ແຂ່ງຂັນກີລາພື້ນເມືອງລາວ ສະຫຼອງວັນສໍາຄັນຂອງຊາດ

     ແນວລາວສ້າງຊາດນະຄອນຫຼວງວຽງຈັນ (ນວ) ຮ່ວມກັບອົງການຈັດຕັ້ງມະຫາຊົນ ນວ ຈັດງານແຂ່ງຂັນກີລາພື້ນເມືອງລາວ ຊີງຂັນທ່ານເຈົ້າຄອງ ນວ ເພື່ອສະເຫຼີມສະຫຼອງວັນສໍາຄັນຂອງຊາດ ຂຶ້ນໃນວັນທີ 19 ສິງຫາ 2022 ຢູ່ເດີ່ນກີລາບຶງຂະຫຍອງ ບ້ານບຶງຂະຫຍອງ ເມືອງສີສັດຕະນາກ ໃຫ້ກຽດເຂົ້າຮ່ວມ ແລະ ມອບລາງວັນຂອງທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ທ່ານ ຖະໜອມ ທໍາທອງ ປະທານແນວລາວສ້າງຊາດ ນວ ພ້ອມດ້ວຍທ່ານຫົວໜ້າພະແນກ-ຮອງພະແນກ ພະນັກງານວິຊາການ ຕະຫຼອດຮອດຄະນະນັກກີລາແຕ່ລະພາກສ່ວນເຂົ້າຮ່ວມ.

     ທ່ານ ຖະໜອມ ທໍາທອງ ກ່າວວ່າ: ການຈັດງານແຂ່ງຂັນກີລາພື້ນເມືອງລາວຄັ້ງນີ້ ກໍເພື່ອເປັນການສ້າງຂະບວນການຄໍານັບຊົມເຊີຍວັນສໍາຄັນຕ່າງໆຂອງຊາດ ຂອງພັກ ໂດຍສະເພາະແມ່ນວັນສ້າງຕັ້ງສ້າງແນວລາວສ້າງຊາດ ຄົບຮອບ 72 ປີ ວັນຢຶດອໍານາດທົ່ວປະເທດ ຄົບຮອບ 47 ປີ ໃຫ້ມີບັນຍາກາດຟົດຟື້ນມ່ວນຊື່ນ ແລະ ມີຄວາມໝາຍຍິ່ງຂຶ້ນໄປ ທັງເປັນການສົ່ງເສີມ ອະນຖຮັກສາປະເພນີ ການຫຼິ້ນກີລາພື້ນບ້ານຂອງລາວ ໃຫ້ບັນດາຜູ້ເຂົ້າຮ່ວມໄດ້ຮັບຮູ້ ແລະ ນໍາໄປເຜີຍແຜ່ໃນຂົງເຂດຮັບຜິດຊອບຂອງຕົນ ແລະ ເປັນການສ້າງຄວາມສາມັກຄີຮັກແພງ   ແລກປ່ຽນປະສົບການໃນການຫຼິ້ນກີລາ  ເພື່ອມິດຕະພາບ ລະຫວ່າງບັນດາພະນັກງານຂະແໜງການອ້ອມຂ້າງ ອີກດ້ວຍ.

    ການແຂ່ງຂັນຄັ້ງນີ້ ປະກອບມີ 4 ປະເພດກີລາ ຄື: ໝາກແລ້ 11 ທີມ ແລ່ນໄຖ່ 25 ທີມ ດືງເຊືອກ 14 ທີມ ແລະ ເປຕັງ 8 ທີມ ຜ່ານການແຂ່ງຂັນ ຜົນປາກົດວ່າ: ໝາກແລ້ ອັນດັບ 1 ທີມສະຫະພັນແມ່ຍິງ ນວ ອັນດັບ 2 ທະຫານ ນວ ແລະ ອັນດັບ 3 ທີມປະສົມສາທາ+ປກສ ນວ ແລ່ນໄຖ່ ອັນດັບ 1 ທີມທະຫານ ນວ ອັນດັບ 2 ທີມສະພາປະຊາຊົນ ນວ ແລະ ອັນດັບ 3 ທີມພະແນກແຜນການ-ການເງິນ ດືງເຊືອກ ອັນດັບ 1 ທີມພະແນກກະສິກໍາ ແລະ ປ່າໄມ້ ນວ ອັນດັບ 2 ທີມລັດວິສາຫະກິດນໍ້າປະປາ ນວ ແລະ ອັນດັບ 3 ທີມສະຫະພັນກໍາມະບານເມືອງໄຊເສດຖາ ແລະ ເປຕັງ ອັນດັບ 1 ທີມສະຖາບັນການເງິນຈຸນລະພາກດອນໜູນ ອັນດັບ 2 ທີມແນວລາວສ້າງຊາດ ນວ ແລະ ອັນດັບ 3 ຫ້ອງວ່າການ ນວ.

    ສໍາລັບຂອງຂວັນລາາງວັນແຕ່ລະປະເພດ ອັນດັບ 1 ແມ່ນໄດ້ຮັບຂັນ+ເງິນລາງວັນ ທີມລະ 1 ລ້ານກີບ ອັນດັບ 2 ໄດ້ຮັບຂັນ+ເງິນລາງວັນ 800.000 ກີບ ແລະ ອັນດັບ 3 ໄດ້ຮັບຂັນ+ເງິນລາງວັນ 500.000 ກີບ

# ຂ່າວ – ພາບ :  ສີພອນ 

error: Content is protected !!