ບໍລິສັດຈາກສ ເກົາຫຼີ ສະໜອງອຸປະກອນຄົ້ນຄວ້າຜະລິດອາຫານສັດ-ຝຸ່ນຊີວະພາບປອດສານເຄມີ

   ບໍລິສັດ ກຣີນກູດສ໌ ຈຳກັດ ຈາກ ສເກົາຫຼີ  ໄດ້ສະໜອງອຸປະກອນຮັບໃຊ້ໃນຫ້ອງທົດລອງ ເພື່ອນຳໃຊ້ເຂົ້າໃນການຄົ້ນຄວ້າວິທີການຜະລິດອາຫານສັດ ແລະ ຝຸ່ນຊີວະພາບປອດສານເຄມີ ແລະ ຫຼຸດຜ່ອນເຊື້ອພະຍາດ ໃຫ້ຊາວບ້ານ ແລະ ຊາວກະສິກອນກຸ່ມບ້ານປາກຊາບໃໝ່ ເມືອງໄຊທານີ ນະຄອນຫຼວງວຽງຈັນ  ເພື່ອແນໃສ່ຫຼຸດຜ່ອນການເກີດພະຍາດ ແລະ ອັດຕາການຕາຍຂອງສັດລ້ຽງ ເປັນການຊຸກຍູ້ການຜະລິດກະສິກຳໃຫ້ທັນສະໄໝ ແລະ ເປັນມິດຕໍ່ສິ່ງແວດລ້ອມ ທັງເປັນການຫຼຸດຜ່ອນການນຳເຂົ້າປັດໃຈການຜະລິດຈາກຕ່າງປະເທດໃຫ້ຫຼຸດລົງ.   

     ພິທີມອບ-ຮັບອຸປະກອນຮັບໃຊ້ວຽກງານດັ່ງກ່າວ ໄດ້ຈັດຂຶ້ນວັນທີ 16 ສິງຫາ 2022 ທີ່ສູນສະຫະກອນບ້ານປາກຊາບໃໝ່ ໂດຍມີທ່ານ ເຈວອນ ລີ ປະທານບໍລິສັດ ກຣີນກູດສ໌ ຈໍາກັດ ຄະນະບໍລິຫານກຸ່ມສະຫະກອນປາກຊາບໃໝ່  ພ້ອມດ້ວຍຕາງໜ້າຈາກອົງການ KOTRA Vientiane ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

     ພິທິດັ່ງກ່າວນີ້ຈັດຂຶ້ນພາຍໃຕ້ໂຄງການ ESG+ ຂອງອົງການ KOTRA ເຊິ່ງເປັນອົງການສົ່ງເສີມການຄ້າ-ການລົງທຶນຂອງ ສ.ເກົາຫຼີ  ESG ແມ່ນໝາຍເຖິງມາດຕະຖານ 3 ດ້ານຄື ສິ່ງແວດລ້ອມ ສັງຄົມ ແລະ ການປົກຄອງ ບໍລິສັດ ຫຼື ອົງກອນທີ່ປະຕິບັດຕາມ ESG ແມ່ນບໍລິສັດທີ່ດຳເນີນທຸລະກິດໂດຍຄຳນຶງເຖິງສິດ ແລະ ຜົນປະໂຫຍດສູງສຸດຂອງພະນັກງານ ລູກຄ້າ ແລະ ຊຸມຊົນ ພ້ອມຍັງມີໂຄງການ Global ESG+ ທີ່ເປັນໂຄງການທີ່ສ້າງຂຶ້ນເພື່ອປະກອບສ່ວນເຂົ້າໃນການແກ້ໄຂບັນຫາສັງຄົມ ສິ່ງແວດລ້ອມໃນທ້ອງຖິ່ນດ້ວຍການສະໜັບສະໜູນບໍລິສັດເກົາຫຼີ ໃຫ້ມີກິດຈະກໍາຕ່າງໆ ໂດຍສະເພາະກິດຈະກຳທີ່ຮ່ວມມືກັບພາກສ່ວນຕ່າງໆໃນ  ສປປ ລາວ ເພື່ອຊຸກຍູ້ໃຫ້ມີການເຮັດທຸລະກິດຄຽງຄູ່ກັບການພັດທະນາສັງຄົມ ແລະ ສິ່ງແວດລ້ອມ ເຊິ່ງຈະເປັນການຮ່ວມມືທີ່ເກີດປະໂຫຍດທັງສອງຝ່າຍ.

      ສຳລັບເຄື່ອງທີ່ນຳມາມອບໃຫ້ກຸ່ມເປົ້າໝາຍດັ່ງກ່າວມີ:ເຄື່ອງຈັກປະສົມອາຫານສັດ 1 ໜ່ວຍ ຈັກທຳຄວາມສະອາດ 1 ໜ່ວຍ ຕູ້ເຢັນບັນຈຸຈຸລິນຊີ 2 ໜ່ວຍ ຕູ້ອົບຈຸລິນຊີ 1 ໜ່ວຍ ແລະ ກ້ອງຈຸລະທັດ 1   ໜ່ວຍ ລວມມູນຄ່າ 18,874 ໂດລາສະຫະລັດ ຫຼືປະມານ  285 ລ້ານກີບ ເພືື່ອນຳໄປຄົ້ນຄວ້າເຊື້ອຈຸລິນຊີມາປະສົມກັບການເຮັດປຸ໋ຍ ອາຫານສັດ ແລະ ນ້ຳຢາກຳຈັດເຊຶ້ອແບັກທີິເຣຍປອດສານເຄມີ ຮ່ວມກັບຄະນະກະເສດສາດວິທະຍາເຂດນາບົງ ແລະ ຊ່ຽວຊານຈາກ ສ. ເກົາຫຼີ.

    ທ່ານ ພິວ ຊອງ ຄິມ ຜູ້ອຳນວຍການອົງການ  KOTRA Vientiane ກ່າວວ່າ: “ບໍລີິສັດຈາກ ສເກົາຫຼີ ທີ່ລົງທຶນຢູ່ລາວ ໄດ້ມີການສ້າງການຮ່ວມມືອັນດີກັບສະມາຄົມຊາວກະສິກອນຂະໜາດນ້ອຍລະດັບທ້ອງຖິ່ນໃນສປປ ລາວ. ໃນອະນາຄົດ ຄາດວ່າທັງສອງຝ່າຍຈະປະກອບສ່ວນເຂົ້າໃນການສ້າງສ້າງພື້ນຖານການສົ່ງອອກຜະລິດຕະພັນກະເສດທ້ອງຖິ່ນ ເຮັດໃຫ້ຊາວກະສິກອນມີລາຍຮັບເພີ່ມຂຶ້ນ.” ພ້ອມດຽວກັນ, ອົງການ KOTRA ຂອງພວກເຮົາແມ່ນກຳລັງສົ່ງເສີມທາງດ້ານການແບ່ງປັນປະສົບການ ແລະ ວິທີການເພີ່ມການສົ່ງອອກໂດຍຜ່ານ 2 ໂຄງການຫຼັກຄື: ໂຄງການ Global ESG+ Program ແລະ ໂຄງການ KSP Program ຮ່ວມກັບກະຊວງອຸດສະຫະກໍາ ແລະ ການຄ້າ ຂອງ ສປປລາວ ພວກເຮົາມີຄວາມຫວັງວ່າຈະສາມາດປະກອບສ່ວນເຂົ້າໃນການສ້າງພື້ນຖານໂຄງລ່າງໃນການສົ່ງອອກຜະລິດຕະພັນຂອງສປປລາວໃຫ້ຫຼາຍຂຶ້ນ.

error: Content is protected !!