ຫຼວງພະບາງ ໄດ້ຮັບເຄື່ອງມືອຸປະກອນຮັບໃຊ້ໂຄງການອອກໃບຕາດິນ

    ໃນວັນທີ 19 ສິງຫາ 2022 ທີ່ກົມທີ່ດິນ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ) ໄດ້ຈັດພິທີມອບ-ຮັບ ເຄື່ອງມືອຸປະກອນຮັບໃຊ້ໂຄງການອອກໃບຕາດິນ ພາຍໃຕ້ທຶນກູ້ຢືມຈາກທະນາຄານໂລກ ເຊິ່ງອຸປະກອນດັ່ງກ່າວ ເປັນເຄື່ອງມືໜຶ່ງທີ່ສຳຄັນໃນການຍົກລະດັບຂີດຄວາມສາມາດໃນການອອກສຳມະໂນຕາດິນຂອງແຂວງຫຼວງພະບາງ ການມອບ-ຮັບໃນຄັ້ງນີ້ ໄດ້ມີພາກສ່ວນທີ່ກ່ຽວຂ້ອງຂອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

    ເຄື່ອງມືອຸປະກອນຮັບໃຊ້ໂຄງການອອກໃບຕາດິນທີ່ໄດ້ມອບໃນຄັ້ງນີ້ ປະກອບມີ : ເຄື່ອງຮັບສັນຍານດາວທຽມ GNSS RTK ຈຳນວນ 3 ໜ່ວຍ ລົດຈັກ Suzuki New Smash ຈຳນວນ 12 ຄັນ ຄອມພິວເຕີໂນດບຸກ ແລະ ອຸປະກອນອື່ນໆອີກຈຳນວນໜຶ່ງ  ອຸປະກອນດັ່ງກ່າວ  ແມ່ນມີຄວາມສໍາຄັນຫຼາຍຕໍ່ການປະຕິບັດໜ້າທີ່ຂອງພະນັກງານຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງອູ ແຂວງຫຼວງພະບາງ ເພາະຈະຊ່ວຍຍົກລະດັບການວັດແທກອອກໃບຕາດິນໃຫ້ມີປະສິດທິພາບສູງຂຶ້ນ ມີຄວາມວ່ອງໄວ ສາມາດອອກໃບຕາດິນໄດ້ຫຼາຍຕອນຕໍ່ມື້ ແລະ ທັນກັບເວລາທີ່ກຳນົດໄວ້.

    ການມອບ-ຮັບຄັ້ງນີ້ ຕາງໜ້າມອບໂດຍ ທ່ານ ຄິດລາໄຊ ກອກມີລາ ຮອງຫົວໜ້າກົມທີ່ດິນ ຕາງໜ້າຂຶ້ນຮັບໂດຍທ່ານ ຈັນທະວົງ ຜົນນະຈິດ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງຫຼວງພະບາງ.

# ຂ່າວ – ພາບ : ເພັດສະໝອນ

 

 

 

 

error: Content is protected !!