ອົງການກາແດງລາວ ໃຫ້ການຊ່ວຍເຫຼືອປະຊາຊົນເມືອງປາກລາຍທີ່ປະສົບໄພນ້ຳຖ້ວມ

    ໃນວັນທີ 19 ສິງຫາ 2022 ອົງການກາແດງແຫ່ງຊາດລາວ ແລະ ອົງການກາແດງແຂວງໄຊຍະບູລີໄດ້ເອົາໃຈໃສ່ຊ່ວຍເຫຼືອປະຊາຊົນທີ່ປະສົບໄພນ້ຳຖ້ວມໃນຕົ້ນເດືອນທີ່ຜ່ານມາ ຈຳນວນ 200 ຄອບຄົວ ຂອງບ້ານ ຫ້ວຍຕາງ ຫ້ອຍໄຮ ຕາກແດດ ປາກແລງ ສີວິໄລ ຫ້ວຍເດື່ອຫວານ ປ່າໄລ່ ໄຊມຸງຄຸນ ແລະ ບ້ານ ແສງລາຍ ຂອງເມືອງປາກລາຍ ແຂວງໄຊຍະບູລີ ທີ່ໄດ້ຮັບຜົນກະທົບຈາກພາຍຸທີ່ພັດຜ່ານເຂົ້າເຂດດັ່ງກ່າວ ຈົນເຮັດໃຫ້ເກີດມີຜົນກະທົບເປັນວົງກວ້າງ.

    ເພື່ອຊ່ວຍເຫຼືອບັນເທົາທຸກ ອົງການກາແດງແຫ່ງຊາດລາວ ຈຶ່ງໄດ້ນຳເອົາເຄື່ອງຊ່ວຍເຫຼືອປະເພດ ເຂົ້າສານ ກະປ໋ອງປາ ໝີ່ສໍາເລັດຮູບ ເຄື່ອງສຸຂະອະນາໄມ ແລະ ນ້ຳດື່ມ ຈຳນວນ 200 ຊຸດ ລວມມູນຄ່າ 83 ລ້ານກວ່າກີບ ມາມອບໃຫ້ຄອບຄົວທີ່ໄດ້ຮັບຜົນກະທົບ ໂດຍການນຳພາມອບຂອງທ່ານ ວັນນະສິງ ມຸງຄຸນສະຫວັດ ຫົວໜ້າອົງການກາແດງແຂວງໄຊຍະບູລີ ອຳນາດການປົກຄອງເມືອງປາກລາຍ ມີຄະນະປະຈຳພັກເມືອງ ພະນັກງານອອ້ມຂ້າງເມືອງ ເຂົ້າຮ່ວມໃນການມອບຄັ້ງນີ້.

error: Content is protected !!