ສື່ສານມວນຊົນທົ່ວປະເທດ ທົບທວນຄືນວຽກງານສົ່ງເສີມສິດທິເດັກ

    ການມີສ່ວນຮ່ວມຂອງຊຸມຊົນ ໃນການຄວບຄຸມ ແລະ ປ້ອງກັນພະຍາດໂຄວິດ-19 ເພື່ອສົ່ງເສີມການມີສ່ວນຮ່ວມຂອງຊຸມຊົນ ໃນການຄວບຄຸມ ແລະ ປ້ອງກັນພະຍາດໂຄວິດ-19 ລາຍງານຫຍໍ້ຜົນການສໍາຫຼວດກ່ຽວກັບອັດຕາການສັກວັກຊິນພື້ນທີ່ສີຂຽວຢູ່ແຂວງຫຼວງພະບາງ ລວມທັງນະຄອນຫຼວງວຽງຈັນ ແລະ ແຂວງວຽງຈັນ ແລະ ການສື່ສານ ການທົບທວນຄືນສິ່ງທ້າທາຍ ສິ່ງກີດຂວາງຕໍ່ການປ່ຽນແປງພຶດຕິກໍາທາງສັງຄົມ ລວມທັງການມີສ່ວນຮ່ວມສື່ມວນຊົນ ຕໍ່ການໂຄສະນາສົ່ງເສີມສິດທິເດັກ ປຶ້ມແນະນໍາສື່ມວນຊົນກັບສິດທິເດັກ ເພື່ອເຜີຍແຜ່ຜົນຄວາມຄືບໜ້າ ການຊຸກຍູ້ຂະບວນການສັກວັກຊິນປ້ອງກັນໂຄວິດ-19 ວັກຊີນຮອບປົກກະຕິໃຫ້ສື່ມວນຊົນທົ່ວປະເທດ ໃຫ້ບັນລຸເປົ້າໝາຍຂອງລັດຖະບານວາງຄາດໝາຍໄວ້ 80% ໃນປີ 2022 ແນໃສ່ຮັບປະກັນໃຫ້ສື່ມວນຊົນມີຄວາມຮັບຜິດຊອບຕໍ່ການລາຍງານຂ່າວກ່ຽວກັບເດັກ ແລະ ໄວໜຸ່ມ ອີງຕາມສົນທິສັນຍາວ່າດ້ວຍສິດທິເດັກ ກົດໝາຍ ລະບຽບການປົກປ້ອງ ສົ່ງເສີມສິດທິເດັກ ແລະ ຊ່ວຍໃຫ້ເດັກມີສ່ວນຮ່ວມກັບສື່ມວນຊົນ ທັງເປັນການສ້າງຄວາມອາດສາມາດໃຫ້ແກ່ສະມາຊິກມີເດຍລາວ ແລະ ປັບປຸງໜ້າເພສມີເດຍລາວໃຫ້ມີເຄືອຄ່າຍຂະຫຍາຍເພີ່ມຂຶ້ນ.

    ໂດຍໄດ້ຮັບການສະໜັບສະໜູນຈາກອົງການອຸຍນີເຊັບ ກົມສື່ມວນຊົນ ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ຮ່ວມກັບ ກະຊວງສາທາລະນະສຸກ ແລະ ພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ຈັດກອງປະຊຸມສື່ສານມວນຊົນທົ່ວປະເທດ ກ່ຽວກັບການທົບທວນຄືນ ວຽກງານສົ່ງເສີມສິດທິເດັກ ການມີສ່ວນຮ່ວມຂອງຊຸມຊົນ ໃນການຄວບຄຸມ ແລະ ປ້ອງກັນພະຍາດໂຄວິດ-19 ວັນທີ 22-26 ສິງຫາ 2022 ທີ່ນະຄອນ ແລະ ແຂວງຫຼວງພະບາງ ເປັນປະທານຮ່ວມຂອງທ່ານ ສົມສະຫວາດ ພົງສາ ຫົວໜ້າກົມສື່ມວນຊົນ ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ທ່ານ ເກດເກສອນ ພຣະສີສົມບັດ ຮອງຫົວໜ້າກົມສົ່ງເສີມອະນາໄມ ແລະ ສຸຂະພາບ ກະຊວງສາທາລະນະສຸກ ທ່ານ ຈັນສະໝອນ ທິບພາວັນ ຮອງຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວແຂວງຫຼວງພະບາງ ແລະ ທ່ານ ຕະບອງເພັດ ພຸດທະວົງ ຜູ້ຊຽວຊານດ້ານໂຄສະນາ ແລະ ສື່ສານມວນຊົນປະຈໍາອົງການອຸຍນີເຊັບ ສປປ ລາວ ມີສື່ມວນຊົນອອ້ມຂ້າງກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ຂະແໜງການຕ່າງໆຈາກສູນກາງ ແລະ ສື່ມວນຊົນຈາກ 17 ແຂວງທົ່ວປະເທດເຂົ້າຮ່ວມ.

