານກຳມາທິການວັດທະນະທຳ-ສັງຄົມ ອະດີດການນຳ ແລະ ບັນດາທ່ານທີ່ຈະເຂົ້າຮ່ວມຢູ່ທີ່ຫ້ອງປະຊຸມແຫ່ງນີ້ ແລະ ຜ່ານທາງໄກ
- ຈະໄດ້ຮັບຮອງມະຕິ ກອງປະຊຸມ ເພື່ອເປັນທິດທາງການຈັດຕັ້ງປະຕິບັດ ກິດຈະກຳຂອງຂະແໜງ ການເຮົາໃນສົກຮຽນ 2022-2023.