ຮັບຮອງມາດຕະຖານການດໍາເນີນງານວຽກງານຕອບສະໜອງການບໍລິການເເກ່ຜູ້ທີ່ຖືກຄວາມຮຸນເເຮງ

    ກະຊວງສາທາລະນະສຸກ ແລະ ຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແມ່ ແລະ ເດັກ (ຄຊກມດ) ຮ່ວມກັບອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA)  ໂດຍໄດ້ຮັບການສະໜັບສະໜູນ ດ້ານທຶນຈາກອົງການຮ່ວມມືສາກົນ ສ.ເກົາຫຼີ ປະຈໍາ ສປປ ລາວ (KOICA) ຈັດກອງປະຊຸມເພື່ອຮັບຮອງ ແລະ ເຜີຍແຜ່ ມາດຕະຖານການດໍາເນີນງານວຽກງານຕອບສະໜອງການບໍລິການເເກ່ຜູ້ທີ່ຖືກຄວາມຮຸນເເຮງ ສໍາລັບສະຖານທີ່ບໍລິການສຸຂະພາບ (The Health SOP) ໃນທ້າຍອາທິດຜ່ານມາທີ່ນະຄອນຫຼວງວຽງຈັນ ມີທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີ ປະທານຄະນະກຳມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ ແມ່ ແລະ ເດັກ ກະຊວງສາທາລະນະສຸກ ທ່ານນາງ ມາຣຽມ ເອຄານ ຜູ້ຕາງໜ້າອົງການ UNFPA ປະຈຳ ສປປ ລາວ ພ້ອມດ້ວຍຄູ່ຮ່ວມພັດທະນາ ແລະ ບັນດາຜູ້ຊ່ຽວຊານທີ່ກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ໄພວັນ ແກ້ວປະເສີດ ກ່າວວ່າ: ເພື່ອເປັນການຮັບຮອງເອົາເອກະສານທີ່ສຳຄັນສະບັບນີ້ໂດຍ SOP ໄດ້ຖືກພັດທະນາຂຶ້ນໂດຍຜ່ານການປຶກສາຫາລືດ້ານວິຊາການລະຫວ່າງຂະແໜງການສາທາລະນະສຸກ ສັງຄົມ ແລະ ຍຸຕິທໍາ ພ້ອມທັງຄູ່ຮ່ວມພັດທະນາ ພາຍໃຕ້ການນໍາພາຂອງກະຊວງສາທາລະນະສຸກ ແລະ ຄຊກມດ SOP ຂອງຂະແໜງສາທາລະນະສຸກ ແມ່ນສອດຄ່ອງກັບຊຸດບໍລິການທີ່ຈໍາເປັນສໍາລັບແມ່ຍິງ ແລະ ເດັກຍິງທີ່ຖືກຄວາມຮຸນແຮງ ທີ່ໄດ້ຮັບການຍອມຮັບໃນລະດັບສາກົນ ນໍາໃຊ້ສໍາລັບການກວດຮ່າງກາຍ ການປິ່ນປົວ ແລະ ການສົ່ງຕໍ່ຜູ້ລອດຊີວິດຈາກຄວາມຮຸນແຮງໃນສະຖານທີ່ໃຫ້ບໍລິການສຸຂະພາບ ແລະ SOPs ມີຄວາມສຳຄັນໃນການເປິດຊ່ອງຫວ່າງໃນການຈັດຕັ້ງປະຕິບັດແຜນດໍາເນີນງານແຫ່ງຊາດ ເພື່ອປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ (2021-2025) ເມື່ອມີມາດຖານການດໍາເນີນງານການສະໜັບສະໜູນຜູ້ລອດຊີວິດຈາກຄວາມຮຸນແຮງໃນສະຖານທີ່ບໍລິການສຸຂະພາບ ກໍຈະເປັນລະບົບດີຂຶ້ນ ຜູ້ລອດຊີວິດຈາກຄວາມຮຸນແຮງບົນພື້ນຖານທາງເພດ ຈະໄດ້ຮັບການບໍລິການດ້ານສຸຂະພາບທີ່ມີຄຸນນະພາບ ແລະ ຖືກສົ່ງຕໍ່ໄປຫາຜູ້ສະໜອງການບໍລິການຈາກຂະແໜງການອື່ນໆຕາມຄວາມຕ້ອງການ ບໍ່ວ່າຜູ້ລອດຊີວິດໄປຊອກຫາການບໍລິການຢູ່ໃສ ກໍຈະໄດ້ຮັບການຕອບສະໜອງທີ່ມີການປະສານສົມທົບກັນ ເຊິ່ງເປັນການຕອບສະໜອງທີ່ແທດເໝາະກັບສະພາບຂອງ ສປປລາວ ແລະ ໄດ້ຕາມມາດຕະຖານສາກົນ ການສະກັດກັ້ນຄວາມຮຸນແຮງບົນພື້ນຖານທາງເພດ ຄວາມຮຸນແຮງຕໍ່ແມ່ຍິງແມ່ນຄວາມໝາຍໝັ້ນຂອງ ສປປ ລາວ ຕໍ່ກອງປະຊຸມສາກົນກ່ຽວກັບປະຊາກອນ ແລະ ການພັດທະນາ “ICPD25” ທີ່ນະຄອນໄນໂຣບີ ແລະ ສາມາດສະໜັບສະໜູນການຈັດຕັ້ງປະຕິບັດຄໍາໝາຍໝັ້ນຂອງລາວຕໍ່ກັບສົນທິສັນ ຍາ ຊີດໍ ເວທີການປະຕິບັດງານປັກກິ່ງ ແລະ ເປົ້າໝາຍການພັດທະນາແບບຍືນຍົງ SOP ແມ່ນເຄື່ອງມືສໍາລັບການຈັດຕັ້ງປະຕິບັດຊຸດບໍລິການທີ່ຈໍາເປັນ ການບໍລິການຜ່ານການປະສານງານຈາກຫຼາຍຂະແໜງການທີ່ມີຄຸນະພາບສໍາລັບແມ່ຍິງ ແລະ ເດັກຍິງທີ່ປະສົບກັບຄວາມຮຸນແຮງ ການຈັດຕັ້ງປະຕິບັດຊຸດບໍລິການທີ່ຈໍາເປັນ ສາມາດຫຼຸດຜ່ອນຜົນກະທົບຂອງຄວາມຮຸນແຮງຕໍ່ສຸຂະພາບ ຄວາມປອດໄພ ແລະ ຊີວິດຂອງແມ່ຍິງ ແລະ ເດັກຍິງ ຊ່ວຍເຫຼືອໃນການຟື້ນຟູ ແລະ ສ້າງຄວາມເຂັ້ມແຂງໃຫ້ແມ່ຍິງ ພ້ອມທັງປ້ອງກັນບໍ່ໃຫ້ຄວາມຮຸນແຮງເກີດຂຶ້ນໃໝ່ອີກ.

 # ຂ່າວ – ພາບ :  ອົ່ນ ໄຟສົມທອງ

error: Content is protected !!