ມອບໂຄງການສ້ອມແປງຄອງເໝືອງຫ້ວຍຕະງີ່ ບ້ານນາກະຊີນ

    ພິທີມອບ-ຮັບ ແລະ ເປີດນຳໃຊ້ຄອງເໝືອງ-ຝາຍຫ້ວຍຕະງີ່ ບ້ານນາກະຊີນ  ເມືອງວິລະບູລີ ແຂວງສະຫວັນນະເຂດ ຈັດຂຶ້ນວັນທີ 15 ສິງຫາຜ່ານມາ ທີ່ບ້ານດັ່ງກ່າວ ມີທ່ານ ວາລິຍະ ສີຈັນທອງທິບ ເຈົ້າເມືອງວິລະບູລີ ທ່ານ ສະໝານ ອາເນກາ ຜູ້ອຳນວຍການໃຫຍ່ບໍລິສັດລ້ານຊ້າງມິເນໂຣນສ໌ລິມິເຕັດ ພ້ອມດ້ວຍຄະນະນໍາຂອງເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

     ທ່ານ ສະໝານ ອະເນກາ ກ່າວວ່າ: ໂຄງການສ້ອມແປງຄອງເໝືອງນາກະຊິນ ແບບມີສ່ວນຮ່ວມຂອງຊຸມຊົນ ພ້ອມດ້ວຍອຳນາດການປົກຄອງທ້ອງຖິ່ນ ແລະ ວິຊາການ ໄດ້ລົງມືກໍ່ສ້າງແຕ່ວັນທີ 7 ມີນາ 2022 ແລະ ໄດ້ສໍາເລັດໃນວັນທີ 7 ກໍລະກົດ 2022 ມີມູນຄ່າກໍ່ສ້າງທັງໝົດ 73.230  ໂດລາສະຫະລັດ ໃນນີ້ ລວມມີກອງທຶນພັດທະນາທ້ອງຖິ່ນ 8.600 ໂດລາສະຫະລັດ ແລະ ກອງທຶນພັດທະນາຊຸມຊົນ ບໍລິສັດລ້ານຊ້າງມີເນໂຣນສ໌ ລິມີເຕັດ 65.170 ໂດລາສະຫະລັດ ເປັນຜູ້ສະໜັບສະໜູນ ພ້ອມນີ້ຍັງມີບໍລິສັດຫອມມາລາ ພັດທະນາທ້ອງຖິ່ນ ໄດ້ປະກອບສ່ວນຊ່ວຍເຫຼືອລ້າຫີນກໍ່ສ້າງຈຳນວນ 100 ແມັດກ້ອນ ຄິດເປັນມູນຄ່າ 1.000 ໂດລາສະຫະລັດ.

