ພາສີແຂວງສະຫວັນນະເຂດ ສາມາດຈັດເກັບລາຍຮັບໄດ້ 544 ຕື້ກວ່າກີບ

    ກອງປະຊຸມສະຫຼຸບການຈັດຕັ້ງວຽກງານວິຊາສະເພາະ 7 ເດືອນຕົ້ນປີ ແລະ ກຳນົດທິດທາງ 5 ເດືອນທ້າຍປີ 2022 ຂອງພາສີປະຈຳແຂວງສະຫວັນນະເຂດ  ຈັດຂຶ້ນວັນທີ 18 ສິງຫາ 2022 ທີ່ຫ້ອງການດັ່ງກ່າວ ໂດຍເປັນປະທານຂອງທ່ານ ພົມມະຈັກ ສີພັນດອນ ຫົວໜ້າພາສີປະຈຳແຂວງສະຫວັນນະເຂດ ມີຄະນະພາສີແຂວງ ຫົວໜ້າດ່ານສາກົນ ດ່ານທ້ອງຖິ່ນ ດ່ານປະເພນີ ແລະ ພະນັກງານວິຊາການກ່ຽວຂ້ອງເຂົ້າຮ່ວມ.

     ທ່ານ ພົມມະຈັກ ສີພັນດອນ ກ່າວວ່າ: ການຈັດຕັ້ງປະຕິບັດແຜນການຈັດເກັບລາຍຮັບເຂົ້າງົບປະມານປີ 2022 ຂອງຂະແໜງພາສີ  ແມ່ນເປັນປີທີ່ພົບຄວາມຫຍຸ້ງຍາກຫຼາຍ ໃນເງື່ອນໄຂຂອງສະພາບການພາກພື້ນ ແລະ ສາກົນມີການຜັນແປທີ່ຄາດເດົາໄດ້ຍາກ ເຊັ່ນ: ບັນຫາຄວາມຂັດແຍ່ງບາງປະເທດໃນໂລກ ບັນຫາໄພເງິນເຟີ້ ບັນຫາລາຄາສິນຄ້າສູງ ບັນຫາຄົນຫວ່າງງານ ໄພທໍາມະຊາດ ແລະ ບັນຫາອື່ນໆ ໄດ້ສົ່ງຜົນກະທົບໂດຍກົງໃສ່ຜູ້ປະກອບການ ເປັນຕົ້ນ ການລົງທຶນ ການນໍາເຂົ້າ-ສົ່ງອອກ ແລະການຄ້າຜ່ານແດນ ນອກນັ້ນ ບັນຫາການລັກລອບສິນຄ້າໜີພາສີທັງພາຍໃນດ່ານ ແລະ ນອກດ່ານ ຍັງມີແຜ່ຫຼາຍ ເຖິງແມ່ນວ່າຈະມີຄວາມຫຍຸ້ງຍາກປານໃດກໍຕາມ ແຕ່ບົນຈິດໃຈຄວາມຮັບຜິດຊອບຂອງຄະນະນໍາພາສີແຕ່ລະຂັ້ນ ພາສີປະຈຳແຂວງສາມາດຍາດໄດ້ຜົນງານຫຼາຍດ້ານ ໃນນັ້ນ ໄດ້ປັບປຸງກົງຈັກການຈັດຕັ້ງຂັ້ນດ່ານ ຂະແໜງວິຊາການ ຕະຫຼອດຮອດພະນັກງານວິຊາການພາຍໃນພາສີປະຈຳແຂວງ ໄດ້ແກ້ໄຂລົດນໍາເຂົ້າບໍ່ຖືກຕ້ອງ ສາມາດຈັດເກັບລາຍຮັບເຂົ້າງົບປະມານໄດ້ຫຼາຍພໍສົມຄວນ ຄຽງຄູ່ກັນນັ້ນ ໄດ້ຂະຫຍາຍການນໍາໃຊ້ລະບົບຈັດເກັບພາສີທີ່ທັນສະໄໝຢູ່ບັນດາດ່ານພາສີສາກົນ ແລະ ວຽກງານອຶ່ນໆ.

