ສຳເລັດໂຄງການກໍ່ສ້າງໂຮງຮຽນອະນຸບານ ປະຖົມສົມບູນ ແລະ ມັດທະຍົມຕອນຕົ້ນຮັງຮອນ ມູນຄ່າຫຼາຍກວ່າ 5 ຕື້ກີບ

    ພິທີ ມອບ-ຮັບ ໂຮງຮຽນປະຖົມສົມບູນ ແລະ ມັດທະຍົມຕອນຕົ້ນຮັງຮອນ ເມືອງຊຳເໜືອ ແຂວງຫົວພັນ ວັນທີ 19 ສິງຫາ 2022 ທີ່ໂຮງຮຽນດັ່ງກ່າວ ມີທ່ານ ມົນທອງ ລຽນຕິຄຸນ ຫົວໜ້າພະແນກສຶກສາທິການ ແລະ ກີລາແຂວງຫົວພັນ ທ່ານນາງ ຄຳພອນ ສົມບູນ ຮອງເຈົ້າເມືອງຊຳເໜືອ ພ້ອມດ້ວຍຄະນະຮັບຜິດຊອບກວດກາ ແລະ ຄຸ້ມຄອງໂຄງການຈາກຂັ້ນແຂວງ ຂັ້ນເມືອງ ຄະນະອຳນວຍການໂຮງຮຽນອ້ອມຂ່າງທັງສອງແຫ່ງ ອຳນາດການປົກຄອງບ້ານຮັງຮອນ ແລະ ແຂກຖືກເຊີນເຂົ້າຮ່ວມເປັນສັກຂີພິຍານ.

    ທ່ານ ບຸນເລີດ ວິຊາການບໍລິສັດວັນໂນພອນກໍ່ສ້າງ ຜູ້ຕິດຕາມໂຄງການກໍ່ສ້າງ ໂຮງຮຽນອະນຸບານ ປະຖົມສົມບູນ ແລະ ມັດທະຍົມຕອນຕົ້ນຮັງຮອນ ເມືອງຊຳເໜືອ ໄດ້ຂຶ້ນລາຍງານໃຫ້ຮູ້ວ່າ: ໂຄງການກໍ່ສ້າງມັດທະຍົມຕອນຕົ້ນ ແລະ ໂຮງຮຽນປະຖົມສົມບູນຮັງຮອນ ເມືອງຊຳເໜືອ ແຂວງຫົວພັນ ເປັນໂຄງການທີ່ໄດ້ຮັບທຶນຈາກ ນໍ້າເທີນ 2 ໂດຍຜ່ານກະຊວງສຶກສາທິການ ແລະ ກີລາ ໃນງົບປະມານສົກປີ 2021 ຮັບເໝົາກໍ່ສ້າງໂດຍບໍລິສັດວັນໂນພອນກໍ່ສ້າງ ພະແນກສຶກສາທິການ ແລະ ກີລາແຂວງ ເປັນເຈົ້າຂອງໂຄງການ ສຳຫຼວດອອກແບບໂດຍ ຄະນະສະຖາປານິດ ແລະ ວິສະວະກອນກໍ່ສ້າງຂອງພະແນກ ສກຂ ປະກອບບມີ: ໂຮງຮຽນຊັ້ນມັດທະຍົມຕອນຕົ້ນ 1 ຫຼັງ ລວມມີ 7 ຫ້ອງຄື: ຫ້ອງຮຽນ 4 ຫ້ອງ ຫ້ອງຄອມພິວເຕີ 1 ຫ້ອງ ຫ້ອງອ່ານ 1 ຫ້ອງ ແລະ ຫ້ອງການຄູ 1 ຫ້ອງ ຂະໜາດອາຄານ 54 x 9 ແມັດ ປະກອບມີໄຟຟ້າ ເຟີນີເຈີ ແລະ ພັດລົມຄົບຊຸດ ມີອາຄານຫໍພັກຄູ 1 ຫຼັງ ປະກອບມີ: 5 ຫ້ອງນອນ ຂະໜາດອາຄານ 22,5 x 6 ແມັດ ປະກອບມີໄຟຟ້າ ເຟີນີເຈີ ແລະ ພັດລົມຄົບຊຸດ ກໍ່ສ້າງຫ້ອງນໍ້າ 2 ຫຼັງ ຫຼັງລະ 4 ຫ້ອງ (ຍິງ-ຊາຍ) ກໍ່ສ້າງອາຄານຮຽນຊັ້ນປະຖົມສົມບູນ 1 ຫຼັງ ມີ 6 ຫ້ອງຄື: 5 ຫ້ອງຮຽນ ແລະ 1 ຫ້ອງການຄູ ຂະໜາດອາຄານ 47 x 8 ແມັດ ປະກອບມີໄຟຟ້າ ເຟີນີເຈີ ແລະ ພັດລົມຄົບຊຸດ ກໍ່ສ້າງຫ້ອງນໍ້າ 1 ຫຼັງ ມີ 4 ຫ້ອງ (ຍິງ-ຊາຍ) ກໍ່ສ້າງໂຮງຮຽນອະນຸບານ 1 ຫຼັງປະກອບມີ 2 ຫ້ອງຮຽນ 1 ຫ້ອງການຄູ ມີຂະໜາດ 24 x 8 ແມັດ ປະກອບມີໄຟຟ້າ ເຟີນີເຈີ ແລະ ພັດລົມຄົບຊຸດ ມີຫ້ອງນໍ້າ 1 ຫຼັງ 2 ຫ້ອງ (ຍິງ-ຊາຍ) ໂຄງການກໍ່ສ້າງແມ່ນໄດ້ເລີ່ມລົງມືວັນທີ 17 ສິງຫາ 2021-17 ສິງຫາ 2022 ໄດ້ສຳເລັດ 100% ລວມເວລາ ກໍ່ສ້າງທັງໝົດ 365 ວັນ ລວມຄ່າການກໍ່ສ້າງ 5,9 ຕື້ກ່ວາກີບ .

    ໃນຕອນທ້າຍພິທີ ຍັງໄດ້ຂຶ້ນເຊັນມອບ-ຮັບ ໂຄງການກໍ່ສ້າງໂຮງຮຽນອະນຸບານ ປະຖົມສົມບູນ ແລະ ມັດທະຍົມຕອນຕົ້ນຮັງຮອນ ເມືອງຊຳເໜືອຢ່າງເປັນທາງການ ລະຫວ່າງທ່ານ ໄຊສົງຄາມ ດາລາວົງ ຜູ້ອຳນວຍການບໍລິສັດວັນໂນພອນກໍ່ສ້າງ ແລະ ທ່ານ ມົນທອງ ລຽນຕິຄຸນ ຫົວໜ້າພະແນກສຶກສາທິການ ແລະ ກີລາແຂວງ ຈາກນັ້ນ ກໍໄດ້ອບຕໍ່ໃຫ້ຫ້ອງການສຶກສາທິການ ແລະ ກີລາເມືອງຊຳເໜືອ ແລະ ຜູ້ອຳນວຍການໂຮງຮຽນດັ່ງກ່າວເປັນຜູ້ນຳໃຊ້ໃຫ້ເກີດປະໂຫຍດສູງສຸດ.

# ຂ່າວ – ພາບ : ເພັດສະໝອນ

 

 

 

 

error: Content is protected !!