ຍົກສູງວຽກງານການເມືອງ-ແນວຄິດ ໃຫ້ພະນັກງານຫຼັກແຫຼ່ງ ຮສສ

    ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ເຊື່ອມຊຶມມະຕິກອງປະຊຸມຄົບຄະນະ ບໍລິຫານງານສູນກາງພັກ ຄັ້ງທີ 4 ສະໄໝທີ XI ແລະ ດຳລັດການປະຢັດ ແລະ ຕ້ານການຟູມເຟືອຍ ໃນວັນທີ 18 ສິງຫາ 2022 ທີ່ກະຊວງດັ່ງກ່າວ ເປັນປະທານຂອງສະຫາຍ ນາງ ໃບຄຳ ຂັດທິຍະ ເລຂາຄະນະພັກກະຊວງ ລັດຖະມົນຕີກະຊວງແຮງງານ ແລະ ສະຫັວດດີການສັງຄົມ (ຮສສ) ມີບັນດາຄະນະພັກ ຫົວກົມຮອງກົມພ້ອມດ້ວຍພະນັກງານວິຊາການຫຼັກແຫຼ່ງ ເຂົ້າຮ່ວມ.

    ສະຫາຍນາງ ໃບຄຳ ຂັດທິຍະ ໄດ້ຍົກໃຫ້ເຫັນເນື້ອຫາສຳຄັນຂອງມະຕິກອງປະຊຸມ ທີ່ໄດ້ປະເມີນສະພາບແວດລ້ອມຢູ່ພາກພື້ນ ແລະ ສາກົນໃນປັດຈຸບັນ ແລະ ຄາດຄະເນທ່າຂະຫຍາຍຕົວໃນຕໍ່ໜ້າ ລວມທັງສະພາບການຂອງໂລກທີ່ຍັງຕົກຢູ່ໃນພາວະເຄັ່ງຕຶງ ແລະ ມີຄວາມສັບສົນຕໍ່ເນື່ອງ ອັນເກີດຈາກຄວາມຂັດແຍ່ງລະຫວ່າງປະເທດມະຫາອຳນາດ ຕໍ່ເຫດການດັ່ງກ່າວ ສູກາງພັກເຫັນວ່າຕ້ອງມີຄວາມສະດຸ້ງໄວຕໍ່ສະຖານນະການ ແລະ ມີຈຸດຢືນທີ່ໜັກແໜ້ນ ຮູ້ແກ້ໄຂບັນຫາດ້ວຍຄວາມຄ່ອງແຄ້ວ ມີສະຕິ ແລະ ຢືນຢູ່ບົນຫລັກການຂອງແນວທາງ ນະໂຍບາຍການຕ່າງປະເທດຂອງພັກ ແລະ ລັດເຮົາ ສຳລັບການຕີລາຄາຜົນການຈັດຕັ້ງປະຕິບັດແຜນພັດທະນເສດຖະກິດ-ສັງຄົມ ແຜນງົບປະມານ ແລະ ແຜນເງິນຕາ ຕົ້ນປີ 2022 ຕິດພັນກັບຜົນການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ລັດຖະບານມີຄວາມພະຍາຍາມ ແລະ ເອົາໃຈໃສ່ຊີ້ນຳຢ່າງຕັ້ງໜ້າ ສາມາດຮັບປະກັນສະຖຽນລະພາບຂອງເສດຖະກິດມະຫາພາກ ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ ໃນສາມເດື່ອນຕົ້ນປີ ການພັດທະນາເສດຖະກິດ-ສັງຄົມ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ເອົາໃຈໃສ່ແກ້ໄຂບັນຫາວ່າງງານ ສ້າງວຽກເຮັດງານທຳ ໃຫ້ກຳລັງແຮງງານທີ່ມີຢູ່ພາຍໃນໃຫ້ໄດ້ຫຼາຍທີ່ສຸດ ສືບຕໍ່ແກ້ໄຂບັນຫາຢາເສບຕິດ ໄພຫຍໍ້ທໍ້ຕ່າງໆທາງສັງຄົມຢ່າງຈິງຈັງ ແທດເຖິງກວ່າເກົ່າ ຕາມທີ່ກຳນົດໄວ້ໃນວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ສືບຕໍ່ຍູ້ແຮງການ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກໃຫ້ປkກົດຜົນເປັນຈິງ

    ຈາກນັ້ນ ສະຫາຍ ລີປາວ ຢ່າງ ຄະນະປະຈຳພັກ ຮອງລັດຖະມົນຕີກະຊວງ ຮສສ ໄດ້ເຜີຍແຜ່ດຳລັດວ່າດ້ວຍການປະຢັດ ແລະ ຕ້ານການຟູມເຟືອຍ ໂດຍໄດ້ຍົກໃຫ້ເຫັນການກຳນົດຫຼັກການ ລະບຽບການກ່ຽວກັບການປະກອບການຄຸ້ມຄອງນໍາໃຊ້ ການປົກປັກຮັກສາ ແລະ ການສະສາງລົດຂອງລັດ ເພື່ອເປັນບ່ອນອີງໃຫ້ແກ່ອົງການຈັດຕັ້ງຂອງພັກ-ລັດ ແນວລາວສ້າງຊາດ ສະຫະພັນນັກຮົບເກົ່າລາວ ອົງການຈັດຕັ້ງມະຫາຊົນ ແລະ ລັດວິສາຫະກິດທຸກລະດັບ ຕະຫຼອດຮອດພະນັກງານຜູ້ທີ່ມີສິດນຳໃຊ້ລົດປະຈຳຕຳແໜ່ງການນຳຂັ້ນສູງ ໃນການບໍລິຫານລົດຂອງລັດ ແນໃສ່ສ້າງຄວາມເປັນເອກະພາບສູງໃນການຈັດຕັ້ງປະຕິບັດຕົວຈິງໃນຂອບເຂດທົ່ວປະເທດ ທັງຮັບປະກັນປະຕິບັດນະໂຍບາຍປະຢັດແຫ່ງຊາດ ແລະ ໃຫ້ສອດຄ່ອງກັບເງື່ອນໄຂຕົວຈິງຂອງປະເທດ ການຕ້ານການຟູມເຟືອຍ ແມ່ນການປູກຈິດສຳນຶກໃນການສ້າງແຜນປະຕິບັດລາຍຈ່າຍງົບປະມານຂອງລັດ ທຶນ ແລະ ຊັບສິນ ແຮງງານ ຊັບພະຍາກອນທຳມະຊາດ ພະລັງງານ ແລະ ອື່ນໆ ເພື່ອຫຼີກລ່ຽງການໃຊ້ຈ່າຍບໍ່ມີເຫດຜົນ ແລະ ບໍ່ສ້າງຜົນປະໂຫຍດຕອບແທນໃຫ້ລັດ ແລະ ສັງຄົມ.

error: Content is protected !!