ກຸ່ມເປົ້າໝາຍ 25 ຄົນ ທີ່ພົວພັນກັບສິ່ງເສບຕິດໄດ້ຮັບການສຶກສາອົບຮົມ.

    ວັນທີ 18 ສິງຫາ 2022 ປກສ ກຸ່ມ II ( ບ້ານໂຄກແຫ້ ) ເມືອງສັງທອງ ນະຄອນຫຼວງວຽງຈັນ ໄດ້ມີພິທີເປີດກອງປະຊຸມສຶກສາອົບຮົມເປົ້າໝາຍຜູ້ທີ່ພົວພັນກັບສິ່ງເສບຕິດ ( ຢາບ້າ ) ຢູ່ທີ່ວັດບ້ານທ່ານາສາ ຂອງເມືອງດັ່ງກ່າວ ເຊິ່ງມີເປົ້າໝາຍທັງໝົດ 25 ຄົນ ຍິງ 2 ຄົນ ການສຶກສາອົບຮົມໃນຄັ້ງນີ້ ເພື່ອເປັນການສືບຕໍ່ຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໂດຍສະເພາະ ແມ່ນການແກ້ໄຂບັນຫາປາກົດການຫຍໍ້ທໍ້ຢາເສບຕິດ ( ຢາບ້າ ) ຂອງເມືອງສັງທອງໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້ ເປັນຕົ້ນແມ່ນບັນຫາຢາເສບຕິດຢູ່ບັນດາຮາກຖານບ້ານ ໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ ເພື່ອແນໃສ່ເຮັດໃຫ້ຮາກຖານບ້ານມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໃນສັງຄົມ.

    ເປັນກຽດເຂົ້າຮ່ວມໃນພິທີດັ່ງກ່າວຂອງ ທ່ານ ລຸນທອງ ບຸນມະນີ ຮອງເລຂາພັກເມືອງ ທັງເປັນຜູ້ຊີ້ນໍາຈຸບ້ານທີ II ມີບັນດາ ປກສ ກຸ່ມ II ພະນັກງານຮາກຖານ ເລຂາພັກ-ນາຍບ້ານ ແລະ ກຸ່ມເປົ້າໝາຍທີ່ພົວພັນກັບສິ່ງເສບຕິດເຂົ້າຮ່ວມ.

# ວຽງມາ 

error: Content is protected !!