ມອບ-ຮັບໂຄງການກໍ່ສ້າງຫໍຫຼັກເມືອງແຂວງໄຊສົມບູນຢ່າງເປັນທາງການ

    ພິທີມອບ-ຮັບໂຄງການກໍ່ສ້າງຫໍຫຼັກເມືອງ ແຂວງໄຊສົມບູນ ລະຫວ່າງ ບໍລິສັດພັດ ທະນາພູເບ້ຍ ຈໍາກັດຜູ້ດຽວ ແລະ ພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງໄຊສົມບູນ ໄດ້ຈັດຂຶ້ນວັນທີ 22 ສິງຫາ 2022 ເຂົ້າຮ່ວມພິທີມີທ່ານ ພອຍຄໍາ ຮຸ່ງບຸນຍວງ ເຈົ້າແຂວງໄຊສົມບູນ ແລະ ທ່ານ ສົມເພັດ ທໍາມະວົງ ປະທານບໍລິສັດ ພັດທະນາພູເບ້ຍ ຈໍາກັດຜູ້ດຽວ ມີຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ຮອງເຈົ້າແຂວງ ຕະຫຼອດຮອດຄະນະກຳມະການຮັບຜິດຊອບໂຄງການ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ຄໍາກອນ ມາລາວົງ ປະທານບໍລິສັດ ພີເອັມສໍາຫຼວດອອກແບບ-ເຄຫາສະຖານ ຈໍາກັດ ເຊິ່ງເປັນບໍລິສັດທີ່ປຶກສາ ໄດ້ຂຶ້ນລາຍງານການຈັດຕັ້ງປະຕິບັດໂຄງການໃນໄລຍະຜ່ານມາ ໂດຍໂຄງການກໍ່ສ້າງຫໍຫຼັກເມືອງ ແມ່ນໄດ້ເລີ່ມລົງມືຈັດຕັ້ງປະຕິບັດມາແຕ່ວັນທີ 1 ມັງກອນ 2016 ປະກອບມີ 2 ຊັ້ນ ກ້ວາງ 31 x 31 ແມັດ ສູງ 25 ແມັດ ເປັນໂຄງການກໍ່ສ້າງທີ່ປະກອບດ້ວຍການຕົບແຕ່ງທາງດ້ານສະຖາປັດຕະຍະກຳ ປະຕິມະກຳທີ່ມີຄວາມລະອຽດອ່ອນ ໂຄງສ້າງເປັນເບຕົງເສີມເຫຼັກ ຫຼັງຄາມຸງດ້ວຍດິນຂໍ ໂຄງເຫຼັກ 3 ຊັ້ນ ພື້ນປູດ້ວຍກະໂລຫິນເຜົາ ມີລະບົບລະບາຍນໍ້າ ລະບົບໄຟຟ້າ ແລະ ລະບົບກະຈາຍສຽງ ນອກນັ້ນ ຮູບຊົງຂອງອາຄານເປັນລັກສະນະຊົງລາວ ທັງພາຍໃນ ແລະ ພາຍນອກ ຕົບແຕ່ງດ້ວຍລວດລາຍຕ່າງໆ ທີ່ພົວພັນເຖິງວິຖີຊີວິດ ຮິດຄອງປະເພນີຂອງປະຊາຊົນບັນດາເຜົ່າ ໂດຍປະກອບມີ 13 ໜ້າວຽກຕາມສັນຍາເດີມ ແລະ 4 ໜ້າວຽກດັດແກ້ ລວມມູນຄ່າການກໍ່ສ້າງຕົວຈິງທັງໝົດ 25 ຕື້ກວ່າກີບ ແລະ ມາຮອດປັດຈຸບັນນີ້ ໂຄງການດັ່ງກ່າວແມ່ນໄດ້ສໍາເລັດແລ້ວ 100%.

    ໂອກາດດຽວກັນນີ້ ທ່ານ ຄໍາກອນ ມາລາວົງ ຍັງໄດ້ກ່າວມອບໂຄງການດັ່ງກ່າວໃຫ້ພະແນກຖະແຫຼງ ຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວແຂວງ ເຊິ່ງເປັນເຈົ້າຂອງໂຄງການ ເປັນຜູ້ຄຸ້ມຄອງ  ແລະ  ນໍາໃຊ້  ໃນຕໍ່ໜ້າ ຈາກນັ້ນ ທ່ານ ທົງສະຫວັນ ໂພສະລາດ ຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວແຂວງໄຊສົມບູນ ໄດ້ຂຶ້ນຮັບເອົາໂຄງການກໍ່ສ້າງຫໍຫຼັກເມືອງ ໂດຍທ່ານໄດ້ໃຫ້ຄໍາໝັ້ນສັນຍາວ່າຈະນໍາພາພະນັກງານຂອງຕົນປົກປັກຮັກສາ ແລະ ນໍາໃຊ້ໂຄງການດັ່ງກ່າວໃຫ້ຖືກຕ້ອງຕາມຈຸດປະສົງຂອງການນໍາພັກ-ລັດ ກໍຄືການນໍາໃຊ້ສະຖານທີ່ດັ່ງກ່າວເປັນບ່ອນສະແດງມູນເຊື້ອຮີດຄອງປະເພນີອັນດີງາມຂອງຊາດ ເວົ້າລວມ ເວົ້າສະເພາະ ກໍຄືຂອງປະຊາຊົນບັນດາເຜົ່າໃນຂອບເຂດທົ່ວແຂວງໄຊສົມບູນ ທັງເປັນສະຖານທີ່ທ່ອງທ່ຽວທາງວັດທະນະທໍາ ເພື່ອໃຫ້ພໍ່ແມ່ປະຊາຊົນ ລວມທັງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໄດ້ສັກກາລະບູຊາ.

# ຂ່າວ – ພາບ :  ຊິລິການດາ

error: Content is protected !!