ອີຕາລີ ຈະຊ່ວຍເຫຼືອໃນຂົງເຂດອາຫານ ແລະ ສ້າງຄວາມຍືນຍົງແກ່ນະຄອນຫຼວງ

ວັນທີ 19 ສິງຫາ 2022 ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ຕ້ອນຮັບການເຂົ້າຢ້ຽມຄໍານັບຂອງທ່ານ ຟີລິບໂປ ກາວາເຊນີ (Filippo GavazZeni) ຫົວໜ້າສໍານັກງານເລຂາທິການສົນກິນຍານະໂຍບາຍອາຫານຕົວເມືອງມີລານ ປະຈໍານະຄອນມິລານ ປະເທດອີຕາລີ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ນະຄອນຫຼວງວຽງຈັນ.

ໂອກາດດັ່ງກ່າວ ທ່ານ ອາດສະພັງທອງ ສີພັນດອນ ໄດ້ສະແດງຄວາມຍິນດີໃນການຕ້ອນຮັບ ແລະ ຊົມເຊີຍມາຍັງຄະນະຜູ້ແທນ ຫົວໜ້າສໍານັກງານເລຂາທິການສົນກິນຍານະໂຍບາຍອາຫານຕົວເມືອງມີລານ ປະຈໍານະຄອນມິລານ ປະເທດອີຕາລີ ທີ່ໄດ້ເດີນທາງມາຢ້ຽມ ແລະ ເຮັດວຽກຢູ່ ນະຄອນຫຼວງວຽງຈັນຄັ້ງນີ້ ພ້ອມທັງ ຕີລາຄາສູງຕໍ່ສາຍພົວພັນທີ່ດີຂອງສອງປະເທດ ແລະ ສັນຍາວ່າຈະສືບຕໍ່ໃຫ້ການຮ່ວມມືຂອງສອງປະເທດ ກໍ່ຄືສອງນະຄອນໃຫ້ເກີດດອກອອກຜົນຍິ່ງຂຶ້ນເປັນກ້າວໆ ແລະ ອວຍພອນໃຫ້ການຢ້ຽມຢາມ ສປປ ລາວ ຂອງຄະນະຜູ້ແທນຈົ່ງປະສົບຜົນສໍາເລັດ.

ພ້ອມດຽວກັນນັ້ນ ທ່ານ ຟີລິບໂປ ກາວາເຊນີ ກໍ່ໄດ້ສະແດງຄວາມຂອບໃຈຢ່າງສູງຕໍ່ກັບການຕ້ອນຮັບດ້ວຍຄວາມອົບອຸ່ນຂອງທ່ານ ອາດສະພັງທອງ ສີພັນດອນ ພ້ອມທັງແຈ້ງໃຫ້ຊາບຈຸດປະສົງຂອງການມາຢ້ຽມຢາມຄັ້ງນີ້ ເພື່ອນໍາສະເໜີຄວາມເປັນມາ ຄວາມໝາຍຄວາມສໍາຄັນ ຂອງສົນທິສັນຍານະໂຍບາຍອາຫານຕົວເມືອງມີລານ ແລະ ຜົນປະໂຫຍດຂອງການເປັນສະມາຊິກໃນສົນທິສັນຍາ ຈະສາມາດສ້າງຄວາມຮ່ວມມື ເພື່ອຮັບເອົາການຊ່ວຍເຫຼືອແບບຫຼາກຫຼາຍ ໃນຂົງເຂດອາຫານ ແລະ ການສ້າງຄວາມຍືນຍົງ ພ້ອມດຽວກັນນັ້ນ ສອງຝ່າຍຍັງໄດ້ຫາລືວຽກງານອື່ນໆຈໍານວນໜຶ່ງຕື່ມອີກ.

error: Content is protected !!