ເຫຼົ່າຮົບຊ່າງແສງກອງທັບປະຊາຊົນລາວ ຍາດໄດ້ທີ 3 ການແຂ່ງຂັນກີລາທະຫານສາກົນ

    ຄະນະກຳມະການຈັດການແຂ່ງຂັນກີລາການທະຫານສາກົນ ຂອງເຫຼົ່າຮົບຊ່າງແສງ ໄດ້ຈັດພິທີສະຫຼຸບປິດການແຂ່ງຂັນກີລາ ARMY GAMES 2022 ໃນວັນທີ 21 ສິງຫາ 2022 ຢູ່ກອງພົນນ້ອຍຊ່າງແສງ 73420 ຂອງເມືອງໂວນກາກຼາດ ແຫ່ງສະຫະພັນຣັດເຊຍ (ໃນຮູບແບບຊ່າງແສງ) ໂດຍການເຂົ້າຮ່ວມເປັນປະທານທ່ານ ພັນເອກ ກຣູກະລົບ ອັນເດຣ ອາເລັກເຊວິດ ຮອງຫົວໜ້າກົມຊ່າງແສງ ສະຫະພັນຣັດເຊຍ ສ່ວນທີມນັກກີລາເຫຼົ່າຮົບຊ່າງແສງກອງທັບປະຊາຊົນລາວ ມີສະຫາຍ ພັນເອກ ບຸນທະວີ ໂພໄຊ ຮອງຫົວໜ້າກົມຊ່າງແສງ ຫົວໜ້າຄະນະຊີ້ນຳທີມນັກກີລາເຫຼົ່າຮົບຊ່າງແສງກອງທັບປະຊາຊົນລາວ ມີບັນດາຄະນະຮັບຜິດຊອບຊີ້ນຳທີມນັກກີລາ ອະນຸກຳມການ ພ້ອມດ້ວຍນັກກີລາແຕ່ລະປະເທດເຂົ້າຮ່ວມ.

    ສະຫາຍ ພັນໂທ ອານຸສັກ ພົມວົງສາ ຮອງຫົວໜ້າຄະນະຊີ້ນຳທີມນັກກີລາເຫຼົ່າຮົບຊ່າງແສງ ກອງທັບປະຊາຊົນລາວ ໃຫ້ຮູ້ວ່າ: ສຳລັບການເຂົ້າຮ່ວມແຂ່ງຂັນກີລາການທະຫານສາກົນ (ARMY GAME 2022) ໃນຮູບແບບຊ່າງແສງ ຂອງເຫຼົ່າຮົບຊ່າງແສງໃນຄັ້ງນີ້ ປະກອບມີ 5 ປະເທດເຂົ້າຮ່ວມຄື: ຣັດເຊຍ ສປປ ລາວ ອຸສເບກີສະຖານ ເບລາຣຸດ ແລະ ອາກເມນີ ສຳລັບທີມນັກກີລາເຫຼົ່າຮົບຊ່າງແສງ ກອງທັບປະຊາຊົນລາວເຮົາ ແມ່ນຈົກສະຫຼາກໄດ້ ເບີ 2 ປະກອບມີ ລົດດຸດ ລົດຂຸດຂຸມຄອງ ລົດສ້າງສິ່ງກີດຂວາງແຕກ ລົດສ້າງສິ່ງກີດຂວາງບໍ່ແຕກ ລົດທຳລາຍສະໜາມມີນ ລົດລອຍນ້ຳ ແລະ ລົດສ້າງສະໜາມມີນ ມີຈຳນວນພົນນັກກີລາເຂົ້າຮ່ວມ ຈຳນວນ 21 ສະຫາຍ ເຊິ່ງໄດ້ເລີ່ມການເຝິກຊ້ອມມາແຕ່ວັນ 8-21 ສິງຫາ 2022 ແມ່ນໄດ້ຈັດການແຂ່ງຂັນ ພ້ອມທັງສະຫຼຸບຜົນການແຂ່ງຂັນ ເຊິ່ງຜົນການແຂ່ງຂັນ ທີ l ສະຫະພັນຣັດເຊຍ ທີ ll ເບລາຣຸດ ແລະ ທີ lll ກອງທັບປະຊາຊົນລາວ.

    ການເຂົ້າຮ່ວມແຂ່ງຂັນກີລາການທະຫານສາກົນ (ARMY GAME 2022) ແມ່ນມີຄວາມໝາຍ-ຄວາມສຳຄັນທີ່ສຸດ ທັງເປັນການສ້າງສາຍພົວພັນມິດຕະພາບ ຮັດແໜ້ນຄວາມສາມັກຄີກັບບັນດາປະເທດທີ່ເຂົ້າຮ່ວມໂດຍສະເພາະ ແມ່ນເພື່ອຍົກສູງສາຍພົວພັນມິດຕະພາບລະຫວ່າງກອງທັບປະຊາຊົນລາວ ກັບກອງທັບສະຫະພັນຣັດເຊຍ ແລະ ປະເທດເພື່ອນມິດ ທັງເປັນການຖອດຖອນບົດຮຽນໃນວຽກງານວີຊາສະເພາະເຫຼົ່າຮົບຊ່າງແສງ ໃຫ້ນັບມື້ເຕີບໃຫຍ່ ເຂັ້ມແຂງ ທັນສະໄໝເທື່ອລະກ້າວ.

# ຂ່າວ – ພາບ : ສີພອນ

error: Content is protected !!