      ສຳລັບໂຄງການຊົນລະປະທານຫ້ວຍຕະງີ່ ເປັນໂຄງການພັດທະນາກໍ່ສ້າງພື້ນຖານໂຄງລ່າງທາງດ້ານກະສິກຳ ເຊິ່ງນອນຢູ່ໃນແຜນງານການຜະລິດສະບຽງອາຫານ ໄດ້ເລີ່ມມີການກໍ່ສ້າງ ແລະ ໄດ້ຮັບການຟື້ນຟູປັບປຸງເລື້ອຍໆມາແຕ່ປີ 2019 ໂດຍນຳໃຊ້ງົບປະມານຂອງກອງທຶນພັດທະນາທ້ອງຖິ່ນເມືອງວິລະບູລີ ຂອງບໍລິສັດລ້ານຊ້າງ ມີເນໂຣນ ລິມິເຕັດ ເຂົ້າໃນການສ້ອມແປງໃນແຕ່ລະປີ ໂຄງການດັ່ງກ່າວ ຕັ້ງຢູ່ບ້ານນາກະຊີນ ຫ່າງຈາກເທສະບານເມືອງວິລະບູລີ ໄປທາງທິດເໜືອປະມານ 9 ກິໂລແມັດ ເປັນຊົນລະປະທານຂະໜາດນ້ອຍ ລັກສະນະເປັນເຂື່ອນດິນ (ເປັນລະບົບນໍ້າໄຫຼ ໂດຍບໍ່ໃຊ້ພະລັງງານ) ສັນຝາຍ ມີລວງຍາວທັງໝົດ 92 ແມັດ ລວງສູງ 13 ແມັດ ມີປະຕູຍົກນໍ້າຕິດກັບທາງລະບາຍ ເຊິ່ງມີລວງກວ້າງ 6 ແມັດ ລວງເລິກ 3 ແມັດ ລວງຍາວທາງລະບາຍ 65 ແມັດ ມີເນື້ອທີ່ເກັບກັກນໍ້າປະມານ 7,8 ເຮັກຕາ ມີລະບົບຄອງເໝືອງ 2 ເສັ້ນ ປະກອບດ້ວຍຄອງເໝືອງແມ່ ເປັນຄອງເບຕົງ ມີລວງຍາວ 700 ແມັດ ແລະ ຄອງຊອຍເປັນຄອງດິນ ມີລວງຍາວ 560 ແມັດ ສາມາດຫົດເນື້ອທີ່ນາ ແລະ ເນື້ອທີ່ປູກພືດຕ່າງໆໃນເຂດຊົນລະປະທານໄດ້ປະມານ 140 ກ່ວາເຮັກຕາ ເນື່ອງຈາກໂຄງການດັ່ງກ່າວຍັງຢູ່ໃນໄລຍະປັບປຸງ ເປັນຕົ້ນ ໃນລະບົບຫົວງານ ຄອງເໝືອງມີການເປ່ເພ ໂຄງສ້າງບາງສ່ວນຍັງບອບບາງບໍ່ທັນໄດ້ມາດຖານ ແລະ ມີບາງຈຸດໃນຄອງເໝືອງຖືກນ້ຳເຊາະໃນໄລຍະລະດູຝົນໃນປີຜ່ານມາ ເປັນເຫດໃຫ້ບໍ່ສາມາດໃຊ້ງານໄດ້ ສະນັ້ນ ມາຮອດປີ 2022 ຈຶ່ງໄດ້ມີການສ້ອມແປງລະບົບຄອງເໝືອງຄືນ ຕາມຈຸດຕ່າງໆທີ່ມີການເປ່ເພ ໃຫ້ສົມບູນໄດ້ມາດຖານ.

     ໂອກາດນີ້ ໃນພິທີໄດ້ມີການເຊັນບົດບັນທຶກມອບ-ຮັບການນຳໃຊ້ຄອງເໝືອງຝາຍຫ້ວຍຕະງີ່ ແລະ ວັງສະຫງວນອ່າງຫ້ວຍຕະງີ່ ບ້ານນາກະຊີນ ລະຫວ່າງຜູ້ຮັບຜິດຊອບໂຄງການກໍ່ສ້າງ ແລະ ອຳນາດການປົກຄອງທັງສອງບ້ານຄື: ບ້ານ ນາກະຊີນ ແລະ ບ້ານເມືອງຫຼວງ ເມືອງວິລະບູລີ ໄດ້ມີການຕັດແຖບຜ້າເປີດນຳໃຊ້ຢ່າງເປັນທາງການ ຈາກນັ້ນ ໄດ້ພ້ອມກັນປ່ອຍປາລົງວັງສະຫງວນອ່າງຫ້ວຍຕະງີ່ ໂດຍບໍລິສັດລ້ານຊ້າງມິເນໂຣນ ມອບລູກປາຈຳນວນ 10.000 ໂຕ ປ່ອຍລົງສູ່ວັງສະຫງວນດັ່ງກ່າວຕື່ມອີກ.

# ຂ່າວ – ພາບ :  ລັດເວລາ

error: Content is protected !!