    ກອງປະຊຸມ ທ່ານ ສີສະຫວາດ ພົງສາ ກ່າວບາງຕອນວ່າ: ການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ສົ່ງຜົນກະທົບອັນຮ້າຍແຮງໃນທົ່ວໂລກ ມັນຍັງເຮັດໃຫ້ຂະແໜງການທ່ອງທ່ຽວ ແລະ ອຸດສາຫະກໍາການບໍລິການໄດ້ຮັບຜົນກະທົບ ເນື່ອງຈາກນັກທ່ອງທ່ຽວຕັດສິນໃຈຍົກເລີກ ຫຼື ເລື່ອນການເດີນທາງຂອງພວກເຂົາເຂົ້າມາ ສປປ ລາວ ການຟື້ນຕົວທາງດ້ານເສດຖະກິດຂອງ ສປປ ລາວ ແມ່ນຂຶ້ນກັບນະໂຍບາຍທີ່ສະໜັບສະໜູນພາກທຸລະກິດ ແລະ ຄົວເຮືອນ ເພື່ອປັບຕົວເຂົ້າກັບສະພາບ New normal ພ້ອມລັດຖະບານຂອງ ສປປ ລາວ ໃຫ້ຄໍາແນະນໍາວ່າ ການເປີດປະເທດຈະຊ່ວຍໃຫ້ຂະແໜງການທ່ອງທ່ຽວ ແລະ ອຸດສາຫະກຳການບໍລິການກັບຄືນມາເປັນແຫຼ່ງລາຍຮັບຂອງ ສປປ ລາວ ດັ່ງນັ້ນ ຈຶ່ງເກີດໂຄງການການສຳຫຼວດພື້ນທີ່ທ່ອງທ່ຽວສີຂຽວ ການສຳຫຼວດໄດ້ກຳນົດເອົາໃນນະຄອນຫຼວງວຽງຈັນ ແຂວງວຽງຈັນ ແລະ ແຂວງຫຼວງພະບາງ ເລີ່ມແຕ່ເດືອນກຸມພາ ເຖິງ ເມສາ 2022 ທີມງານເຮັດການສຳຫຼວດດັ່ງກ່າວແມ່ນພາຍໄຕ້ການຊີ້ນໍາ-ນໍາພາຈາກຄະນະນໍາຂອງກະຊວງສາທາລະນະສຸກ ແລະ ການນໍາຂອງກະຊວງຖະແຫຼງຂ່າວ ວັດຖະນະທຳ ແລະ ທ່ອງທ່ຽວ ພາຍໃຕ້ການສະໜັບສະໜູນຂອງຄູ່ຮ່ວມພັດທະນາອຸຍນີເຊັບ ເຊິ່ງຄວາມສຳຄັນຂອງການສຳຫຼວດເພື່ອການຄຸ້ມຄອງການໃຫ້ບໍລິການວັກຊີນ ແລະ ອັດຕາປົກຄຸມການສັກວັກຊີນເພື່ອປ້ອງກັນໂຄວິດ-19 ຕ້ອງໃຫ້ຮັບປະກັນໄດ້ 100% ແລະ ຕ້ອງມີມາດຕະການປ້ອງກັນໃນລະດັບສູງສຸດ ໂດຍສະເພາະແມ່ນເຂດທ່ອງທ່ຽວສີຂຽວ ນອກຈາກເຂດທ່ອງທ່ຽວສີຂຽວແລ້ວ ຕ້ອງໄດ້ເພີ່ມທະວີອັດຕາການປົກຄຸມການສັກວັກຊີນຂອງປະເທດໃຫ້ບັນລຸເປົ້າໝາຍທີ່ລັດຖະບານວາງໄວ້ 80% ໃນທ້າຍປີ 2022.

# ຂ່າວ – ພາບ : ຂັນທະວີ

error: Content is protected !!