ທຳລາຍພືດຜັກນໍາເຂົ້າຜິດລະບຽບ 3000 ກວ່າກິໂລ

      ເຈົ້າໜ້າທີ່ພາສີ ຮ່ວມກັບເຈົ້າໜ້າທີີ່ກັກກັນພືດ ປະຈຳດ່ານຂົວມິດຕະພາບລາວ-ໄທ ແຫ່ງທີ 1 ຈັດພິທີທຳລາຍພືດຜັກນຳເຂົ້າຜິດລະບຽບ ຈຳນວນ 3.914 ກິໂລກຣາມ ຂຶ້ນວັນທີ 22 ສິງຫາ 2022 ຢູ່ສະຖານີກັກກັນພືດດົງໂພສີ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໂດຍມີທ່ານ ພັນໂທ ກິດອນ ກິວົງໄຊ ຮອງຫົວໜ້າຄະນະຄຸ້ມຄອງດ່ານ ຫົວໜ້າດ່ານຕຳຫຼວດກວດຄົນເຂົ້າເມືອງດ່ານສາກົນຂົວມິດພາບລາວ-ໄທ ແຫ່ງທີ 1 ວຽງຈັນ-ໜອງຄາຍ ທ່ານ ໜຽວຄໍາ ຄໍາມີນາທີ ຫົວໜ້າຂະແໜງປູກຝັງ ພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ພ້ອມດ້ວຍຕາງໜ້າຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

   ທ່ານ ວັນນາ ຄໍາໂພໄຊ ຫົວໜ້າໜ່ວຍງານປ້ອງກັນພືດປະຈຳດ່ານຂົວມິດພາບລາວ-ໄທ ແຫ່ງທີ 1 ລາຍງານວ່າ: ໃນວັນທີ 18 ສິງຫາ 2022  ເຈົ້າໜ້າທີ່ກັກກັນພືດສາກົນຂົວມິດຕະພາບລາວ-ໄທແຫ່ງທີ 1 ໄດ້ເຮັດບົດບັນທຶກມອບ-ຮັບສິນຄ້າກະສິກຳທີ່ສາມາດຄວບຄຸມໄດ້ຈາກການນໍາເຂົ້າຜິດລະບຽບ ເຊິ່ງເຈົ້າໜ້າທີ່ກັກກັນພືດໄດ້ປະສານສົມທົບກັບເຈົ້າໜ້າພາສີສາກົນຂົວມິດຕະພາບລາວ-ໄທແຫ່ງທີ 1 ສາມາດກວດກາ ແລະ ກັກສິນຄ້າປະເພດຜັກນໍາເຂົ້າ ໂດຍລັກລອບເຂົ້າມານຳດ້ວຍລົດໂດຍສານລະຫວ່າງປະເທດ ສາຍອຸດອນ-ວຽງຈັນ ສາມາດກັກພືດຜັກໄດ້ເຊັ່ນ: ຜັກບົ່ວ ໝາກເລັ່ນ ໝາກບວບ ຫອມປ້ອມ ໝາກແຕງ ຜັກກາດ ແລະ ພືກຜັກອື່ນໆ ລວມທັງໝົດ 3.914 ກິໂລກຣາມ ມູນຄ່າ 1.274 ໂດລາສະຫະລັດ ຫຼືປະມານ 19 ລ້ານກີບ ໃນນີ້ ແມ່ນປະເພດພືດຜັກນຳ ເຂົ້າມາຜິດລະບຽບ ບໍ່ມີເອກະສານກ່ຽວຂ້ອງທາງດ້ານກັກກັນພືດ ເປັນຕົ້ນ ບໍ່ມີໃບອະນຸຍາດນຳເຂົ້າ ແລະ ໃບຢັ້ງຢືນສຸຂະນາໄມພືດຈາກປະເທດຕົ້ນທາງ ເປັນການລະເມີດຕໍ່ກົດໝາຍປ້ອງກັນພືດ ແລະ ກັກກັນພືດ ໝວດທີ 1 ວ່າດ້ວຍການນຳເຂົ້າ ໃນມາດຕາ 33 ຫາ 84 ວ່າດ້ວຍເອກະສານທີ່ຕ້ອງແຈ້ງ ແລະ ກວດກາກ່ອນການນຳເຂົ້າ ແລະ ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຊ່ວຍວຽກງານຄະນະສະເພາະກິດສົ່ງເສີມການຜະລິດ ແລະ ຊົມໃຊ້ຜະລິດຕະພັນທີ່ຜະລິດຢູ່ພາຍໃນປະເທດ ແລະ ຄຸ້ມຄ້ອງນຳເຂົ້າສິນຄ້າອຸປະໂພກ-ບໍລິໂພກ ສະບັບເລກທີ 4360/ກປ.ນວ ດັ່ງນັ້ນ ເຈົ້າໜ້າທີ່ກ່ຽວຂ້ອງຈຶ່ງໄດ້ປະຕິບັດຕາມລະບຽບການທຸກຂັ້ນຕອນໃຫ້ຖືກຕ້ອງ ສອດຄ່ອງ ແລະ ໂປ່ງໄສ.

   ໃນປີ 2022 ດ່ານກັກກັນພືດສາກົນຂົວມິດຕະພາບລາວ-ໄທແຫ່ງທີ 1 ກໍຄືເຈົ້າໜ້າທີ່ກັກກັນພືດ ສາມາດທຳລາຍພືກຜັກທີ່ລັກລອບນຳເຂົ້າຜິດລະບຽບໄດ້ 2 ຄັ້ງ ໂດຍຄັ້ງທີ 1 ລະຫວ່າງເດືອນມີນາ 2022 ໄດ້ຢືດທຳລາຍພືດພັກ 1.578 ກິໂລກຣາມ ມູນຄ່າ 848 ໂດລາສະຫະລັດ ແລະ ຄັ້ງຫຼ້າສຸດໃນເດືອນສິງຫາ 2022 ນີ້.

error: Content is protected !!