ກະຊວງ ຍທຂ ເຊື່ອມຊຶມເອກະສານສຳຄັນຂອງຊາດ

    ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ຈັດກອງປະຊຸມເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ 4 ສະໄໝທີ XI ແລະ ປາຖະກະຖາວັນເກີດປະທານສຸພານຸວົງ ຄົບຮອບ 113 ປີ ວັນທີ 22 ສິງຫາ 2022 ທີ່ກະຊວງ ຍທຂ ເປັນກຽດເຂົ້າຮ່ວມຂອງທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີກະຊວງ ຍທຂ ມີຮອງລັດຖະມົນຕີ ຄະນະພັກ ຄະນະນຳ ແລະ ພະນັກຫຼັກແຫຼ່ງອ້ອມຂ້າງກະຊວງ.

    ໃນພິທີ ທ່ານ ວຽງສະຫວັດ ສີພັນດອນ ໄດ້ເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ 4 ສະໄໝທີ XI ເຊິ່ງທ່ານໄດ້ຍົກໃຫ້ເຫັນບັນດາເນື້ອໃນທີ່ນຳມາປຶກສາຫາລືໃນກອງປະຊຸມດັ່ງກ່າວເຊັ່ນ ການປະເມີນສະພາບແວດລ້ອມຢູ່ພາກພື້ນ ແລະ ສາກົນໃນປັດຈຸບັນ ແລະ ຄາດຄະເນທ່າການຂະຫຍາຍຕົວໃນຕໍ່ໜ້າ ການຕີລາຄາຜົນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຜນງົບປະມານ ແລະ ແຜນເງິນຕາຕົ້ນປີ 2022 ຕິດພັນກັບຜົນການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ສືບຕໍ່ຍູ້ແຮງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກໃຫ້ປາກົດຜົນເປັນຈິງ  ການຊຸກຍູ້-ສົ່ງເສີມຜູ້ປະກອບການທຸລະກິດຂະໜາດນ້ອຍ ຂະໜາດກາງ ແລະ ຈຸນລະວິສາຫະກິດ ໃຫ້ມີຄວາມເຂັ້ມແຂງ ການເພີ່ມທະວີການພັດທະນາຊັບພະຍາກອນມະນຸດໃຫ້ມີຄຸນນະພາບສູງ ການປັບປຸງລະບົບການຈັດຕັ້ງ ກົງຈັກ ແລະ ກົນໄກການເຄື່ອນໄຫວຂອງອົງການບໍລິຫານລັດຕາມທິດເຂັ້ມແຂງ ແລະ ມີປະສິດທິພາບ ຍົກສູງຄວາມເປັນເຈົ້າການ ຍູ້ຂະບວນການຈັດຕັ້ງປະຕິບັດຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກສູ່ວຽກງານຕົວຈິງ ແລະ ມີຜົນສຳເລັດ ຄະນະພັກແຕ່ລະຂັ້ນ ຕ້ອງຍົກສູງຄວາມສາມາດນຳພາ ຄວາມເປັນແບບຢ່າງນຳໜ້າຕໍ່ການແກ້ໄຂບັນຫາຕົວຈິງ ໃນເງື່ອນໄຂສະພາບການຫຍຸ້ງຍາກ ເພື່ອສືບຕໍ່ສ້າງຄວາມເຊື່ອໝັ້ນ ແລະ ສັດທາຕໍ່ປະຊາຊົນທີ່ມີຕໍ່ການນຳພາ ຄຸ້ມຄອງຂອງພັກ-ລັດ ທັງນີ້ ກໍເພື່ອເຮັດໃຫ້ຄະນະພັກທຸກຂັ້ນ ສະມາຊິກພັກ ພະນັກງານ-ລັດຖະກອນ ເຂົ້າໃຈເຊື່ອມຊຶມ ແລະ ກຳແໜ້ນເນື້ອໃນຂອງກອງປະຊຸມດັ່ງກ່າວ ເປັນເຈົ້າການຍົກສູງຄວາມຮັບຜິດຊອບການເມືອງໃຫ້ການຈັດຕັ້ງປະຕິບັດໃຫ້ປາກົດຜົນເປັນຈິງ.

    ນອກຈາກນີ້ ທ່ານນາງ ວິໄລຄຳ ໂພສາລາດ ຮອງລັດຖະມົນຕີກະຊວງ ຍທຂ ໄດ້ເລົ່າຄືນມູນເຊື້ອ ແລະ ຜົນງານການເຄື່ອໄຫວປະຕິບັດຂອງປະທານສຸພານຸວົງ ໂດຍໄດ້ຍົກໃຫ້ເຫັນຜົນງານການເຄື່ອນໄຫວໃນແຕ່ລະໄລຍະ ປະທານສຸພານຸວົງ ເປັນຜູ້ນຳທີ່ຈົງຮັກພັກດີຕໍ່ອຸດົມການປະຕິບັດຢ່າງເດັດຂາດ ຕໍ່ສູ້ຢ່າງກ້າແກ່ນ ພິລະອາດຫານ ເຊິ່ງທ່ານໄດ້ດຳເນີນຕາມເສັ້ນທາງຂອງພັກ ຄວາມສາມາດ ຄຸນນະທຳ ແລະ ອິດທິພົນຂອງທ່ານໄດ້ກາຍເປັນສິ່ງກະຕຸກຊຸກຍູ້ ປຸກລະດົມ ດຶງດູດປະຊາຊົນຊັ້ນຄົນຕ່າງໆພາຍໃນ ແລະ ຕ່າງປະເທດ ປະກອບສ່ວນສ້າງກ້ອນກຳລັງສາມັກຄີເປັນອັນໜຶ່ງອັນດຽວກັນ.

# ຂ່າວ – ພາບ :  ອົ່ນ ໄຟສົມທອງ

error: Content is protected !!