ແຂ່ງຂັນກີລາບານເຕະມິດຕະພາບ ສະຫຼອງສອງວັນປະຫວັດສາດ ລາວ-ຫວຽດນາມ

    ສະມາຄົມການສຶກສາພາກເອກະຊົນ ຮ່ວມກັບກະຊວງສຶກສາທິການ ແລະ ກີລາ (ສສກ) ຈັດການແຂ່ງຂັນກີລາບານເຕະມິດຕະພາບ ເນື່ອງໃນໂອກາດປີສາມັກຄີມິດຕະພາບ ລາວ-ຫວຽດນາມ ປີ 2022 ຂຶ້ນໃນວັນທີ 19 ສິງຫາ 2022 ຢູ່ເດີ່ນກີລາກູດໄລ ເມືອງສີໂຄດຕະບອງ ໂດຍມີທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງ ສສກ ທ່ານ ຫງວຽນບາຮຸ່ງ ເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈໍາລາວ ທ່ານ ຄໍາແສນ ສີສະວົງ ປະທານສະມາຄົມການສຶກສາພາກເອກະຊົນ ມີບັນດາທ່ານຫົວໜ້າຫ້ອງການ ຫົວໜ້າກົມ-ຮອງກົມ ຫົວໜ້າພະແນກ-ຮອງພະແນກ ແລະ ຜູ້ປະກອບການ ຜູ້ອໍານວຍການສະຖານການສຶກສາ ພ້ອມດ້ວຍຄະນະນັກກີລາຈາກ 6 ພາກສ່ວນເຂົ້າຮ່ວມ.

    ທ່ານ ປະສິດທິຜົນ ພອນວັນທາ ຮອງປະທານສະມາຄົມການສຶກສາພາກເອກະຊົນ ກ່າວວ່າ: ການແຂ່ງຂັນກີລາບານເຕະມິດຕະພາບຄັ້ງນີ້ ກໍເພື່ອສ້າງຂະບວນການສະເຫຼີມສະຫຼອງປີສາມັກຄີມິດຕະພາບລາວ-ຫວຽດນາມ 2022 ຄື:ວັນສ້າງຕັ້ງສາຍພົວພັນທາງການທູດ ຄົບຮອບ 60 ປີ (ວັນທີ 5 ກັນຍາ 1962 ເຖິງ 5 ກັນຍາ 2022) ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 45 ປີ (ວັນທີ 18 ກໍລະກົດ 1977 ເຖິງ 18 ກໍລະກົດ 2022) ນອກຈາກນີ້ ຍັງເປັນການຮັດແໜ້ນຄວາມສາມັກຄີສອງຊາດ ລາວ-ຫວຽດນາມ ພ້ອມກັນນັ້ນ ກໍເພື່ອເປັນການຫວນຄືນໃນວັນສໍາຄັນໃຫ້ມີຄວາມໝາຍຄວາມສໍາຄັນເລີກເຊິ່ງ ດັ່ງຄໍາເວົ້າຂອງປະທານໄກສອນ ພົມວິຫານ ຜູ້ນໍາທີ່ເຄົາລົບຮັກໄດ້ກ່າວໄວ້ວ່າ: ພູອາດຈະຖືກເຊາະເຈື່ອນ ແມ່ນ້ໍາລໍາເຊອາດຈະເຫືອດແຫ້ງ ແຕ່ສາຍພົວພັນມິດຕະພາບ ລາວ-ຫວຽດນາມ ຈະໝັ້ນຄົງທະນົງແກ່ນຊົ່ວກາລະນານ ແລະ ປະທານໂຮຈີ່ມິງ ຜູ້ນໍາອັນແສນເຄົາລົບຮັກໄດ້ກ່າວໄວ້ວ່າ: ຮັກຫອມກັນໝາຍໝັ້ນ ຫຼາຍສັນພູກໍປີນໄຕ່ ຫຼາຍນໍ້າໃຫຍ່ ແລະ ໂຄກຄ້ອຍຂວາງກັ້ນ ກໍດັ້ນດຸ່ງໄປ ສອງຊາດລາວ-ຫວຽດໄດ້ ຝັງຄວາມຮັກຢູ່ໃນໃຈ ຮົ່ງຮ່າທັງແມ່ຂອງ ບໍ່ເລິກປຸນປານໄດ້ ແລະ ອີກຫຼາຍໆບົດປະພັນທີ່ຜູ້ນໍາທັງສອງຝ່າຍໄດ້ກ່າວມາ. ສະນັ້ນ ເພື່ອເຮັດໃຫ້ວັນດັ່ງກ່າວໄດ້ສືບທອດເຈດຕະນາລົມ ແລະ ຜັນຂະຫຍາຍວຽກງານໃນຂົງເຂດການສຶກສາໄປຕາມສາມລັກສະນະ ແລະ 5 ຫຼັກມູນການສຶກສາ ພະລະສຶກສາ ກໍເປັນສິ່ງທີ່ສໍາຄັນ ນອກຈາກຈະເຮັດໃຫ້ສຸຂະພາບແຂງແຮງແລ້ວ ຍັງສ້າງໄມຕີຈິດມິດຕະພາບອັນບໍລິສຸດ ແລະ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ. ສໍາລັບກິດຈະກໍາຄັ້ງນີ້ ມີທັງໝົດ 6 ທີມເຂົ້າຮ່ວມ ຄື:ທີມອາວຸໂສການນໍາກະຊວງ ສສກ ທີມອາວຸໂສການນໍາສະຖານທູດ ສສ ຫວຽດນາມ ປະຈໍາລາວ ທີມນັກທຸລະກິດຊາວຫຽດນາມ ປະຈໍາລາວ ທີມນັກທຸລະກິດຜູ້ບໍລິຫານການສຶກສາ ໃນ ສປປ ລາວ ທີມອະດິດນັກສຶກສາ ສສ ຫວຽດນາມ ທີມພະແນກສຶກສາ ຮ່ວມກັບຫ້ອງການສຶກສາທິການ ແລະ ກີລາເມືອງ ຮູບແບບການແຂ່ງຂັນແມ່ນເຕະນັດດຽວຈົບ ແບ່ງເປັນ 3 ເດີ່ນ ແລະ ຫຼັງຈາກຈົບການແຂ່ງຂັນ ໄດ້ມີການມອບຂັນລາງວັນໃຫ້ແກ່ທັງ 6 ຄະນະ ຈາກທ່ານລັດຖະມົນຕີກະຊວງ ສສກ ອີກດ້ວຍ.

# ຂ່າວ ພາບ : ສີພອນ

error: Content is protected !!