ນັກທຸລະກິດລາວ-ສະຫະລັດອາເມຣິກາ ສ້າງກາລະໂອກາດທາງການຄ້າ ແລະ ການລົງທຶນ

    ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (ສຄອຊ) ແລະ ອົງການພັດທະນາສາກົນຂອງສະຫະລັດອາເມຣິກາ (USAID) ໄດ້ຈັດກອງປະຊຸມພົບປະລະຫວ່າງນັກທຸລະກິດລາວ ແລະ ສະຫະລັດອາເມຣິກາ ໃນຫົວຂໍ້: “ກາລະໂອກາດທາງການຄ້າ ແລະ ການລົງທຶນໃນ ສປປ ລາວ” ວັນທີ 17 ສິງຫາ 2022 ທີ່ ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ເປັນປະທານໂດຍທ່ານ ປີເຕີ ເຮມອນ ເອກອັກຄະລັດຖະທູດສະຫະລັດອາເມຣິກາ ປະຈໍາ ສປປ ລາວ ແລະ ທ່ານ ອຸເດດ ສຸວັນນະວົງ ປະທານ ສຄອຊ ມີນັກທຸລະກິດທັງສອງປະເທດເຂົ້າຮ່ວມ.

    ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນຄຽງຄູ່ກັນກັບການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຂອງຄະນະຜູ້ແທນຈາກສະພາທຸລະກິດສະຫະລັດອາເມຣິກາ-ອາຊຽນ (USABC) ຈາກນະຄອນຫຼວງວໍຊິງຕັນດີຊີ ເພື່ອແນໃສ່ຊ່ວຍເຫຼືອຫົວໜ່ວຍທຸລະກິດລາວ ແລະ ສະຫະລັດອາເມຣິກາ ໃນການຂະຫຍາຍການຄ້າ ແລະ ການລົງທຶນທີ່ມີຜົນປະໂຫຍດໃຫ້ແກ່ທັງສອງປະເທດ.

    ທ່ານທູດ ປີເຕີ ໄດ້ຍົກໃຫ້ເຫັນເຖິງຄວາມພະຍາຍາມຂອງລັດຖະບານລາວ ແລະ ສຄອຊ ໃນການຊ່ວຍປັບປຸງສະພາບແວດລ້ອມຂອງການດຳເນີນທຸລະກິດຢູ່ ສປປ ລາວ ວ່າ: ເວລານີ້ ຖືເປັນໄລຍະເວລາທີ່ສຳຄັນຢ່າງຍິ່ງສຳລັບພາກລັດ ແລະ ພາກທຸລະກິດ ໃນການເຮັດວຽກຮ່ວມກັນເພື່ອແກ້ໄຂບັນຫາທີ່ກີດຂວາງຕໍ່ການລົງທຶນ ການຊຸກຍູ້ການຂະຫຍາຍຕົວທາງເສດຖະກິດ ແລະ ການສ້າງໂອກາດໃນການຈ້າງງານສຳລັບເສດຖະກິດຍຸກໃໝ່ ສຳລັບເປົ້າໝາຍແມ່ນເພື່ອຊ່ວຍເຫຼືອ ສປປ ລາວ ໃນການສົ່ງເສີມການຂະຫຍາຍຕົວຂອງທຸລະກິດ ການຟື້ນຟູຈາກຜົນກະທົບຂອງການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ການສ້າງວຽກເຮັດງານທຳ ແນໃສ່ເພື່ອສະໜັບສະໜູນເປົ້າໝາຍຂອງປະທານາທິບໍດີ ໂຈ ໄບເດນ ໃນການຊ່ວຍໃຫ້ບັນດາປະເທດໃນໂລກກັບມາເຂັ້ມແຂງກວ່າເກົ່າ ພາຍຫຼັງການແຜ່ລະບາດຂອງພະຍາດ ໂຄວິດ-19.

    ທ່ານ ອຸເດດ ສຸວັນນະວົງ ໄດ້ສະແດງຄວາມຂອບໃຈມາຍັງສະຫະລັດອາເມຣິກາ ທີ່ໄດ້ໃຫ້ການສະໜັບສະໜູນເສດຖະກິດຂອງ ສປປ ລາວ ຢ່າງຕໍ່ເນື່ອງ ພ້ອມນັ້ນ ຍັງຍົກໃຫ້ເຫັນເຖິງການເພີ່ມຂຶ້ນຂອງມູນຄ່າການຄ້າລະຫວ່າງ ສປປ ລາວ ແລະ ສະຫະລັດອາເມຣິກາ ແລະ ກ່າວວ່າ: ມູນຄ່າການຄ້າລະຫວ່າງ ສປປ ລາວ ແລະ ສະຫະລັດອາເມຣິກາ ໄດ້ມີການເພິ່ມຂຶ້ນຢ່າງຕໍ່ເນື່ອງໃນໄລຍະທົດສະວັດທີ່ຜ່ານມາ ພາຍຫຼັງການຈັດຕັ້ງປະຕິບັດສັນຍາການຄ້າສອງຝ່າຍ ລາວ-ສະຫະລັດອາເມຣິກາ ໃນປີ 2003 ແລະ ສັນຍາວ່າດ້ວຍການຄ້າ ແລະ ການລົງທຶນ (TIFA) ໃນປີ 2016 ສະເພາະ 6 ເດືອນທຳອິດ ປີ 2022ການຄ້າລະຫວ່າງ ສປປ ລາວ ແລະ ສະຫະລັດອາເມຣິກາ ມີມູນຄ່າ 172 ລ້ານໂດລາສະຫະລັດ ແລະ ການລົງທຶນຂອງສະຫະລັດອາເມຣິກາມີມູນຄ່າ 2,4 ລ້ານໂດລາສະຫະລັດ ເຖິງວ່າຕົວເລກການຄ້າແລະການລົງທຶນຢູ່ໃນລະດັບປານກາງ ແຕ່ກໍມີການຂະຫຍາຍຕົວຂອງຕໍ່ເນື່ອງ.

.

# ຂ່າວ – ພາບ : ເພັດສະໝອນ

error: Content is protected !!