   ການຈັດຕັ້ງປະຕິບັດວຽກງານວິຊາສະເພາະໃນການຈັດເກັບລາຍຮັບໃນຕະຫຼອດ 7 ເດືອນຕົ້ນປີຜ່ານມາ ເຫັນວ່າ ໃນປີ 2022 ພາສີປະຈຳແຂວງສະຫວັນນະເຂດ ໄດ້ຮັບມອບໝາຍຕົວເລກແຜນການລາຍຮັບງົບປະມານຈາກກົມພາສີກະຊວງການເງິນທັງໝົດ 950 ຕື້ກີບ ຜ່ານການຈັດຕັ້ງປະຕິບັດການຈັດເກັບລາຍຮັບໃນໄລຍະ 7 ເດືອນຕົ້ນປີຜ່ານມາ ສາມາດປະຕິບັດໄດ້ແລ້ວ 544,37 ຕື້ກີບ ເທົ່າກັບ 99,66% ຂອງແຜນການ ຫຼື ເທົ່າກັບ 57,30% ຂອງແຜນການປີ ຖ້າທຽບໃສ່ໄລຍະດຽວກັນຂອງສົກປີກ່ອນ ເຫັນວ່າເພີ່ມຂຶ້ນ 3,05% ຫຼື ເທົ່າກັບ 18,137 ຕື້ກີບ ໃນນັ້ນ ໄດ້ຈາກພາສີຂາອອກ 9,082 ຕື້ກີບ ພາສີຂາເຂົ້າ 411 ຕື້ກີບ (ນ້ຳມັນເຊື້ອໄຟ 305,359 ຕື້ກີບ ພາຫະນະເປັນຄັນ 26,215 ຕື້ກີບ ພາຫະນະເປັນຊິ້ນສ່ວນ 10,088 ຕື້ກີບ ແລະ ອື່ນໆ 67,385 ຕື້ກີບ) ສິນຄ້ານຳເຂົ້າສົ່ງຕໍ່ 87,9 ຕື້ກີບ ຄ່າປັບໃໝຂາຍເຄື່ອງຮີບ 1,065 ຕື້ກີບ ຄ່າທຳນຽມຕ່າງໆ 35,2 ຕື້ກີບ ລາຍຮັບຈາກດ່ານສາກົນຂົວມິດຕະພາບ II ປະຕິບັດ ໄດ້ 401,79 ຕື້ກີບ ດ່ານສາກົນທ່າບົກ (ເຂດເສດຖະກິດພິເສດສະຫວັນນະເຂດ) 26,78 ຕື້ກີບ ດ່ານສາກົນແດນສະຫວັນ 99,125 ຕື້ກີບ ຂະແໜງກວດກາ ແລະ ກວດສອບ ການແຈ້ງພາສີ 16,66 ຕື້ກີບ

      ສໍາລັບ  ແຜນການໃນ 5 ເດືອນທ້າຍປີ 2022 ພາສີປະຈຳແຂວງສະຫວັນນະເຂດ ຈະພ້ອມກັນສູ້ຊົນໃນການຈັດເກັບລາຍຮັບໃຫ້ບັນລຸຕາມແຜນການທີ່ວາງໄວ້ຈຳນວນ 950 ຕື້ກີບ ແຕ່ອີງໃສເງື່ອນໄຂ ແລະ ທ່າແຮງໃນສະພາບປັດຈຸບັນ ອີງຕາມການຄາດຄະເນເບື້ອງຕົ້ນໃນດ້ານວິຊາການ ໝົດປີ 2022 ຄາດວ່າຈະປະຕິບັດໄດ້ປະມານ 875,96 ຕື້ກີບ ຫຼື ເທົ່າກັບ 92,21% ຂອງ ແຜນການປີ.

# ຂ່າວ – ພາບ :  ລັດເວລາ

error: Content is protected !!